ນິຍາມຄວາມຖືກຕ້ອງແມ່ນຈຸດໃຈກາງຂອງລະບົບການຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້ ຂອງປະເທດນັ້ນໆ. ໄມ້ ແລະ ຜະລິດຕະພັນໄມ້ຕ້ອງໄດ້ປະຕິບັດຕາມນິຍາມດັ່ງກ່າວ ເພື່ອຮັບເອົາໃບອະນຸຍາດ FLEGT. ເຖິງແມ່ນວ່າ ຂໍ້ຕົກລົງ VPAs ຈະມີເອກະສານແນບທ້າຍກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງກໍຕາມ, ບາງປະເທດໄດ້ເອົານິຍາມຄວາມຖືກຕ້ອງດັ່ງກ່າວໄວ້ໃນເອກະສານແນບທ້າຍຕ່າງຫາກ.
ນິຍາມຄວາມຖືກຕ້ອງເກີດຂຶ້ນຈາກການປຶກສາຫາລືຂອງບັນດາພາກສ່ວນກ່ຽວຂ້ອງຕ່າງໆ ໃນຊ່ວງຕົ້ນຂອງຂະບວນການພັດທະນາ ຂໍ້ຕົກລົງ VPA. ເນື່ອງຈາກວ່າ ບັນດາພາກສ່ວນທີ່ກ່ຽວຂ້ອງຕ່າງໆມີຈຸດສົນໃຈ ແລະ ເປົ້າໝາຍທີ່ແຕກຕ່າງກັນ, ຂໍ້ຂັດແຍ່ງໃນຂະແໜງປ່າໄມ້ພາຍໃນປະເທດມັກຈະປະກົດຕົວໃນລະຫວ່າງການປຶກສາຫາລືໃນເບື້ອງຕົ້ນດັ່ງກ່າວ. ລັດຖະບານຂອງປະເທດທີ່ສົ່ງອອກໄມ້ມີພາລະໜ້າທີ່ໃນການຊຸກຍູ້ການປຶກສາຫາລືດັ່ງກ່າວ ແລະ ຍາດໄດ້ການຍອມຮັບ ແລະ ຄວາມເປັນເອກະພາບ ພາຍໃນພາກສ່ວນທີ່ກ່ຽວຂ້ອງເຫຼົ່ານັ້ນ ເພື່ອເຮັດໃຫ້ການປຶກສາຫາລືຂອງບັນດາພາກສ່ວນທີ່ກ່ຽວຂ້ອງເປັນຮູບຮ່າງຢ່າງຈະແຈ້ງ:
– ສິ່ງໃດທີ່ລະບົບການຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້ຕ້ອງການ
– ເງື່ອນໄຂທາງກົດໝາຍໃດທີ່ຈະຕ້ອງໄດ້ຮັບການບັງຄັບໃຊ້ໃຫ້ດີກວ່າເກົ່າ
– ດ້ານໃດຂອງກອບກົດໝາຍທີ່ຕ້ອງໄດ້ຮັບການປັບປຸງ ຫຼື ປ່ຽນແປງ
ຖ້າທ່ານສົນໃຈຢາກເບິ່ງເນື້ອໃນຂອງຮ່າງ ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ໂດຍອີງຕາມຕ່ອງໂສ້ການສະໜອງໄມ້, ເຊີນທ່ານເບິ່ງໄດ້ຂ້າງລຸ່ມນີ້:
- 2017 08 25 ມາດຕະຖານນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ 1: ປ່າຜະລິດ (V.4.0)
- 2017 08 25 ມາດຕະຖານນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ 2: ໄມ້ຈາກເຂດຫັນປ່ຽນທີ່ດິນປ່າໄມ້ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍການພັດທະນາ (V.2.0)
- 2017 09 05 ມາດຕະຖານນິຍາມໄມ້ທີ່ຖືກກົດໝາຍ 3: ສວນປູກໄມ້ (V.3.0)
- 2017 08 30 ມາດຕະຖານນິຍາມໄມ້ທີ່ຖືກກົດໝາຍ 7: ພັນທະຕໍ່ດ້ານແຮງງານ ໃນວຽກງານການຂຸດຄົ້ນໄມ້ ແລະ ການປຸງແຕ່ງໄມ້ (V.3.0)
- 2017 08 31 ມາດຕະຖານນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ 8: ການປຸງແຕ່ງໄມ້ ແລະ ການຄ້າໄມ້ (V.2.0)