ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ໃນແຜນງານ FLEGT ສົ່ງເສີມການຈັດຕັ້ງປະຕິບັດລະບຽບກົດໝາຍປ່າໄມ້

​ກ.ກ. 26, 2016 | ກອງປະຊຸມ, ຂ່າວສານ, ບົດຂ່າວ

ພາກສ່ວນສໍາຄັນຂອງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍແມ່ນໄດ້ຮັບການຮ່າງ ເພື່ອຊ່ວຍຮັບປະກັນການຄຸ້ມຄອງປ່າໄມ້ທີ່ດີໃນ ສປປ ລາວ, ພາຍໃຕ້ແນວຄວາມຄິດລິເລີ່ມໂດຍ ລັດຖະບານແຫ່ງ ສປປ ລາວ ແລະ ບັນດາພາກສ່ວນກ່ຽວຂ້ອງຕ່າງໆ ທີ່ມີສ່ວນຮ່ວມໃນແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (Lao EU-FLEGT Process). ບັນດາພາກສ່ວນທີ່ກ່ຽວຂ້ອງ ໃນ ຄະນະຮັບຜິດຊອບດ້ານວິຊາການ ໃນແຜນງານ FLEGT ໄດ້ສົນທະນາປຶກສາຫາລືກ່ຽວກັບ ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ໃນວັນທີ 26 ກໍລະກົດ 2016, ເຊິ່ງເປັນສ່ວນໜຶ່ງໃນການກະກຽມ ການເຈລະຈາຊ່ອງໜ້າ ຄັ້ງທໍາອິດ ໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້-ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (EU), ເຊິ່ງຈະໄດ້ຈັດຂຶ້ນໃນໄຕມາດສຸດທ້າຍຂອງປີ 2016.

 

IMG_4375ທ່ານ ຄໍາພຸດ ພັນດານຸວົງ, ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ທັງເປັນ ຫົວໜ້າ ຄະນະຮັບຜິດຊອບຊຸກຍູ້ການເຈລະຈາ, ໄດ້ກ່າວວ່າ “ການຮ່າງນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ແມ່ນມີຄວາມສໍາຄັນໃຫ້ແກ່ ສປປ ລາວ ເຊິ່ງປຽບເໝືອນ ‘ໃບເບີກທາງ’ ໃນການເຂົ້າເຖິງຕະຫຼາດສົ່ງອອກແຫ່ງໃໝ່ໃນກຸ່ມປະຊາຄົມເສດຖະກິດອາຊຽນ ຫຼື AEC ແລະ ຕະຫຼາດສົ່ງອອກແຫ່ງອື່ນ ເຊັ່ນ ເອີຣົບ, ອາເມລິກາ, ຍີ່ປຸ່ນ ແລະ ຈີນ, ສໍາລັບຜະລິດຕະພັນທີ່ມີທັງຄຸນນະພາບດີ ແລະ ຖືກກົດໝາຍ”. ທ່ານ ຄໍາພຸດ ຍັງໄດ້ກ່າວຕື່ມວ່າ “ພາຍຫຼັງທີ່ນິຍາມໄມ້ທີ່ຖືກກົດໝາຍໄດ້ຮັບການຮ່າງຂຶ້ນ, ບາດກ້າວຕໍ່ໄປແມ່ນການເສີມສ້າງຄວາມອາດສາມາດໃນການແຂ່ງຂັນຂອງອຸດສາຫະກໍາປຸງແຕ່ງໄມ້ລາວ ໂດຍການປັບປຸງການສະໜອງວັດຖຸດິບແບບຍືນຍົງ, ພັດທະນາຄຸນນະພາບຂອງພະນັກງານ ແລະ ກໍາມະກອນໃນອຸດສາຫະກໍາປຸງແຕ່ງໄມ້ ແລະ ການເຂົ້າເຖິງຂໍ້ມູນທາງດ້ານຕະຫຼາດ ແລະ ສິນຄ້າໃຫ້ແກ່ບັນດາບໍລິສັດຕ່າງໆ”.

 

 

“ຄໍານິຍາມຂອງໄມ້ທີ່ຖືກກົດໝາຍຈະເຮັດໃຫ້ເກີດຜົນດີແກ່ບັນດາຜູ້ທີ່ໄດ້ຮັບຜົນປະໂຫຍດທີ່ຫຼາກຫຼາຍ, ເຊິ່ງໄດ້ແກ່ຊຸມຊົນທ້ອງຖິ່ນ, ພາກເອກະຊົນ ແລະ ໜ່ວຍງານພາກລັດທີ່ກ່ຽວຂ້ອງ”, ກ່າວໂດຍ ທ່ານ ທີມ ດໍເຊີນ, ຊ່ຽວຊານອາວຸໂສ ຈາກສະຖາບັນ EU FLEGT Facility – European Forest Institute. “ຊຸມຊົນທ້ອງຖິ່ນທີ່ຊົມໃຊ້ປ່າໄມ້ໃນ ສປປ ລາວ ຄວນຈະໄດ້ຮັບຄວາມກະຈ່າງແຈ້ງເພີ່ມຕື່ມກ່ຽວກັບສິດຂອງພວກເຂົາໃນການເຂົ້າເຖິງຊັບພະຍາກອນຕ່າງໆ ໃນເຂດທີ່ໄດ້ຮັບການອະນຸຍາດ ແລະ ຈັດສັນຄຸ້ມຄອງໂດຍພາກລັດ. ເຈົ້າຂອງບໍລິສັດ, ໂດຍສະເພາະແມ່ນໃນຂະແໜງອຸດສາຫະກໍາ ການປຸງແຕ່ງໄມ້, ເຄື່ອງຕົບແຕ່ງບ້ານ ແລະ ຫັດຖະກໍາ, ຄວນຈະມີຄວາມຊັດເຈນຫຼາຍຂຶ້ນກ່ຽວກັບການສະໜອງວັດຖຸດິບທີ່ຖືກຕ້ອງຕາມກົດໝາຍ”, ກ່າວເພີ່ມເຕີມໂດຍ ທ່ານ ທີມ ດໍເຊີນ.

 

ໂດຍຜ່ານຂະບວນການຕິດຕາມການເຄື່ອນຍ້າຍໄມ້ຕະຫຼອດຕ່ອງໂສ້ການສະໜອງໄມ້ ທີ່ໄດ້ຮັບການປັບປຸງ, ແຜນງານ FLEGT ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດ ຄໍາສັ່ງນາຍົກລັດຖະມົນຕີ ເລກທີ 15/ນຍ ວ່າດ້ວຍ “ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້”.

 

ໃນການປະຊຸມເຈລະຈາຊ່ອງໜ້າ ໃນແຜນງານ FLEGT/VPA ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ, ໂຄງຮ່າງໂດຍລວມທໍາອິດກ່ຽວກັບນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ທີ່ຈະໄດ້ຖືກນໍາສະເໜີ ແມ່ນອາດລວມເອົາ ມາດຕະຖານທີ່ຖືກຕ້ອງຕາມກົດໝາຍກ່ຽວກັບປ່າຜະລິດ; ເຂດພັດທະນາພື້ນຖານໂຄງລ່າງ; ປ່າປູກ; ປ່າໄມ້ບ້ານ; ໄມ້ຖືກຍຶດ; ໄມ້ນໍາເຂົ້າ; ກົດໝາຍ ແລະ ກົດລະບຽບແຮງງານ; ກົດລະບຽບໃນຂະແໜງປຸງແຕ່ງໄມ້; ແລະ ການຂົນສົ່ງ, ການຄ້າ ແລະ ການສົ່ງອອກ, ເຊິ່ງລວມທັງໝົດເປັນ 9 ມາດຕະຖານທີ່ຖືກຕ້ອງຕາມກົດໝາຍ ທີ່ມີ ຫຼັກການ, ມາດຖານ, ຕົວຊີ້ວັດ ແລະ ຕົວຢັ້ງຢືນ. ພ້ອມກັນນັ້ນ, ຂອບເຂດຜະລິດຕະພັນສິນຄ້າ, ເຊິ່ງເປັນລາຍການໄມ້ ແລະ ຜະລິດຕະພັນໄມ້ຕ່າງໆ, ຈະຖືກຍື່ນໂດຍການໍາໃຊ້ລະຫັດ ‘HS’, ເພື່ອໃຫ້ສອດຄ່ອງກັບລະບົບພາສີໂລກ (World Customs) ເຊິ່ງເປັນລະບົບທີ່ນໍາໃຊ້ເຂົ້າໃນການຈັດປະເພດສິນຄ້າຕ່າງໆ. ລະຫັດ HS ສາມາດຊ່ວຍບັນດາໜ່ວຍງານພາສີຕ່າງໆໃນສະຫະພາບເອີຣົບໃນການຈັດປະເພດຜະລິດຕະພັນເຂົ້າໃນໝວດການນໍາເຂົ້າທີ່ເໝາະສົມ.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້