ລັດຖະບານລາວເລີ່ມກຽມການເຈລະຈາກັບສະຫະພາບເອີຣົບກ່ຽວກັບຂໍ້ຕົກລົງການຄ້າເພື່ອສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ

ຕ.ລ. 2, 2015 | ຂ່າວສານ

ຄະນະຊີ້ນໍາລະດັບຊາດ (NSC) ໃນແຜນງານ FLEGT, ເຊິ່ງໄດ້ຮັບການຮັບຮອງໂດຍຫ້ອງວ່າການລັດຖະບານ ໃນວັນທີ 19 ສິງຫາ 2015 ພາຍໃຕ້ຂໍ້ຕົກລົງເລກທີ 65/ນຍ, ໄດ້ເລີ່ມຕົ້ນກຽມການເຈລະຈາກັບສະພາບເອີຣົບ (EU) ທາງດ້ານ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອແກ້ໄຂບັນການການຂຸດຄົ້ນໄມ້ທີ່ຜິດກົດໝາຍ ແລະ ເພື່ອເປັນການສົ່ງເສີມການຄ້າໄມ້ທີ່ຖືກຕ້ອງຕາມກົດໝາຍກັບສະຫະພາບເອີຣົບ.

 

ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄໍາ, ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກໍາ ແລະ ປ່າໄມ້ (MAF), ໄດ້ຮັບການແຕ່ງຕັ້ງໂດຍຄະນະຊີ້ນໍາລະດັບຊາດ ໃຫ້ເປັນ ຫົວໜ້າທີມງານເຈລະຈາ ເພື່ອນໍາພາຄະນະຈາກ ສປປ ລາວ ໃນການເຈລະຈາ ກັບ ສະຫະພາບເອີຣົບ. ລັດຖະບານແຫ່ງ ສປປ ລາວ ຍັງໄດ້ວາງເປົ້າໝາຍໃນການຈັດການເຈລະຈາຮອບທໍາອິດກັບ ສະຫະພາບເອີຣົບກ່ອນທ້າຍປີ 2015.

 

ກອງປະຊຸມຄັ້ງທໍາອິດຂອງຄະນະຊີ້ນໍາລະດັບຊາດນີ້ ໄດ້ຖືກຈັດຂຶ້ນໃນວັນທີ 2 ຕຸລາ 2015 ໂດຍມີ ທ່ານ ດຣ. ພວງປາຣິສັກ ເປັນປະທານ ແລະ ມີປະທ່ານຮ່ວມຈາກຫຼາຍສະຖາບັນ ເຊິ່ງໄດ້ແກ່ ທ່ານ ສຽວສະຫວາດ ສະແຫວງສຶກສາ (ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ), ທ່ານ ຈັນສອນ ແສງບຸດຕະລາດ (ລັດຖະມົນຕີຊ່ວຍວ່າການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ທ່ານ ບຸນສະຫວາດ ບຸບຜາ (ລັດຖະມົນຕີຊ່ວຍວ່າການ ກະຊວງຍຸດຕິທໍາ), ທ່ານ ບຸນໂຈມ ອຸບົນປະເສີດ (ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ) ແລະ ຮອງເຈົ້າແຂວງ ຈາກ ສາມແຂວງທົດລອງຂອງແຜນງານ FLEGT ເຊິ່ງລວມມີ ທ່ານ ສຸກສະໄໝ ຈັນທະມາດ (ຮອງເຈົ້າແຂວງ ແຂວງອັດຕະປື), ທ່ານ ສົມໃຈ ເພັດສີນວນ (ຮອງເຈົ້າແຂວງ ແຂວງຄໍາມ່ວນ) ແລະ ທ່ານ ຍັນຍົງ ສີປະເສີດ (ຮອງເຈົ້າແຂວງ ແຂວງໄຊຍະບູລີ). ນອກນັ້ນ, ຍັງມີສະມາຊິກຂອງຄະນະຊີ້ນໍາລະດັບຊາດ ຕ່າງໆ ເຂົ້າຮ່ວມ ໄດ້ແກ່ ຕົວແທນຈາກອຸດສາຫະກໍາປຸງແຕ່ງໄມ້ (ປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ) ແລະ ຕົວແທນຈາກອົງການຈັດຕັ້ງທາງສັງຄົມທ້ອງຖິ່ນ (CSO).

 

“ການເຈລະຈາຂໍ້ຕົກລົງການຄ້ານີ້ຕ້ອງໄດ້ດໍາເນີນໄປພ້ອມກັນກັບການສົ່ງເສີມການເພີ່ມມູນຄ່າໃນຂະແໜງປຸງແຕ່ງໄມ້ໃນປະເທດລາວ, ເຊິ່ງຈະຊ່ວຍເພີ່ມການເກັບລາຍຮັບຂອງພາກລັດ, ສ້າງວຽກເຮັດງານທໍາ ແລະ ເຂົ້າເຖິງຕະຫຼາດສົ່ງອອກແຫ່ງໃໝ່ໃຫ້ແກ່ປະເທດລາວ”, ກ່າວໂດຍ ທ່ານ ດຣ. ພວງປາຣິສັກ. “ພ້ອມກັນນັ້ນ ມັນຍັງຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ”.

 

ນອກນັ້ນ ທ່ານ ຄໍາພຸດ ພັນດານຸວົງ, ຫົວໜ້າກົມກວດກາປ່າໄມ້ (DOFI) ແລະ ຍັງເປັນ ຜູ້ປະສານງານແຜນງານ FLEGT ປະຈໍາຝ່າຍລາວ, ກໍຍັງເຂົ້າຮ່ວມການປະຊຸມໃນຄັ້ງນີ້ ພ້ອມກັບ ບັນດາຫົວໜ້າກົມ ແລະ ຮອງກົມ ຈາກ ກົມປ່າໄມ້ (DOF), ກົມນໍາເຂົ້າ ແລະ ສົ່ງອອກ(DIMEX), ກົມນະໂຍບາຍການຄ້າຕ່າງປະເທດ (FTPD), ກົມອຸດສາຫະກໍາ ແລະ ຫັດຖະກໍາ (DOIH), ກົມຄຸ້ມຄອງຊັບພະຍາກອນປ່າໄມ້ (DFRM), ກົມແຜນການ ແລະ ການຮ່ວມມື (DOPC, ກະຊວງແຜນການ ແລະ ການລົງທຶນ), ກົມພາສີ, ສະພາແຫ່ງຊາດ (ກົມເສດຖະກິດ), ກົມແຜນການ ແລະ ການຮ່ວມມື (DOPC, ກະຊວງກະສິກໍາ ແລະ ປ່າໄມ້) ກໍໄດ້ເຂົ້າຮ່ວມ.

IMG_2016-Group

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້. ຂໍ້ຕົກລົງ VPA ແມ່ນຂໍ້ຕົກລົງການຄ້າສາກົນເຊິ່ງມີຈຸດປະສົງເພື່ອຫຼຸດຜ່ອນການຕັດໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ.

 

ສ.ປ.ປ. ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາດັ່ງກ່າວກັບສະຫະພາບເອີຣົບ, ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກໂຄງການ GIZ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (ProFLEGT).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມກັນຂອງລັດຖະບານແຫ່ງ ສ.ປ.ປ. ລາວ ແລະ ການຮ່ວມມືການພັດທະນາຂອງເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການແຜນງານ FLEGT Standing Office ພາຍໃຕ້ການຊີ້ນຳຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ອົງການຈັດຕັ້ງອື່ນໆຂອງລັດ, ອົງກອນຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາການປຸງແຕ່ງໄມ້.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້