ໂດຍການເຂົ້າຮ່ວມແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ສ.ປ.ປ. ລາວ ຈະສາມາດຍາດໄດ້ຜົນປະໂຫຍດຢ່າງຫຼວງຫຼາຍ ທາງດ້ານ ການເມືອງ, ເສດຖະກິດ ແລະ ສະພາບແວດລ້ອມ.
ດ້ານການເມືອງ
ການເຂົ້າຮ່ວມ FLEGT VPA ແມ່ນ:
+ ຂີດໝາຍອັນສຳຄັນໜຶ່ງທີ່ເປັນຜົນສຳເລັດໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ກ່ຽວກັບການເປີດກວ້າງ ແລະ ເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນທີ່ເປັນບາດກ້າວໃໝ່ຂອງ ສປປ ລາວ ເພື່ອປັບຕົວ ແລະ ຍົກລະດັບໃຫ້ເຂົ້າກັບການປ່ຽນແປງໃໝ່ດ້ານອຸດສາຫະກຳປຸງແຕ່ງໄມ້ໂດຍສອດຄ່ອງກັບລະບຽບ ແລະ ຫຼັກການຂອງສາກົນ;
+ ການສ່ອງແສງເຖິງເຈດຈໍານົງຂອງ ສປປ ລາວ ໃນການຫັນເປັນອຸດສະຫະກຳທີ່ທັນສະໄໝ ຊຶ່ງການເຂົ້າຮ່ວມ FLEGT VPA ຈະຊ່ວຍໃຫ້ ສປປ ລາວ ໄດ້ຮັບການປະຕິບັດການນຳເຂົ້າໄມ້ ແລະ ຜະລິດຕະພັນໄມ້ ສູ່ຕະຫຼາດ ສະຫະພາບເອີຣົບ (EU) ແບບສະເໝີພາບ.
+ ເປັນເງື່ອນໄຂໃຫ້ສປປ ລາວ ສາມາດປັບປຸງນະໂຍບາຍ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ໃຫ້ສອດຄ່ອງກັບເນື້ອໃນຈິດໃຈ FLEGT VPA ລວມທັງຫຼັກການ ແລະ ລະບຽບການຂອງສາກົນ;
+ ກາລະໂອກາດອັນດີສຳລັບ ສປປ ລາວ ໃນການປັບປຸງການຄຸ້ມຄອງໄມ້ພາຍໃນປະເທດ ແລະ ສາມາດເຊື່ອມໂຍງວຽກງານການຄຸ້ມຄອງໄມ້ ແລະ ການຄ້າໄມ້ທີ່ຖືກກົດໝາຍກັບບັນດາປະເທດໃນພາກພື້ນ ແລະ ໃນໂລກພາຍໃຕ້ຂອບສັນຍາ ທີ່ກ່ຽວຂ້ອງ.
ດ້ານເສດຖະກິດ
ການເຂົ້າຮ່ວມ FLEGT VPA ສ້າງເງື່ອນໄຂທາງດ້ານເສດຖະກິດໃຫ້ແກ່ສປປ ລາວ ດ້ວຍການ:
+ ເພີ່ມໂອກາດໃຫ້ແກ່ຂະແໜງອຸດສາຫະກຳປຸງແຕ່ງໄມ້ຂອງລາວ ໃຫ້ສາມາດເຂົ້າເຖິງຕະຫຼາດ EU ໄດ້ຫຼາຍຂຶ້ນ;
+ ສົ່ງເສີມ ແລະ ດຶງດູດການລົງທຶນໃນຂະແໜງອຸດສາຫະກຳປຸງແຕ່ງໄມ້ ທັງພາຍໃນ ແລະ ຕ່າງປະເທດ ພ້ອມດຽວກັນກໍຍັງສົ່ງເສີມການພັດທະນາສີມືແຮງງານ, ມາດຕະຖານ, ການອອກແບບ, ການຕະຫຼາດໃຫ້ແກ່ພາກທຸລະກິດ ໃຫ້ສາມາດຕອບສະໜອງໄດ້ຄວາມຕ້ອງການຂອງຕະຫຼາດ EU;
+ ເພີ່ມມູນຄ່າໃຫ້ແກ່ຜະລິດຕະພັນໄມ້ກ່ອນການສົ່ງອອກ ເພື່ອສ້າງຜົນກຳໄລໃຫ້ຫຼາຍຂຶ້ນ ພ້ອມທັງຮັບປະກັນການສ້າງສະພາບແວດລ້ອມໃນການແຂ່ງຂັນຂອງພາກທຸລະກິດ ໃຫ້ເຂົ້າສູ່ລະບົບການຄຸ້ມຄອງຕາມກົດໝາຍ ແລະ ມີຄວາມຍຸດຕິທຳ;
+ ເພີ່ມລາຍຮັບຂອງລັດຖະບານ ຈາກການຂະຫຍາຍຕົວຂອງອຸດສະຫະກຳປຸງແຕ່ງໄມ້ ແລະ ທຸລະກິດໄມ້ ທີ່ຖືກຕ້ອງຕາມກົດໝາຍ.
ດ້ານສິ່ງແວດລ້ອມ
ການເຂົ້າຮ່ວມ FLEGT VPA ສາມາດສົ່ງເສີມດ້ານສິ່ງແວດລ້ອມໃຫ້ແກ່ ສປປ ລາວ ດັ່ງນີ້:
ສິ່ງແວດລ້ອມທາງທຳມະຊາດ:
+ ສົ່ງເສີມການຄຸ້ມຄອງປ່າໄມ້ໃຫ້ມີປະສິດທິພາບ, ສ້າງຄວາມຍືນຍົງດ້ານຊັບພະຍາກອນປ່າໄມ້ ແລະ ພ້ອມທັງສ້າງເງື່ອນໄຂໃຫ້ຊຸມຊົນມີສ່ວນຮ່ວມໃນການປົກປັກຮັກສາສິ່ງແວດລ້ອມ;
+ ຮັບປະກັນໃນການຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຈາກການທຳລາຍປ່າໄມ້ ແລະ ປ່າໄມ້ເຊື່ອມໂຊມ (REDD);
+ ຮັບປະກັນການຈັດຕັ້ງປະຕິບັດແຜນຍຸດທະສາດພັດທະນາປ່າໄມ້ ຂອງ ສປປ ລາວ ແຕ່ນີ້ຮອດປີ 2020 ເພື່ອສູ້ຊົນຂະຫຍາຍເນື້ອທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ຮອດ 70%.
ສິ່ງແວດລ້ອມທາງສັງຄົມ:
+ ສ້າງໂອກາດໃນການປັບປຸງຄວາມສາມາດ ຂອງບຸຄະລາກອນ ເປັນຕົ້ນ ການສ້າງ ແລະພັດທະນາສີມືແຮງງານ ໂດຍການສະໜັບສະໜູນຂອງຜູ້ໃຫ້ທຶນຊ່ວຍເຫຼືອ ໃນການກະກຽມໃນການເຂົ້າຮ່ວມ FLEGT VPA;
+ ຫຼຸດຜ່ອນຜົນກະທົບທາງລົບ ທີ່ເກີດຈາກການຂຸດຄົ້ນໄມ້ ແລະ ການປຸງແຕ່ງໄມ້ ຕໍ່ປະຊາຊົນທີ່ດຳລົງຊີວິດຕິດພັນກັບປ່າໄມ້ ແລະ ເຄື່ອງປ່າຂອງດົງ;
+ ສົ່ງເສີມ ແລະ ປູກຈິດສຳນຶກໃຫ້ປະຊາຊົນດຳລົງຊີວິດຮ່ວມກັບ ສິ່ງແວດລ້ອມທຳມະຊາດຢ່າງກົມກຽວ ແລະ ປົກປັກຮັກສາຊີວະນາໆພັນ ລວມທັງການປູກຈິດສຳນຶກກ່ຽວກັບການນຳໃຊ້ຜະລິດຕະພັນໄມ້ ແລະ ສິນຄ້າທີ່ໄດ້ຈາກໄມ້ ທີ່ຖືກຕ້ອງຕາມກົດໝາຍ;
+ ສົ່ງເສີມການມີສ່ວນຮ່ວມຂອງຫຼາຍພາກສ່ວນ ໃນການຄຸ້ມຄອງປ່າໄມ້ ແລະ ການຄ້າໄມ້ ເພື່ອເຮັດໃຫ້ການຄຸ້ມຄອງໄມ້ ແລະ ການຄ້າໄມ້ຖືກຕ້ອງຕາມກົດໝາຍ, ມີຄວາມຊອບທຳ, ຊັດເຈນ ແລະ ໂປ່ງໃສ.
ເຖິງຢ່າງໃດກໍ່ຕາມ, ຄຽງຄູ່ກັບຜົນປະໂຫຍດ, ຍັງມີສິ່ງທ້າທາຍດັ່ງລຸ່ມນີ້:
- ການເຂົ້າຮ່ວມໃນສັນຍາ VPA ຂອງ ສປປ ລາວ ກັບ ສະຫະພາບເອີຣົບ ອາດຈໍາເປັນຕ້ອງທົບທວນກົດໝາຍ ແລະ ກົນໄກຕ່າງໆທີ່ກ່ຽວຂ້ອງກັບອຸດສາຫະກໍາປຸງແຕ່ງໄມ້ ເພື່ອໃຫ້ສອດຄ່ອງກັບຂໍ້ກໍານົດກົດລະບຽບຂອງສາກົນ ແລະ ເພື່ອຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ໂດຍສະເພາະຈາກແຫຼ່ງຂຸດຄົ້ນໃນປ່າ ແລະ ຂັ້ນຕອນການປຸງແຕ່ງຈົນເຖິງການສົ່ງອອກ. ການທົບທວນດັ່ງກ່າວ ຈະໄດ້ຮັບການຈັດຕັ້ງປະຕິບັດຫຼັງຈາກ ສັນຍາ VPA ໄດ້ຮັບການສະຫຼຸບ.
- ອໍານາດການປົກຄອງຂອງລັດຖະບານ, ພາກທຸລະກິດ ແລະ ອົງການປະຊາສັງຄົມ ຈາກລະດັບ ທ້ອງຖິ່ນ ຈົນເຖິງ ຂັ້ນສູນກາງ ຕ້ອງເພີ່ມຂີດຄວາມສາມາດ ແລະ ປັບປຸງຂໍ້ກໍານົດກົດລະບຽບໃຫ້ຄົບຖ້ວນ ພາຍຫຼັງທີ່ແຜນງານ FLEGT VPA ໄດ້ຮັບການເຊັນຮັບຮອງຢ່າງເປັນທາງການ. ດັ່ງນັ້ນ, ຄວາມລະມັດລະວັງ ໃນການຕັດສິນໃຈແມ່ນມີຄວາມສໍາຄັນ ຕໍ່ການປ່ຽນແປງດັ່ງກ່າວ.