ການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້: ບາດກ້າວສໍາຄັນໃນການຄ້າໄມ້ທີ່ຖືກກົດໝາຍ

​ພ.ຈ. 6, 2015 | ຂ່າວສານ, ບົດຂ່າວ

ບາດກ້າວສໍາຄັນໃນການສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍໃນລາວໄດ້ບັນລຸຜົນຕາມເປົ້າໝາຍທີ່ຄາດໄວ້ ພາຍຫຼັງສໍາເລັດການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້. ຮ່າງບົດວິເຄາະຂອງການສຶກສາການສັງລວມນີ້ໄດ້ຮັບການເຜີຍແຜ່ ແລະ ປະກອບຄໍາຄິດເຫັນເພີ່ມຕື່ມໃນກອງປະຊຸມການປຶກສາຫາລືຂອງບັນດາຫຼາຍພາກສ່ວນ ໃນວັນທີ 6 ພະຈິກ 2015 ເຊິ່ງມີຕົວແທນຈາກພາກລັດ, ຂະແໜງການປຸງແຕ່ງໄມ້ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ. ວຽກງານການສຶກສາວິເຄາະນີ້ໄດ້ຮັບການສະໜັບສະໜູນໂດຍ ໂຄງການຮ່ວມມືລະຫວ່າງ ອົງການອາຫານ ແລະ ການກະເສດ (FAO) ແລະ ທະນາຄານໂລກ, ໂຄງການຄຸ້ມຄອງປ່າໄມ້ແບບຍືນນານ (SUFORD-SU) ເຊິ່ງເປັນໂຄງການບໍລິຫານຈັດການປ່າໄມ້ແບບຍືນຍົງໂດຍການມີສ່ວນຮ່ວມຂອງຫຼາຍພາກສ່ວນ ທີ່ໄດ້ຮັບທຶນຈາກ ທະນາຄານໂລກ ແລະ ລັດຖະບານປະເທດຟິນແລນ, ແລະ ໂຄງການ GIZ ProFLEGT, ເຊິ່ງເປັນສ່ວນໜຶ່ງຂອງແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (Lao EU-FLEGT process).

 

ວຽກງານການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້ ແມ່ນການສັງລວມເອົາບັນດານິຕິກໍາທີ່ກ່ຽວຂ້ອງທັງໝົດ ແລະ ວິເຄາະກ່ຽວກັບກອບນິຕິກໍາປ່າໄມ້, ລວມທັງລະບຽບກົດໝາຍທີ່ກ່ຽວຂ້ອງກັບປ່າໄມ້ ແລະ ເນື້ອທີ່ປ່າ ແລະ ການນໍາໃຊ້ຜະລິດຕະພັນໄມ້ ທັງຈາກປ່າຜະລິດ, ປ່າປູກ, ພື້ນທີ່ປ່າສໍາປະທານ ແລະ ປ່າໄມ້ສໍາລັບໃຊ້ຄົວເຮືອນ. ການສັງລວມນີ້ແມ່ນກວມເອົາທຸກຂັ້ນຕອນ ນັບຕັ້ງແຕ່ການວາງແຜນ, ການຕັດໄມ້, ການຂົນສົ່ງ, ການປຸງແຕ່ງ ແລະ ການຄ້າໄມ້ ສໍາລັບໄມ້ທີ່ບໍ່ໄດ້ຜ່ານການປຸງແຕ່ງ ແລະ ເຄິ່ງປຸງແຕ່ງ ລວມທັງ ຜະລິດຕະພັນໄມ້ສໍາເລັດຮູບ.

 

IMG_2195ທ່ານຄໍາພຸດ ພັນດານຸວົງ, ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ກ່າວວ່າ: “ເນື່ອງຈາກວ່າຂອບຂອງລະບຽບການຕ່າງໆທີ່ໃຊ້ໃນການຄຸ້ມຄອງຂະແໜງປ່າໄມ້ແມ່ນມີຫຼາກຫຼາຍ ແລະ ກວ້າງຂວາງ, ເຊິ່ງໄດ້ຮັບຜົນມາຈາກກົດໝາຍທີ່ແຕກຕ່າງກັນໃນຂະແໜງຊັບພະຍາກອນທໍາມະຊາດ ແລະ ຂະແໜງການຄ້າ, ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ເກີດຄວາມບໍ່ຈະແຈ້ງທາງດ້ານການນໍາໃຊ້ກົດໝາຍ ແລະ ໜ່ວຍງານທີ່ຮັບຜິດຊອບໃນການຈັດຕັ້ງປະຕິບັດ. ສ່ວນໜຶ່ງແມ່ນມາຈາກຄວາມຫຼາກຫຼາຍ ແລະ ຄວາມບໍ່ສອດຄ່ອງກັນຂອງກົດໝາຍທີ່ມີຢູ່. ດ້ວຍເຫດນັ້ນ, ການແປຄວາມໝາຍ ແລະ ການນໍາໃຊ້ກົດລະບຽບແມ່ນບໍ່ສອດຄ່ອງກັນໃນຂັ້ນແຂວງ, ເມືອງ ແລະ ຂັ້ນບ້ານ”. ທ່ານຄໍາພຸດ ພັນດານຸວົງ ຍັງໄດ້ກ່າວຕື່ມອີກວ່າ “ການສັງລວມນິຕິກໍາປ່າໄມ້ຈະສາມາດຊ່ວຍໃຫ້ຂອບຂອງລະບຽບການຕ່າງໆໃນຂະແໜງການປ່າໄມ້ຂອງ ສປປ ລາວ ມີຄວາມຊັດເຈນຂຶ້ນຕື່ມ, ແລະ ສິ່ງນີ້ຍັງມີຄວາມສໍາຄັນໃນການຄຸ້ມຄອງ ແລະ ການບໍລິຫານຈັດການປ່າໄມ້ແບບຍືນຍົງ, ພ້ອມທັງເປັນການເພີ່ມຈໍານວນການປົກຫຸ້ມຂອງປ່າຂຶ້ນເຖິງ 70% ໃນປີ 2020, ເຊິ່ງໄດ້ລະບຸໄວ້ໃນແຜນຍຸດທະສາດປ່າໄມ້ຂອງກະຊວງກະສິກໍາ ແລະ ປ່າໄມ້.

 

 

 

“ບົດວິເຄາະນີ້ຈະໃຫ້ແນວທາງແກ່ບັນດາຜູ້ອອກນະໂຍບາຍທີ່ສາມາດໃຊ້ເປັນແນວທາງໃນການປັບປຸງກອບກົດໝາຍໃນຂະແໜງການປ່າໄມ້”, ກ່າວໂດຍທ່ານ ສຕີເຟັນ ຣູດກາດ, ຜູ້ຕາງໜ້າອົງການ FAO ປະຈໍາ ສ.ປ.ປ. ລາວ. ທ່ານ ສຕີເຟັນ ຍັງໄດ້ກ່າວຕື່ມວ່າ “ອໍານາດການປົກຄອງໃນຂະແໜງປ່າໄມ້ໃນລະດັບປະເທດ, ແຂວງ, ເມືອງ ແລະ ຂັ້ນບ້ານ ຈະມີຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບຂອບເຂດສິດອຳນາດ. ພາກເອກະຊົນ ແລະ ນັກລົງທຶນຕ່າງປະເທດຈະໄດ້ຮັບຜົນປະໂຫຍດ ແລະ ຄວາມຮູ້ເພີ່ມຂຶ້ນກ່ຽວກັບຂັ້ນຕອນການບໍລິຫານ”.

 

“ການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້ ເປັນວຽກງານການສັງລວມກົດໝາຍທີ່ສັບຊ້ອນທີ່ກ່ຽວຂ້ອງກັບຂະແໜງປ່າໄມ້ ໃນລາວ ຕະຫຼອດຕ່ອງໂສ້ການສະໜອງຜະລິດຕະພັນໄມ້ – ເຊິ່ງເລີ່ມຈາກການຈັດປະເພດພື້ນທີ່ປ່າ, ການແບ່ງເຂດແດນ, ການເກັບກໍາຂໍ້ມູນ, ການອະນຸມັດ ໂຄຕ້າ, ການຄຸ້ມຄອງ ແລະ ການຕັດໄມ້, ການຂົນສົ່ງ, ການປຸງແຕ່ງ ແລະ ການສົ່ງອອກ,” ກ່າວໂດຍ ທ່ານ ຮາຍໂກະ ວໍເນີ, ທີ່ປຶກສາອາວຸໂສຂອງໂຄງການ GIZ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ... ລາວ ກັບ ສະຫະພາບເອີຣົບ (ProFLEGT). “ການສັງລວມນິຕິກໍາກ່ຽວກັບວຽກງານປ່າໄມ້ນີ້ຈະສາມາດຊ່ວຍເຂົ້າໃນການຮ່າງນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້ ພ້ອມກັບ ເງື່ອນໄຂ, ຫຼັກການ, ຕົວກວດສອບ ແລະ ເອກະສານອ້າງອີງດ້ານກົດໝາຍອື່ນໆ ໃຫ້ແກ່ ແຜນງານ FLEGT VPA, ເຊິ່ງລັດຖະບານລາວກໍາລັງເອົາໃຈໃສ່ໃນການຈັດຕັ້ງປະຕິບັດ”, ກ່າວເພີ່ມເຕີມໂດຍທ່ານ ຮາຍໂກະ.

 

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້. ຂໍ້ຕົກລົງ VPA ແມ່ນຂໍ້ຕົກລົງການຄ້າສາກົນເຊິ່ງມີຈຸດປະສົງເພື່ອຫຼຸດຜ່ອນການຕັດໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ.

 

ສ.ປ.ປ. ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາດັ່ງກ່າວກັບສະຫະພາບເອີຣົບ, ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກໂຄງການ GIZ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (ProFLEGT).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມກັນຂອງລັດຖະບານແຫ່ງ ສ.ປ.ປ. ລາວ ແລະ ການຮ່ວມມືການພັດທະນາຂອງເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການແຜນງານ FLEGT Standing Office ພາຍໃຕ້ການຊີ້ນຳຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ອົງການຈັດຕັ້ງອື່ນໆຂອງລັດ, ອົງການຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້