ການຕິດຕາມໄມ້ສົ້ນເຂົ້າ-ສົ້ນອອກຕາມມາດຕະຖານສາກົນໄດ້ຖືກນໍາສະເໜີສູ່ໂຮງງານປຸງແຕ່ງ ແລະ ຜູ້ປະກອບການໄມ້

ກ.ພ. 17, 2017 | ຂ່າວສານ, ບົດຂ່າວ

ໃນວັນທີ 17 ກຸມພາ 2017 ທີ່ຜ່ານມາ, ຕົວແທນຈາກຫ້ອງການລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ໄດ້ຮ່ວມກັນທົບທວນຮ່າງຂໍ້ຕົກລົງຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ເຊິ່ງ ຖ້າໄດ້ຮັບການຮັບຮອງ ຈະກໍານົດກົດລະບຽບຕ່າງໆໃນການຄຸ້ມຄອງການປະກອບການ ແລະ ຕິດຕາມການຈັດຕັ້ງປະຕິບັດລະບຽບກົດໝາຍໃນຕ່ອງໂສ້ການສະໜອງໄມ້ ສໍາລັບ ໄມ້ທີ່ໄດ້ຮັບການເຄື່ອນຍ້າຍເຂົ້າ ແລະ ອອກ ໂຮງງານແປຮູບ, ລວມເຖິງ ການເຄື່ອນຍ້າຍລະຫວ່າງຜູ້ປະກອບການ ແລະ ພາກສ່ວນແປຮູບນໍາກັນ.

Group_E

ທ່ານ ມະໂນຮັກ ຣາຊະຈັກ, ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໄດ້ກ່າວວ່າ “ລະບົບການຄຸ້ມຄອງຕ່ອງໂສ້ການສະໜອງໄມ້, ຫຼື ທີ່ເອີ້ນກັນວ່າ ລະບົບ COC, ແມ່ນລະບົບການບັນທຶກຂໍ້ມູນໄມ້ສົ້ນເຂົ້າ-ສົ້ນອອກ ຂອງຜູ້ປະກອບການຈາກໄມ້ສະໜາມ 2 ຈົນເຖິງຈຸດຈໍາໜ່າຍໃຫ້ແກ່ລຸກຄ້າໃນຕະຫຼາດພາຍໃນ ຫຼື ຈຸດສົ່ງອອກໄປຈໍາໜ່າຍຢູ່ຕ່າງປະເທດ”. ລະບົບ COC ດັ່ງກ່າວຈະສະແດງໃຫ້ເຫັນໄດ້ເຖິງແຫຼ່ງທີ່ມາຂອງໄມ້ ແລະ ສາມາດຕິດຕາມໄມ້ດັ່ງກ່າວໂດຍຜ່ານຜູ້ປະກອບການທີ່ຈໍາໜ່າຍ, ຂົນສົ່ງ ແລະ ປຸງແຕ່ງໄມ້ ເພື່ອຮັບປະກັນວ່າ ຜະລິດຕະພັນໄມ້ທັງໝົດແມ່ນຖືກຕ້ອງຕາມລະບຽບກົດໝາຍຂອງ ສປປ ລາວ.

 

ພາຍໃຕ້ກອບ ຄໍາສັ່ງນາຍົກ ເລກທີ 15 ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍ ແລະ ທຸລະກິດໄມ້ ເພື່ອຄຸ້ມຄອງກົດໝາຍປ່າໄມ້ ແລະ ສະກັດກັ້ນທຸກກິດຈະກໍາທີ່ກ່ຽວຂ້ອງກັບການຄ້າໄມ້ທີ່ຜິດກົດໝາຍ, ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອການເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ (FLEGT VPA) ໄດ້ພັດທະນາລະບົບເພື່ອຮັບປະກັນວ່າອຸດສາຫະກໍາປຸງແຕ່ງໄມ້ຈະປະຕິບັດລະບຽບກົດໝາຍຂອງ ສປປ ລາວ. ຮ່າງ “ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການຕິດຕາມໄມ້ສົ້ນເຂົ້າ-ສົ້ນອອກໃນຂະແໜງປຸງແຕ່ງໄມ້ ແລະ ການຄ້າ” ດັ່ງກ່າວນີ້ ແມ່ນສ່ວນໜຶ່ງທີ່ສໍາຄັນໃນ ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS) ເຊິ່ງໄດ້ເລີ່ມຮັບການພັດທະນາຂຶ້ນຕັ້ງແຕ່ເດືອນ ກຸມພາ 2016, ກ່ອນການອອກ ຄໍາສັ່ງນາຍົກ ເລກທີ 15, ໂດຍການສະໜັບສະໜູນຈາກ ໂຄງການ ສະໜັບສະໜູນແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (ProFLEGT), ພາຍໃຕ້ການຮ່ວມມືດ້ານການພັດທະນາຂອງເຢຍລະມັນ, ເຊິ່ງຈັດຕັ້ງປະຕິບັດໂດຍ GIZ (Deutsche Gesellschaft fuer Internationale Zusammenarbeit).

 

ນະໂຍບາຍດັ່ງກ່າວຈະລວມເອົາຂະບວນການຕ່າງໆໃນການຕິດຕາມບໍລິມາດໄມ້ສົ້ນເຂົ້າ-ສົ້ນອອກ ໂດຍຜ່ານຂໍ້ມູນບັນທຶກຂອງຜູ້ປະກອບການ, ພ້ອມທັງແນວທາງທີ່ຈະແຈ້ງໃຫ້ແກ່ບັນດາຕົວແທນຕິດຕາມ ເພື່ອກວດກາຜູ້ປະກອບການຕ່າງໆ ແລະ ທົບທວນຄວາມຖືກຕ້ອງໃນການຈັດຕັ້ງປະຕິບັດກົດໝາຍຂອງບັນດາຜູ້ປະກອບການເຫຼົ່ານັ້ນ. ຜູ້ປະກອບການທີ່ບໍ່ປະຕິບັດຕາມລະບົບບັງຄັບ COC ຈະໄດ້ຮັບການລົງໂທດພາຍໃຕ້ກົດໝາຍ, ຕົວຢ່າງເຊັ່ນ ຖືກປັບໄໝ, ຖືກຍຶດໄມ້ ຫຼື ຖືກລົງໂທດທາງອາຍາ.

 

ກອງປະຊຸມປຶກສາຫາລືເພື່ອທົບທວນຂໍ້ຕົກລົງດັ່ງກ່າວນີ້ເປັນໜຶ່ງໃນກອງປະຊຸມທີ່ຈະຕ້ອງໄດ້ຈັດຂຶ້ນກັບບັນດາພາກສ່ວນທີ່ກ່ຽວຂ້ອງ ກ່ອນຈະນໍາສະເໜີຜົນໄດ້ຮັບໃຫ້ແກ່ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຮັບຮອງ. ພາຍຫຼັງ ຮັບຮອງຢ່າງເປັນທາງການ, ການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວຈະຢູ່ພາຍໃຕ້ຄວາມຮັບຜິດຊອບຂອງກະຊວງອຸດສາຫະກໍາ ແລະ ການຄ້າ.

 

 

ທ່ານສາມາດດາວໂຫຼດບົດຂ່າວໄດ້ທີ່ ນີ້