ຜູ້ແທນລາວນໍາສະເໜີແນວທາງໃໝ່ໃນການປັບປຸງການຄຸ້ມຄອງປ່າໄມ້ໃນກອງປະຊຸມປ່າໄມ້ປະຈໍາພາກພື້ນ ອາຊີ-ປາຊິຟິກ

ມ.ຖ. 3, 2016 | ຂ່າວສານ, ບົດຂ່າວ

ລັດຖະບານແຫ່ງ ສປປ ລາວ, ຮ່ວມກັບ ສະມາຄົມອຸດສາຫະກໍາປຸງແຕ່ງໄມ້ລາວ, ໄດ້ເຜີຍແຜ່ໝາກຜົນກ່ຽວກັບແນວທາງໃໝ່ເພື່ອໃຊ້ເຂົ້າໃນການປັບປຸງການຄຸ້ມຄອງປ່າໄມ້ໃນປະເທດລາວ, ເຊິ່ງເອີ້ນວ່າ “ການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້”, ໃນກອງປະຊຸມປ່າໄມ້ປະຈໍາພາກພື້ນ ອາຊີ-ປາຊິຟິກ (Asia-Pacific Forestry Week) ໃນລະຫວ່າງ ວັນທີ 22-26 ກຸມພາ 2016 ທີ່ປະເທດ ຟີລິບປິນ, ເຊິ່ງເປັນກອງປະຊຸມໜຶ່ງທີ່ສໍາຄັນກ່ຽວກັບວຽກງານປ່າໄມ້ ແລະ ໃຫຍ່ທີ່ສຸດໃນພາກພື້ນ.

 

ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ກ່າວວ່າ ໝາກຜົນທີ່ສໍາຄັນໜຶ່ງທີ່ໄດ້ຖືກນໍາສະເໜີໃນກອງປະຊຸມປ່າໄມ້ປະຈໍາພາກພື້ນ ອາຊີ-ປາຊິຟິກ ແມ່ນ ການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້. ທ່ານ ຊູຊາດ ໄຊຍະກຸມມານ ໄດ້ກ່າວວ່າ “ການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້ ເປັນວຽກງານການສັງລວມກົດໝາຍທີ່ສັບຊ້ອນທີ່ກ່ຽວຂ້ອງກັບຂະແໜງປ່າໄມ້ ໃນລາວ ຕະຫຼອດຮອດຕ່ອງໂສ້ການສະໜອງຜະລິດຕະພັນໄມ້ – ເຊິ່ງເລີ່ມຈາກການຈັດປະເພດພື້ນທີ່ປ່າ, ການແບ່ງເຂດແດນ, ການເກັບກໍາຂໍ້ມູນ, ການອະນຸມັດ ໂຄຕ້າ, ການຄຸ້ມຄອງ ແລະ ການຕັດໄມ້, ການຂົນສົ່ງ, ການປຸງແຕ່ງ ແລະ ການສົ່ງອອກ.” ທ່ານ ຊູຊາດ ໄຊຍະກຸມມານ ຍັງໄດ້ກ່າວເພີ່ມຕື່ມວ່າ “ການສັງລວມນິຕິກໍາກ່ຽວກັບວຽກງານປ່າໄມ້ນີ້ຈະສາມາດຊ່ວຍເຂົ້າໃນການຮ່າງນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້ ເຊິ່ງເປັນສ່ວນສໍາຄັນຂອງ ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT VPA), ເຊິ່ງລັດຖະບານລາວກໍາລັງເອົາໃຈໃສ່ໃນການຈັດຕັ້ງປະຕິບັດ.”

 

ທ່ານ ທອງສະຫວັນ ສຸລິຍະມາດ, ປະທານສະມາຄົມອຸດສາຫະກໍາປຸງແຕ່ງໄມ້ລາວ ໄດ້ກ່າວໃນກອງປະຊຸມປ່າໄມ້ປະຈໍາພາກພື້ນ ອາຊີ-ປາຊິຟິກ ວ່າ “ລັດຖະບານແຫ່ງ ສປປ ລາວ ໄດ້ເລັ່ງເຫັນຄວາມສໍາຄັນຂອງພາກເອກະຊົນໃນການເປັນໜ່ວຍງານຕົ້ນຕໍເພື່ອພັດທະນາຂະແໜງອຸດສາຫະກໍາປຸງແຕ່ງໄມ້ ແລະ ເປັນໜ່ວຍງານທີ່ມີພາລະບົດບາດສໍາຄັນໃນແຜນງານ FLEGT VPA, ເຊິ່ງເປັນແນວຄິດລິເລີ່ມໃໝ່ເພື່ອຮັບປະກັນການສະໜອງໄມ້ທີ່ຖືກຕ້ອງຕາມກົດໝາຍໃຫ້ຂະແໜງອຸດສາຫະກໍາຢ່າງພຽງພໍ ແລະ ຮັບປະກັນການປັບປຸງການຄຸ້ມຄອງປ່າໄມ້ ແລະ ການບໍລິຫານຈັດການປ່າໄມ້ແບບຍືນຍົງໃນປະເທດລາວ”.

 

ໃນທີ່ປະຊຸມ, ຄະນະຕົວແທນຈາກປະເທດລາວໄດ້ລາຍງານຄວາມຄືບໜ້າກ່ຽວກັບການເພີ່ມຂຶ້ນຂອງປ່າໄມ້ປົກຫຸ້ມ ໃນລະຫວ່າງ ປີ 2010 ຫາ 2015 ເຊິ່ງເປັນໝາກຜົນຈາກການຫຼຸດຜ່ອນທາງດ້ານການຕັດໄມ້ ແລະ ການເພີ່ມຂຶ້ນຂອງການຟື້ນຟູປ່າ, ໂດຍສະເພາະແມ່ນໃນເຂດທີ່ມີການຕັດໄມ້, ພ້ອມທັງການປະຕິບັດແນວທາງການມີສ່ວນຮ່ວມຂອງພາກສ່ວນຕ່າງໆ, ການປົກປັກຮັກສາລະບົບນິເວດວິທະຍາ, ແລະ ການສ້າງຜົນປະໂຫຍດຕໍ່ການດໍາລົງຊີວິດໃນການຟື້ນຟູປ່າ.

 

ທ່ານ ຄຳພຸດ ພັນດານຸວົງ, ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ “ສປປ ລາວ ພວມອອກແຮງຈັດຕັ້ງປະຕິບັດວຽກງານເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງປ່າໄມ້ໃນປະເທດ. ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (FLEGT VPA) ແມ່ນຂີດໝາຍອັນສໍາຄັນທີ່ປະກອບສ່ວນເຂົ້າໃນວຽກງານການຄຸ້ມຄອງປ່າໄມ້. ການຄຸ້ມຄອງປ່າໄມ້ທີ່ດີນັ້ນ ຈະຊ່ວຍໃຫ້ພວກເຮົາສາມາດປົກປັກຮັກສາປ່າໄມ້ ເພື່ອອານາຄົດຂອງຄົນລຸ້ນໃໝ່, ເສີມຂະຫຍາຍໂອກາດໃຫ້ແກ່ຂະແໜງການປຸງແຕ່ງໄມ້ໃນປະເທດ, ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນໄມ້, ສ້າງໂອກາດໃນການຈ້າງງານໃນຂະແໜງປ່າໄມ້ ແລະ ເປີດກ້ວາງໂອກາດທາງການຕະຫຼາດທີ່ໃຫຍ່ຂຶ້ນກວ່າເກົ່າ. ພາຍຫຼັງທີ່ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ໄດ້ຖືກຈັດຕັ້ງປະຕິບັດແລ້ວ, ຜະລິດຕະພັນໄມ້ຂອງ ສປປ ລາວ ກໍຈະສາມາດຕອບສະໜອງຕາມກົດລະບຽບວ່າດ້ວຍໄມ້ຂອງສະຫະພາບເອີຣົບ ເຊິ່ງຈະເປັນການສົ່ງເສີມການສົ່ງອອກໄມ້ທີ່ຖືກກົດໝາຍໄປຍັງຕະຫຼາດຂອງສະຫະພາບເອີຣົບ ແລະ ປະເທດຄູ່ຮ່ວມການຄ້າຂອງສະຫະພາບເອີຣົບ. ພ້ອມກັນນັ້ນ ບັນດາບໍລິສັດປຸງແຕ່ງໄມ້ໃນ ສປປ ລາວ ກໍຈະສາມາດເຂົ້າເຖິງຕະຫຼາດອື່ນໆໄດ້ງ່າຍຂຶ້ນ ເປັນຕົ້ນແມ່ນເຂົ້າເຖິງຕະຫຼາດຂອງບັນດາປະເທດ ອາຊຽນ, ສະຫະລັດອາເມລິກາ, ອົດສະຕາລີ, ນິວຊີແລນ ແລະ ຍີ່ປຸ່ນ.”

 

ກອງປະຊຸມປ່າໄມ້ປະຈໍາພາກພື້ນ ອາຊີ-ປາຊິຟິກ, ເຊິ່ງຈັດຂຶ້ນທຸກໆ 4ປີ, ແມ່ນເວທີໜຶ່ງຂອງວຽກງານປ່າໄມ້ທີ່ໃຫຍ່ ແລະ ສໍາຄັນທີ່ສຸດໃນພາກພື້ນ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຫຼາຍກວ່າພັນຄົນ ເຊິ່ງເປັນຕົວແທນຈາກພາກລັດໃນຂະແໜງປ່າໄມ້, ຊັບພະຍາກອນທໍາມະຊາດ ແລະ ບັນດາພາກສ່ວນທີ່ມີສ່ວນຮ່ວມຕ່າງໆ ເຊັ່ນ ໜ່ວຍງານກໍານົດ ແລະ ອອກລະບຽບນະໂຍບາຍ, ຊ່ຽວຊານ, ສະຖາບັນການສຶກສາ, ສະຖາບັນການຄົ້ນຄ້ວາ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ພາກເອກະຊົນ ຈາກຫຼາຍກວ່າ 30 ປະເທດ, ເພື່ອປະເມີນການພັດທະນາຕ່າງໆທາງດ້ານຕະຫຼາດ ແລະ ການຄ້າໄມ້ສາກົນ, ແລະ ເພື່ອແກ້ໄຂບັນຫາຕ່າງໆທີ່ກ່ຽວຂ້ອງກັບແນວໂນ້ມ ແລະ ອານາຄົດຂອງຕະຫຼາດ ແລະ ການຄ້າໄມ້ສາກົນ ໃນຂົງເຂດການຄ້າໄມ້ແບບຍືນຍົງ ແລະ ແນວທາງການຮ່າງນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້ ແລະ ການຂະຫຍາຍຕົວໃນອານາຄົດພາຍໃນພາກພື້ນ.

 

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້. ຂໍ້ຕົກລົງ VPA ແມ່ນຂໍ້ຕົກລົງການຄ້າສາກົນເຊິ່ງມີຈຸດປະສົງເພື່ອຫຼຸດຜ່ອນການຕັດໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ.

 

ສ.ປ.ປ. ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາດັ່ງກ່າວກັບສະຫະພາບເອີຣົບ, ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກໂຄງການ GIZ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (ProFLEGT).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມກັນຂອງລັດຖະບານແຫ່ງ ສປປ ລາວ ແລະ ການຮ່ວມມືການພັດທະນາຂອງເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການແຜນງານ FLEGT Standing Office ພາຍໃຕ້ການຊີ້ນຳຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ອົງການຈັດຕັ້ງອື່ນໆຂອງລັດ, ອົງການຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້.

 

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້