ລາວກະກຽມນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ເພື່ອການເຈລະຈາ FLEGT VPA ຄັ້ງທໍາອິດ ກັບ ສະຫະພາບເອີຣົບ

ມ.ສ. 27, 2016 | ຂ່າວສານ, ບົດຂ່າວ

ໃນກອງປະຊຸມຄັ້ງວັນທີ 26 ແລະ 27 ເມສາ 2016, ຄະນະຮັບຜິດຊອບດ້ານວິຊາການ ພາຍໃຕ້ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ປະຈໍາລາວ ໄດ້ ປັບປຸງຮ່າງນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ເຊິ່ງເປັນຂັ້ນຕອນໃນການກະກຽມ ການເຈລະຈາຊ່ອງໜ້າຄັ້ງທໍາອິດ ໃນ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ເຊິ່ງຈະໄດ້ຈັດຂຶ້ນໃນໄຕມາດສຸດທ້າຍຂອງປີ 2016. ກອງປະຊຸມດັ່ງກ່າວ, ເຊິ່ງຈັດໂດຍ ກົມກວດກາປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້, ໄດ້ເຊີນບັນດາພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເຖິງ 50 ທ່ານ, ເຊິ່ງເປັນຕົວແທນມາຈາກ ພາກລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອຕົກລົງຮັບຮອງເອົາໂຄງຮ່າງຂອງ ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ພ້ອມກັບຫຼັກການຕ່າງໆ. ພ້ອມນັ້ນ ກອງປະຊຸມດັ່ງກ່າວ ຍັງເປັນເວທີສົນທະນາຮ່າງນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ສໍາລັບ ກຸ່ມຊ່ຽວຊານສະເພາະດ້ານ ສະໜາມພັກໄມ້ 1-3 ຂອງປ່າຜະລິດ.

 

ທ່ານ ມະໂນຮັກ ຣາຊະຈັກ, ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ກ່າວວ່າ “ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ແມ່ນມີຄວາມສໍາຄັນສໍາລັບປະເທດລາວ ເນື່ອງຈາກວ່າ ນິຍາມດັ່ງກ່າວປຽບເໝືອນ ‘ໃບເປີດທາງ’ ໃນການເຂົ້າເຖິງຕະຫຼາດສົ່ງອອກແຫ່ງໃໝ່ ໃນ ຊຸມຊົນເສດຖະກິດ ອາຊຽນ ຫຼື AEC ແລະ ຕະຫຼາດສົ່ງອອກອື່ນໆເຊັ່ນ ສະຫະພາບເອີຣົບ, ສະຫະລັດ ອາເມລິກາ, ຈີນ, ບັນດາປະເທດອາຊຽນ, ອົດສະຕາລີ, ຍີປຸ່ນ ແລະ ເກົາລີໃຕ້, ທີ່ສົນໃຈນໍາເຂົ້າແຕ່ໄມ້ທີ່ຖືກຕ້ອງຕາມກົດໝາຍເທົ່ານັ້ນ”. ທ່ານ ມະໂນຮັກ ຍັງກ່າວເພີ່ມເຕີມວ່າ “ພາຍຫຼັງທີ່ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ໄດ້ຮັບການລະບຸ ເປັນທີ່ຮຽບຮ້ອຍແລ້ວ, ບາດກ້າວຕໍ່ໄປແມ່ນການເສີມສ້າງຄວາມອາດສາມາດໃຫ້ແກ່ອຸດສາຫະກໍາໄມ້ຂອງລາວ ໂດຍການປັບປຸງການສະໜອງວັດຖຸດິບ, ຄຸນວຸດທິຂອງພະນັກງານ ແລະ ນາຍຊ່າງ ໃນອຸດສາຫະກໍາປຸງແຕ່ງໄມ້, ສະມາຄົມຕ່າງໆທີ່ກ່ຽວຂ້ອງ, ແລະ ການເຂົ້າເຖິງຂໍ້ມູນທາງຕະຫຼາດ ແລະ ຜະລິດຕະພັນສໍາລັບບໍລິສັດທຸກແຫ່ງ”.

 

ຄໍານິຍາມຂອງໄມ້ທີ່ຖືກກົດໝາຍຈະເຮັດໃຫ້ເກີດຜົນດີແກ່ບັນດາຜູ້ທີ່ໄດ້ຮັບຜົນປະໂຫຍດທີ່ຫຼາກຫຼາຍ, ເຊິ່ງໄດ້ແກ່ຊຸມຊົນທ້ອງຖິ່ນ, ພາກເອກະຊົນ ແລະ ໜ່ວຍງານພາກລັດທີ່ກ່ຽວຂ້ອງ. ຊຸມຊົນທ້ອງຖິ່ນທີ່ຊົມໃຊ້ປ່າໄມ້ໃນ ສປປ ລາວ ຈະສາມາດດໍາເນີນການດໍາລົງຊີວິດຂອງພວກເຂົາໄດ້ຢ່າງຍືນຍົງ ເນື່ອງຈາກວ່າ ພວກເຂົາຈະສາມາດນໍາໃຊ້ສິດຂອງພວກເຂົາໃນການເຂົ້າເຖິງຊັບພະຍາກອນຕ່າງໆ ໃນເຂດທີ່ໄດ້ຮັບການອະນຸຍາດ ແລະ ຈັດສັນຄຸ້ມຄອງໂດຍພາກລັດ. ເຈົ້າຂອງບໍລິສັດ, ໂດຍສະເພາະແມ່ນໃນຂະແໜງອຸດສາຫະກໍາ ການປຸງແຕ່ງໄມ້, ເຄື່ອງຕົບແຕ່ງບ້ານ ແລະ ຫັດຖະກໍາ, ຈະສາມາດວາງແຜນການດໍາເນີນທຸລະກິດໄດ້ຢ່າງມີປະສິດທິພາບຂຶ້ນຕື່ມ; ສິ່ງນີ້ຈະເກີດຂຶ້ນໄດ້ຍ້ອນການສະໜອງວັດຖຸດິບແລະ ການຄຸ້ມຄອງແບບຍືນຍົງ.

IMG_3361

“ນິຍາມຂອງໄມ້ທີ່ຖືກກົດໝາຍຄວນຈະລວມເອົາກົດໝາຍ ທີ່ກ່ຽວຂ້ອງກັບຂະແໜງປ່າໄມ້ ພ້ອມທັງກວມເອົາຂະແໜງ ອື່ນໆທີ່ກ່ຽວຂ້ອງ, ເຊັ່ນ ອຸດສາຫະກໍາ ແລະ ການຄ້າ, ນໍາເຂົ້າ ແລະ ສົ່ງອອກ”, ກ່າວໂດຍ ທ່ານ ຮາຍໂກະ ວໍເນີ, ທີ່ປຶກສາອາວຸໂສຂອງໂຄງການ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (ProFLEGT). “ການຈັດການປຶກສາຫາລືກັບຫຼາຍພາກສ່ວນສາມາດຮັບປະກັນໄດ້ວ່າບັນດາຜູ້ທີ່ໄດ້ຮັບຜົນປະໂຫຍດທີ່ຫຼາກຫຼາຍເຫຼົ່ານັ້ນ ເຊັ່ນວ່າ ຊຸມຊົນທ້ອງຖິ່ນ, ພາກເອກະຊົນ ແລະ ພາກລັດ ຈະໄດ້ຮັບຜົນປະໂຫຍດຮ່ວມກັນຈາກການຄ້າໄມ້ ແລະ ຜະລິດຕະພັນໄມ້ທີ່ຖືກກົດໝາຍ”, ກ່າວເພີ່ມເຕີມໂດຍທ່ານ ຮາຍໂກະ.

 

ໃນທີ່ປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ມີໂອກາດສົນທະນາເຖິງກອບການເຈລະຈາ ຜະລິດຕະພັນ, ປະເທດເປົ້າໝາຍການສົ່ງອອກ ແລະ ແຫຼ່ງສະໜອງໄມ້, ພ້ອມກັບຜົນການສຶກສາການຄວບຄຸມຕ່ອງໂສ້ການສະໜອງໄມ້ ແລະ ຂະບວນການຢັ້ງຢືນໃນປ່າຜະລິດ, ພາຍໃຕ້ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້.

 

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້, ເຊິ່ງໄດ້ວາງເຈດຈໍານົງ ແລະ ແນວທາງໃນການຫຼຸດຜ່ອນການຄ້າໄມ້ທີ່ຜິດກົດໝາຍ, ພ້ອມກັບລະບົບການອອກອະນຸຍາດເພື່ອຢັ້ງຢືນຄວາມຖືກຕ້ອງຂອງໄມ້ທີ່ຈະສົ່ງອອກໄປຕະຫຼາດເອີຣົບ. ນິຍາມທີ່ຖືກກົດໝາຍຂອງໄມ້ເປັນອົງປະກອບໜຶ່ງທີ່ສໍາຄັນໃນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA).

 

ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງເປັນຂໍ້ຕົກລົງການຄ້າກັບສະຫະພາບເອີຣົບ, ທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການ GIZ ແຫ່ງປະເທດເຢຍລະມັນ ຕໍ່ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (ProFLEGT).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມຂອງລັດຖະບານແຫ່ງ ສປປ ລາວ ແລະ ການຮ່ວມມືການພັດທະນາຂອງປະເທດເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການປະສານງານ FLEGT ພາຍໃຕ້ການຄຸ້ມຄອງຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ໜ່ວຍງານພາກລັດ, ອົງການຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້