ຜະລິດຕະພັນໄມ້ລາວເປີດໂອກາດໃໝ່ທາງຕະຫຼາດໃຫ້ແກ່ ອຸດສາຫະກໍາປຸງແຕ່ງໄມ້

ພ.ພ. 31, 2016 | ຂ່າວສານ, ບົດຂ່າວ

ຂະແໜງການອຸດສາຫະກໍາປຸງແຕ່ງໄມ້ລາວຈະສາມາດເພີ່ມການຜະລິດ ແລະ ຜົນກໍາໄລ ຈາກການນໍາໃຊ້ໄມ້ທີ່ມີໜ້າຕ້າງນ້ອຍ ແລະ ໄມ້ທີ່ບໍ່ເປັນທີ່ນິຍົມໃຊ້ ເພື່ອຜະລິດເປັນຜະລິດຕະພັນສິນຄ້າທີ່ມີມູນຄ່າສູງ. ການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນສໍາລັບໂຮງງານຜະລິດໄມ້ແປ້ນຕົວແບບແມ່ນໄດ້ຮັບການຈັດຕັ້ງຂຶ້ນ ໂດຍການສະໜັບສະໜູນຈາກ ໂຄງການ ສະໜັບສະໜູນແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (ProFLEGT), ພາຍໃຕ້ການຮ່ວມມືດ້ານການພັດທະນາຂອງເຢຍລະມັນ, ເຊິ່ງຈັດຕັ້ງປະຕິບັດໂດຍ GIZ (Deutsche Gesellschaft fuer Internationale Zusammenarbeit). ຜົນການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນໃນການຜະລິດ ຫຼື ປຸງແຕ່ງ ຈາກໄມ້ທີ່ມີໜ້າຕ້າງນ້ອຍ ແລະ ໄມ້ທີ່ບໍ່ເປັນນິຍົມໃຊ້ ນີ້ໄດ້ຮັບການເຜີຍແຜ່ ໃນກອງປະຊຸມຄັ້ງວັນທີ 30 ແລະ 31 ພຶດສະພາ 2016, ໂດຍ ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ເຊິ່ງເປັນສ່ວນໜຶ່ງຂອງແຜນຍຸດທະສາດທາງດ້ານເສດຖະກິດຂອງພາກລັດ ເພື່ອຮັບປະກັນການເພີ່ມມູນຄ່າໃຫ້ແກ່ຊັບພະຍາກອນປ່າໄມ້ຂອງປະເທດຊາດ ແລະ ທັງເປັນສ່ວນໜຶ່ງໃນແຜນການເຈລະຈາຂອງລັດຖະບານລາວ ກັບ ສະຫະພາບເອີຣົບ ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ພາຍໃຕ້ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ (Lao EU-FLEGT process).

 

IMG_3945ທ່ານ ມະໂນຮັກ ຣາຊະຈັກ, ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ກ່າວວ່າ “ຂະແໜງການອຸດສາຫະກໍາປຸງແຕ່ງໄມ້ລາວຈະສາມາດແກ້ໄຂບັນຫາ ການຂາດແຄນ ແລະ ການສະໜອງວັດຖຸດິບໄມ້ທີ່ບໍ່ເປັນປົກກະຕິ ໂດຍການນໍາໃຊ້ ໄມ້ທີ່ບໍ່ເປັນທີ່ນິຍົມໃຊ້, ໄມ້ທີ່ມີໜ້າຕ້າງຂະໜາດນ້ອຍ, ກິ່ງໄມ້ ແລະ ເສດໄມ້”. ທ່ານ ມະໂນຮັກ ຍັງກ່າວເພີ່ມຕື່ມວ່າ “ການຈັດຕັ້ງປະຕິບັດໃນຮູບແບບນີ້ຍັງສາມາດສ້າງ ແລະ ຮັກສາວຽກເຮັດງານທໍາ ໂດຍສະເພາະໃນເຂດຫ່າງໄກສອກຫຼີກ, ເພີ່ມຄຸນນະພາບ ແລະ ມູນຄ່າໃຫ້ແກ່ຜະລິດຕະພັນທີ່ເຮັດມາຈາກຊັບພະຍາກອນທີ່ມີມູນຄ່າຕໍ່າພາຍໃນທ້ອງຖິ່ນ, ເພີ່ມການນໍາໃຊ້ໄມ້ໃຫ້ມີປະສິດທິພາບ ແລະ ເພີ່ມລາຍຮັບໃຫ້ແກ່ລັດຖະບານຈາກການເກັບພາສີອາກອນ”.

 

 

 

 

ອີງຕາມຜົນ “ການສຶກສາຄວາມເປັນໄປໄດ້ເບື້ອງຕົ້ນ ໃນການຜະລິດໄມ້ແປ້ນ ແລະ ໄມ້ແປ້ນອັດແໜ້ນ 1-/3 – ຊັ້ນ ທີ່ໃຊ້ ຊະນິດພັນໄມ້ທີ່ບໍ່ນິຍົມໃຊ້, ໄມ້ທ່ອນ ຂະໜາດນ້ອຍ, ງ່າໄມ້ ແລະ ໄມ້ເສດ”, ໂດຍ ບໍລິສັດ Applikatio ປະຈໍາ ປະເທດ ເຢຍລະມັນ, ຜະລິດຕະພັນໄມ້ທີ່ໄດ້ຮັບການແນະນໍາ ສໍາລັບວັດຖຸດິບເຫຼົ່ານີ້ ແມ່ນ ແຜ່ນໄມ້ອັດ ແລະ ໄມ້ແປ້ນຊັ້ນດຽວ ແລະ ໄມ້ແປ້ນສາມຊັ້ນ. ຜະລິດຕະພັນດັ່ງກ່າວເປັນທີ່ນິຍົມໃຊ້ເຂົ້າໃນການຕົບແຕ່ງພາຍໃນ ແລະ ສາມາດນໍາໃຊ້ໄມ້ຫຼາຍຊະນິດເຂົ້າໃນການຜະລິດສິນຄ້າປະເພດນີ້; ພ້ອມນັ້ນ ຍັງມີຄວາມສະດວກໃນການໃຊ້ເຂົ້າໃນການປຸງແຕ່ງເພີ່ມຕື່ມ ໂດຍການນໍາໃຊ້ຄວາມຮູ້, ອຸປະກອນ ແລະ ເຄື່ອງຈັກທີ່ມີຢູ່.

 

IMG_3957ທ່ານ ດຣ. ເດຍເຕີ ຟິງ ກ່າວວ່າ “ຜະລິດຕະພັນໄມ້ທັງສາມປະເພດສະໜອງໂອກາດໃນການເຂົ້າເຖິງຕະຫຼາດພາຍໃນ ແລະ ສາກົນ ເຊັ່ນ ປະເທດອິນເດຍ, ໄທ, ຈີນ, ຕຸລະກີ ແລະ ເອີຣົບ”. ທ່ານ ດຣ. ຟິງ ຍັງກ່າວເພີ່ມຕື່ມວ່າ “ໂອກາດດັ່ງກ່າວນີ້ ຍັງຂຶ້ນກັບ ຄຸນສົມບັດສະເພາະ ແລະ ຄວາມນິຍົມຂອງຊະນິດໄມ້ທີ່ໃຊ້, ໂດຍສະເພາະເມື່ອນໍາໃຊ້ ໄມ້ທີ່ບໍ່ເປັນທີ່ນິຍົມໃຊ້, ຄຸນນະພາບ ແລະ ເວລາໃນການຂົນສົ່ງ, ລາຄາ ແລະ ຄວາມຕ້ອງການຂອງຕະຫຼາດ ແລະ ການຕອບສະໜອງຄວາມຕ້ອງການສະເພາະຂອງລູກຄ້າ”.

 

 

 

 

 

IMG_3953ທ່ານ ຮາຍໂກະ ວໍເນີ, ທີ່ປຶກສາອາວຸໂສຂອງໂຄງການ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (ProFLEGT) ໄດ້ກ່າວວ່າ “ໃນການປຸງແຕ່ງຊັບພະຍາກອນທີ່ບໍ່ຖືກນໍາໃຊ້ໃຫ້ກາຍເປັນຜະລິດຕະພັນທີ່ມີມູນຄ່າເພີ່ມ, ໂຮງງານຜະລິດສາມາດເປັນແບບຢ່າງໃຫ້ແກ່ຜູ້ປະກອບການ ແລະ ນັກລົງທຶນອື່ນໆ ທາງດ້ານ ລະບົບການຄວມຄຸມຕ່ອງໂສ້ການສະໜອງໄມ້ (CoC), ເຕັກໂນໂລຍີການຜະລິດທີ່ທັນສະໄໝ, ມີປະສິດທິພາບ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ລະບົບການຄຸ້ມຄອງການຜະລິດ ທີ່ເຊື່ອມໂຍງກັບ ລະບົບການຄວມຄຸມຕ່ອງໂສ້ການສະໜອງໄມ້, ແລະ ລະບົບການຮັກສາອຸປະກອນ ແລະ ເຄື່ອງຈັກປ້ອງກັນຕ່າງໆ”. ພ້ອມນັ້ນ ທ່ານ ຮາຍໂກະ ຍັງໄດ້ກ່າວເພີ່ມຕື່ມວ່າ “ເຖິງຢ່າງໃດກໍຕາມ, ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວນີ້, ມັນຮຽກຮ້ອງໃຫ້ມີການສ້າງຄວາມອາດສາມາດໃຫ້ແກ່ພະນັກງານໃນຫົວຂໍ້ຕ່າງໆທີ່ຫຼາກຫຼາຍ ຢ່າງຮີບດ່ວນ ເຊັ່ນວ່າ ການຄຸ້ມຄອງການຜະລິດ ແລະ ລະບົບການຄວມຄຸມຕ່ອງໂສ້ການສະໜອງໄມ້, ການຕິດຕາມການປະຕິບັດງານ ແລະ ຄ່າໃຊ້ຈ່າຍຕ່າງໆໃນໂຮງງານຜະລິດ, ແລະ ການຄຸ້ມຄອງຄຸນນະພາບ ແລະ ຄວາມຮູ້ພື້ນຖານທາງດ້ານເຕັກໂນໂລຍີໄມ້ ແລະ ວິທະຍາສາດວັດສະດຸ”.

 

 

 

 

 

ໃນທີ່ປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ມີໂອກາດສົນທະນາ ແລະ ເຫັນດີ ຕໍ່ກັບບາດກ້າວໃນການພັດທະນາ ແລະ ການຈັດຕັ້ງປະຕິບັດ ແນວທາງດັ່ງກ່າວ, ພ້ອມທັງ ລະບຸ ແລະ ເຫັນດີໃນການຮັບຮອງເອົາບໍລິສັດເອກະຊົນເຂົ້າຮ່ວມໃນການຈັດຕັ້ງປະຕິບັດໂຄງການທົດລອງດັ່ງກ່າວ.

 

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້, ເຊິ່ງໄດ້ວາງເຈດຈໍານົງ ແລະ ແນວທາງໃນການຫຼຸດຜ່ອນການຄ້າໄມ້ທີ່ຜິດກົດໝາຍ, ພ້ອມກັບລະບົບການອອກອະນຸຍາດເພື່ອຢັ້ງຢືນຄວາມຖືກຕ້ອງຂອງໄມ້ທີ່ຈະສົ່ງອອກໄປຕະຫຼາດເອີຣົບ. ນິຍາມທີ່ຖືກກົດໝາຍຂອງໄມ້ເປັນອົງປະກອບໜຶ່ງທີ່ສໍາຄັນໃນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA).

 

ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງເປັນຂໍ້ຕົກລົງການຄ້າກັບສະຫະພາບເອີຣົບ, ທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການ GIZ ແຫ່ງປະເທດເຢຍລະມັນ ຕໍ່ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (ProFLEGT).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມຂອງລັດຖະບານແຫ່ງ ສປປ ລາວ ແລະ ການຮ່ວມມືການພັດທະນາຂອງປະເທດເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການປະສານງານ FLEGT ພາຍໃຕ້ການຄຸ້ມຄອງຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ໜ່ວຍງານພາກລັດ, ອົງການຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້.

 

ໃນປະເທດລາວ, ອົງການ WWF ຈັດຕັ້ງປະຕິບັດແຜນງານ FLEGT ຮ່ວມກັບ ກົມກວດກາປ່າໄມ້ ໃນ ສອງ ແຂວງ ພາກໃຕ້ (ແຂວງ ຄໍາມ່ວນ ແລະ ແຂວງ ອັດຕະປື). ອົງການ WWF ໄດ້ຈັດຕັ້ງປະຕິບັດວຽກງານໂດຍການຊອກຫາແນວທາງແກ້ໄຂ, ການມີສ່ວນຮ່ວມຂອງຫຼາຍພາກສ່ວນ ນຳໃຊ້ຮູບແບບທີ່ເໝາະສົມຂອງທ້ອງຖິ່ນ ແລະ ສາກົນ ທີ່ມີການຮ່ວມມືກັນຂອງພາກສ່ວນທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນການຕັດໄມ້ທໍາລາຍປ່າ ແລະ ການເຊື່ອມໂຊມຂອງປ່າໄມ້.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້