ກອງປະຊຸມສ້າງຄວາມເຂົ້າໃຈກ່ຽວກັບການນິຍາມໄມ້ທີ່ຖືກກົດໝາຍ

ກົມກວດກາປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້, ໄດ້ເຊີນຊ່ຽວຊານ ແລະ ທີມງານ 80 ທ່ານ ຈາກພາກລັດ, ເອກະຊົນ ແລະ ອົງກອນປະຊາສັງຄົມ ເຂົ້າຮ່ວມ ກອງປະຊຸມ ໃນວັນທີ 7 ພະຈິກ 2014 ທີ່ນະຄອນຫລວງວຽງຈັນ ເພື່ອລິເລີ່ມຂະບວນການເສີມສ້າງຄວາມເຂົ້າໃຈກ່ຽວກັບການນິຍາມໄມ້ທີ່ຖືກກົດໝາຍ, ເຊິ່ງເປັນສ່ວນສໍາຄັນຫນຶ່ງໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ລະຫວ່າງ   ສ.ປ.ປ. ລາວ ແລະ ສະຫະພາບເອີຣົບ ພາຍໃຕ້ ແຜນງານການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ ແລະ ການບໍລິຫານຄຸ້ມຄອງປ່າໄມ້ແບບຍືນຍົງ.

 

“ແຜນງານ FLEGT ເຊິ່ງເປັນແນວຄໍາຄິດລິເລີ່ມ ຂອງ ສະຫະພາບເອີຣົບ ຈະສະໜອງຜົນປະໂຫຍດທີ່ຫລາກຫລາຍໃຫ້ແກ່ ສ.ປ.ປ. ລາວ, ໂດຍສະເພາະ ການເພີ່ມມູນຄ່າໃຫ້ແກ່ການປຸງແຕ່ງ, ການຂະຫຍາຍຕະຫລາດໃນການສົ່ງອອກໄມ້, ການເພີ່ມລາຍຮັບໃຫ້ແກ່ພາກລັດ, ການສ້າງໂອກາດໃນການມີວຽກເຮັດງານທໍາ, ການສົ່ງເສີມການແຂ່ງຂັນລະຫວ່າງບໍລິສັດຕ່າງໆ, ລວມທັງການບໍລິຫານຈັດການປ່າໄມ້ແບບຍືນຍົງ”, ກ່າວໂດຍ ທ່ານ ຄໍາພຸດ ພັນດານຸວົງ, ຫົວຫນ້າກົມກວດກາປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້. “ນິຍາມໄມ້ທີ່ຖືກກົດ ໝາຍ ແມ່ນຈຸດສໍາຄັນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPAs), ເຊິ່ງຈະຊ່ວຍເຮັດໃຫ້ ສ.ປ.ປ. ລາວ ບັນລຸເປົ້າໝາຍຍຸດທະສາດປ່າໄມ້ຂອງລັດຖະບານ ໃນການຂະຫຍາຍການປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ 70% ພາຍໃນປີ 2020 ຢ່າງສະຫງ່າງາມ”, ກ່າວໂດຍ ທ່ານ ຄໍາພຸດ.

DSC06740

“ຄໍານິຍາມຂອງໄມ້ທີ່ຖືກກົດໝາຍຈະເຮັດໃຫ້ເກີດຜົນດີແກ່ບັນດາຜູ້ທີ່ໄດ້ຮັບຜົນປະໂຫຍດທີ່ຫລາກຫລາຍ, ເຊິ່ງໄດ້ແກ່ຊຸມຊົນທ້ອງຖິ່ນ, ພາກສ່ວນເອກະຊົນ ແລະ ໜ່ວຍງານພາກລັດທີ່ກ່ຽວຂ້ອງ”, ກ່າວໂດຍ ທ່ານ ຟຣາງຊົວ ກູເກັນ, ຫົວຫນ້າໂຄງການອະນຸລັກ, ກອງທຶນອະນຸລັກທໍາມະຊາດໂລກປະຈໍາລາວ (WWF). “ຊຸມຊົນທ້ອງຖິ່ນທີ່ຊົມໃຊ້ປ່າໄມ້ໃນ ສ.ປ.ປ. ລາວ ຈະສາມາດດໍາເນີນການດໍາລົງຊີວິດຂອງພວກເຂົາໄດ້ຢ່າງຍືນຍົງ ເນື່ອງຈາກວ່າ ພວກເຂົາຈະສາມາດນໍາໃຊ້ສິດຂອງພວກເຂົາໃນການເຂົ້າເຖິງຊັບພະຍາກອນຕ່າງໆ ໃນເຂດທີ່ໄດ້ຮັບການອະນຸຍາດ ແລະ ຈັດສັນຄຸ້ມຄອງໂດຍພາກລັດ. ເຈົ້າຂອງບໍລິສັດ, ໂດຍສະເພາະແມ່ນໃນຂະແໜງອຸດສາຫະກໍາ ການປຸງແຕ່ງໄມ້, ເຄື່ອງຕົບແຕ່ງບ້ານ ແລະ ຫັດຖະກໍາ, ຈະສາມາດວາງແຜນການດໍາເນີນທຸລະກິດໄດ້ຢ່າງມີປະສິດທິພາບຂຶ້ນຕື່ມ; ສິ່ງນີ້ຈະເກີດຂຶ້ນໄດ້ຍ້ອນການສະໜອງວັດຖຸດິບແລະ ການຄຸ້ມຄອງແບບຍືນຍົງ”, ກ່າວໂດຍ ທ່ານ ຟຣາງຊົວ.

 

“ນິຍາມຂອງໄມ້ທີ່ຖືກກົດໝາຍຄວນຈະລວມເອົາກົດໝາຍ ທີ່ກ່ຽວຂ້ອງກັບຂະແໜງປ່າໄມ້ ພ້ອມທັງກວມເອົາຂະແໜງ ອື່ນໆທີ່ກ່ຽວຂ້ອງ, ເຊັ່ນ ອຸດສາຫະກໍາ ແລະ ການຄ້າ, ນໍາເຂົ້າ ແລະ ສົ່ງອອກ”, ກ່າວໂດຍ ທ່ານ ຮາຍໂກະ ວໍເນີ, ທີ່ປຶກສາອາວຸໂສຂອງໂຄງການ ການສະໜັບສະໜູນແຜນງານການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (ProFLEGT). “ການຈັດການປຶກສາຫາລືກັບຫລາຍພາກສ່ວນສາມາດຮັບປະກັນໄດ້ວ່າບັນດາຜູ້ທີ່ໄດ້ຮັບຜົນປະໂຫຍດທີ່ຫລາກຫລາຍເຫລົ່ານັ້ນ ເຊັ່ນວ່າ ຊຸມຊົນທ້ອງຖິ່ນ, ພາກສ່ວນເອກະຊົນ ແລະ ພາກລັດຖະບານ ຈະໄດ້ຮັບຜົນປະໂຫຍດຮ່ວມກັນຈາກການຄ້າໄມ້ ແລະ ຜະລິດຕະພັນໄມ້ທີ່ຖືກກົດໝາຍ”, ກ່າວໂດຍທ່ານ ຮາຍໂກະ.

 

ນິຍາມຂອງໄມ້ທີ່ຖືກກົດໝາຍເປັນສ່ວນປະກອບທີ່ສໍາຄັນຂອງການຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້ (TLAS) ເຊິ່ງເປັນສ່ວນໜຶ່ງຂອງ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ເປັນຂໍ້ຕົກລົງທາງການຄ້າ ລະຫວ່າງ ສະຫະພາບເອີຣົບ ແລະ ບັນດາປະເທດທີ່ຜະລິດໄມ້, ເຊິ່ງມີຈຸດປະສົງໃນການຢຸດຢັ້ງການຕັດໄມ້ເຖື່ອນ ແລະ ການຄ້າໄມ້ດັ່ງກ່າວ. ການຮ່ວມມືດັ່ງກ່າວນີ້ສາມາດຮັບປະກັນໄດ້ວ່າມີພຽງແຕ່ໄມ້ທີ່ຖືກກົດໝາຍເທົ່ານັ້ນທີ່ສາມາດສົ່ງອອກໄປໃນຕະຫລາດ ເອີຣົບ, ສົ່ງເສີມການຄຸ້ມຄອງປ່າໄມ້ ແລະ ການປະຕິບັດກົດໝາຍໃນປະເທດທີ່ຜະລິດໄມ້ ແລະ ຍັງຄໍານຶງເຖິງບັນຫາທີ່ກ່ຽວຂ້ອງກັບສັງຄົມ ແລະ ສະພາບແວດລ້ອມ.

DSC06772

ສ.ປ.ປ. ລາວ ແມ່ນຫນຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງດັ່ງກ່າວກັບສະຫະພາບເອີຣົບ, ເຊິ່ງໄດ້ຮັບການຊ່ວຍເຫລືອຈາກໂຄງການ GIZ ການສະໜັບສະໜູນແຜນງານການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (ProFLEGT).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມຂອງລັດຖະບານແຫ່ງ ສ.ປ.ປ. ລາວ ແລະ ການຮ່ວມມືການພັດທະນາຂອງເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການແຜນງານ FLEGT Standing Office ພາຍໃຕ້ການຄຸ້ມຄອງກວດກາຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ຫນ່ວຍງານພາກລັດ, ອົງກອນປະຊາສັງ ຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາການປຸງແຕ່ງໄມ້.

 

ປ່າໄມ້ມີບົດບາດສໍາຄັນໃນການຫລຸດຜ່ອນການປ່ຽນແປງສະພາບອາກາດ, ການພັດທະນາເສດຖະກິດ, ການຮັບປະກັນການດໍາລົງຊີວິດຂອງປະຊາຊົນ ແລະ ການປົກປັກຮັກສາຊີວະນາໆພັນ ໃນ ສ.ປ.ປ. ລາວ. ແຕ່ວ່າ, ການປົກຫຸ້ມປ່າໄມ້ແມ່ນມີການຫລຸດຜ່ອນຈໍານວນລົງໃນຫລາຍທົດສະຫວັດທີ່ຜ່ານມາ, ຈາກ 70% ໃນຊ່ວງປີ 1940 ຫລຸດລົງຫນ້ອຍກວ່າ 40% ໃນປີ 2012, ແລະ ຈໍານວນປ່າໄມ້ທໍາມະຊາດທີ່ຍັງເຫລືອຢູ່ແມ່ນຕົກຢູ່ໃນສະພາບວິກິດການ ແລະ ເຊື່ອມໂຊມຢ່າງຫລວງຫລາຍ. ສາເຫດຂອງການທໍາລາຍປ່າໄມ້ ແລະ ການເຊີ່ອມໂຊມແມ່ນມີຢ່າງຫລວງຫລາຍ, ນັບຈາກ ການຕັດໄມ້ເຖື່ອນ, ການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ການບຸກເບີດປ່າເພື່ອການພັດທະນາຕ່າງໆ, ເຊິ່ງວ່າ ການຕັດໄມ້ເຖື່ອນແມ່ນໄດ້ເກີດຂຶ້ນຢ່າງກວ້າງຂວາງໃນ ສ.ປ.ປ. ລາວ.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້