ປະເທດລາວ ກຽມການຢ່າງເຂັ້ມຂຸ້ນ ໃນການເຈລະຈາ ແຜນງານ FLEGT VPA ຄັ້ງທໍາອິດ ກັບ ສະຫະພາບເອີຣົບ

ທ.ວ. 15, 2016 | ກອງປະຊຸມ, ບົດຂ່າວ

ຄະນະຮັບຜິດຊອບດ້ານວິຊາການ ສໍາລັບແຜນງານ FLEGT ສະຫຼຸບບັນດາອົງປະກອບສໍາຄັນຂອງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ໃນວັນທີ 15 ທັນວາ 2016, ເຊິ່ງຈະໄດ້ສະເໜີໃຫ້ແກ່ ສະຫະພາບ ເອີຣົບ ໃນທ້າຍປີ 2016, ພາຍໃຕ້ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ (FLEGT). ການນໍາສະເໜີ ຮ່າງ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ນີ້ ແມ່ນບາດກ້າວການກະກຽມທີ່ສໍາຄັນສໍາລັບ ການເຈລະຈາຊ່ອງໜ້າ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ສະຫະພາບເອີຣົບ ກ່ຽວກັບ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງຈະໄດ້ຈັດຂຶ້ນໃນທ້າຍເດືອນ ກຸມພາ 2017.

 

img_5012ທ່ານ ຄໍາພຸດ ພັນດານຸວົງ, ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ທັງເປັນ ຫົວໜ້າ ຄະນະຮັບຜິດຊອບຊຸກຍູ້ການເຈລະຈາ ໃນແຜນງານ FLEGT, ໄດ້ກ່າວວ່າ “ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ແມ່ນມີຄວາມສໍາຄັນຕໍ່ກັບການປັບປຸງການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການຄຸ້ມຄອງທີ່ດີ ໃນ ສປປ ລາວ ເນື່ອງຈາກວ່າ ມັນສາມາດຊ່ວຍສ້າງຄວາມເຂົ້າໃຈເພີ່ມເຕີມໃຫ້ແກ່ພະນັກງານລັດ ແລະ ພາກເອກະຊົນ ທີ່ກ່ຽວຂ້ອງ ໃນຂະແໜງປ່າໄມ້ ແລະ ອຸດສາຫະກໍາໄມ້, ໂດຍສະເພາະແມ່ນໃນວຽກງານການຕິດຕາມກວດກາປ່າໄມ້”. ທ່ານ ຄໍາພຸດ ຍັງໄດ້ກ່າວຕື່ມວ່າ “ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍຍັງສາມາດຊ່ວຍໃຫ້ພວກເຮົາກໍານົດຊ່ອງວ່າງ ແລະ ແກ້ໄຂ ແລະ ປັບປຸງບັນດາກົດໝາຍ ແລະ ລະບຽບການຕ່າງທີ່ມີຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດ, ທີ່ບໍ່ສອດຄ່ອງ ຫຼື ສັບສົນ”.

 

 

 

ພາຍຫຼັງທີ່ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍໄດ້ຮັບການຮ່າງຂຶ້ນ ໂດຍຜ່ານ ຂະບວນການມີສ່ວນຮ່ວມຂອງຫຼາຍພາກສ່ວນ ແລະ ການປຶກສາຫາລື ກັບ ສະຫະພາບເອີຣົບ ແລ້ວ, ຈະໄດ້ມີການທົດລອງຕົວຈິງໃນພາກສະໜາມ ໂດຍສະເພາະຢູ່ບັນດາແຂວງທົດລອງ. ການທົດລອງຕົວຈິງນີ້ຈະລວມເອົາການປະເມີນເພີ່ມຕື່ມເພື່ອຮັບປະກັນຄວາມເໝາະສົມໃນພາກສະໜາມ.

 

ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ມີໂອກາດສົນທະນາ ຂອບເຂດຂອງການເຈລະຈາ FLEGT VPA ທາງດ້ານຜະລິດຕະພັນໄມ້, ຕະຫຼາດ ແລະ ແຫຼ່ງທີ່ມາຂອງໄມ້. ຂໍ້ມູນກ່ຽວກັບການຄວບຄຸມຕ່ອງໂສ້ການສະໜອງໄມ້ ແລະ ຂະບວນການກວດກາຢັ້ງຢືນ ແມ່ນໄດ້ຮັບການນໍາສະເໜີ ເຊິ່ງມີຄວາມສໍາຄັນໃນແຜນງານ FLEGT VPA. ຮ່າງທໍາອິດຂອງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍໃນຂອດການປຸງແຕ່ງ ແລະ ການຄ້າໄມ້ ແລະ ເຂດພັດທະນາພື້ນຖານໂຄງລ່າງ ກໍຍັງໄດ້ຮັບການສົນທະນາໃນທີ່ປະຊຸມ.

 

ທ່ານສາມາດດາວໂຫຼດບົດຂ່າວໄດ້ທີ່ນີ້