ສປປ ລາວ ລາຍງານຄວາມຄືບໜ້າໃນການຫຼຸດຜ່ອນການຕັດໄມ້ທີ່ຜິດກົດໝາຍຢ່າງມີປະສິດທິຜົນພາຍໃຕ້ແຜນງານ FLEGT/VPA ໃນກອງປະຊຸມສາກົນ CHATHAM HOUSE ທີ່ ປະເທດອັງກິດ

ມ.ຖ. 27, 2016 | ຂ່າວສານ, ບົດຂ່າວ

ຄະນະຜູ່ແທນຈາກພາກລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມຂອງລາວ ໄດ້ນໍາສະເໜີຜົນສໍາເລັດໃນການປັບປຸງການຄຸ້ມຄອງປ່າໄມ້ໃນ ສປປ ລາວ ພາຍໃຕ້ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ (Lao EU-FLEGT process) ໃນລະຫວ່າງ ກອງປະຊຸມປຶກສາຫາລືກ່ຽວກັບການຕັດໄມ້ທີ່ຜິດກົດໝາຍ ຄັ້ງທີ 26: Illegal Logging Update and Stakeholder Consultation Meeting ໃນລະຫວ່າງ ວັນທີ 16 ແລະ 17 ມິຖຸນາ 2016 ທີ່ ເມືອງ ລອນດອນ, ເຊິ່ງເປັນກອງປະຊຸມສາກົນໃນຂະແໜງປ່າໄມ້ທີ່ມີຄວາມສໍາຄັນໃນການແກ້ໄຂບັນຫາການຕັດໄມ້ ແລະ ການຄ້າໄມ້ ທີ່ຜິດກົດໝາຍ.

 

ໝາກຜົນທີ່ສໍາຄັນໜຶ່ງທີ່ໄດ້ຖືກນໍາສະເໜີໃນກອງປະຊຸມ ໂດຍກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ແມ່ນ ການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້. “ການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້ ເປັນວຽກງານການສັງລວມກົດໝາຍທີ່ສັບຊ້ອນທີ່ກ່ຽວຂ້ອງກັບຂະແໜງການປ່າໄມ້ ໃນລາວ ຕະຫຼອດຮອດຕ່ອງໂສ້ການສະໜອງຜະລິດຕະພັນໄມ້ – ເຊິ່ງເລີ່ມຈາກການຈັດປະເພດພື້ນທີ່ປ່າ, ການແບ່ງເຂດແດນ, ການເກັບກໍາຂໍ້ມູນ, ການອະນຸມັດ ໂຄຕ້າ, ການຄຸ້ມຄອງ ແລະ ການຕັດໄມ້, ການຂົນສົ່ງ, ການປຸງແຕ່ງ ແລະ ການສົ່ງອອກ.” ກົມປ່າໄມ້ ຍັງໄດ້ກ່າວເພີ່ມຕື່ມວ່າ “ການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້ນີ້ ເປັນບາດກ້າວພື້ນຖານທີ່ສໍາຄັນໃນການພັດທະນາ ຮ່າງນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ໃນເຂດປ່າຜະລິດ – ລວມທັງຂອບເຂດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) – ເຊິ່ງຈະໄດ້ນໍາສະເໜີໃນການເຈລະຈາຄັ້ງທໍາອິດ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສະຫະພາບເອີຣົບ ໃນແຜນງານ FLEGT/VPA ທີ່ຈະໄດ້ຈັດຂຶ້ນໃນໄຕມາດສຸດທ້າຍຂອງປີ 2016”.

 

ທ່ານນາງ ວັນສີ ແສນຍະວົງ, ຜູ່ອໍານວຍການ ສະມາຄົມແມ່ຍິງຮ່ວມໃຈພັດທະນາ, ແລະ ເປັນຕົວແທນຂອງອົງການຈັດຕັ້ງທາງສັງຄົມປະຈໍາແຜນງານ FLEGT ໃນ ສປປ ລາວ: Lao CSO FLEGT, ໄດ້ກ່າວວ່າ “ເພື່ອໃຫ້ແຜນງານ FLEGT ມີຄວາມຍືນຍົງ, ອົງການຈັດຕັ້ງທາງສັງຄົມໃນລາວ ມີພາລະບົດບາດໃນການສະໜັບສະໜູນການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ແລະ ຮັບປະກັນວ່າ ທຸກຂໍ້ສົງໃສ ແລະ ຄວາມຄິດເຫັນຈະໄດ້ຮັບການຍົກຂຶ້ນ ແລະ ສະທ້ອນເຂົ້າໃນນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້”.

 

ທ່ານ ໂພໄຊ ອິນທະບົວລີ, ຮອງຫົວໜ້າພະແນກວາງແຜນ ແລະ ຄົ້ນຄວ້າ, ກົມນໍາເຂົ້າ-ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ກ່າວວ່າ “ການຮ່າງນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ແມ່ນມີຄວາມສໍາຄັນໃຫ້ແກ່ປະເທດລາວ ເຊິ່ງປຽບເໝືອນ ‘ໃບເບີກທາງ’ ໃນການເຂົ້າເຖິງຕະຫຼາດສົ່ງອອກແຫ່ງໃໝ່ໃນກຸ່ມປະຊາຄົມເສດຖະກິດອາຊຽນ ຫຼື AEC ແລະ ຕະຫຼາດສົ່ງອອກແຫ່ງອື່ນ ເຊັ່ນ ເອີຣົບ, ອາເມລິກາ, ຍີ່ປຸ່ນ ແລະ ຈີນ ສໍາລັບຜະລິດຕະພັນທີ່ມີທັງຄຸນນະພາບດີ ແລະ ຖືກກົດໝາຍ”. ທ່ານ ໂພໄຊ ຍັງໄດ້ກ່າວຕື່ມວ່າ “ພາຍຫຼັງທີ່ນິຍາມໄມ້ທີ່ຖືກກົດໝາຍໄດ້ຮັບການຮ່າງຂຶ້ນ, ບາດກ້າວຕໍ່ໄປແມ່ນການເສີມສ້າງຄວາມອາດສາມາດໃນການແຂ່ງຂັນຂອງອຸດສາຫະກໍາປຸງແຕ່ງໄມ້ລາວ ໂດຍການປັບປຸງການສະໜອງວັດຖຸດິບແບບຍືນຍົງ, ພັດທະນາຄຸນນະພາບຂອງພະນັກງານ ແລະ ກໍາມະກອນໃນອຸດສາຫະກໍາປຸງແຕ່ງໄມ້ ແລະ ການເຂົ້າເຖິງຂໍ້ມູນທາງດ້ານຕະຫຼາດ ແລະ ສິນຄ້າໃຫ້ແກ່ບັນດາບໍລິສັດຕ່າງໆ”.

 

ໃນບໍ່ດົນມານີ້, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ ອອກຄໍາສັ່ງ (ເລກທີ 15/ນຍ) ເພື່ອເປັນການເພີ່ມທະວີໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງປ່າໄມ້, ທຸລະກິດໄມ້, ການຂຸດຄົ້ນໄມ້, ປຸງແຕ່ງໄມ້ ແລະ ຊື້-ຂາຍໄມ້ ໃຫ້ມີຄວາມເຂັ້ມງວດຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ລັດຖະບານໄດ້ວາງອອກໃຫ້ມີຄວາມສັກສິດ, ທັງເປັນການສະກັດກັ້ນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ໃນຂົງເຂດວຽກງານປ່າໄມ້ ໃຫ້ຫຼຸດລົງ ແລະ ໝົດໄປເທື່ອລະກ້າວ.

 

ທ່ານ ທອງສະຫວັນ ສຸລິຍະມາດ, ປະທານສະມາຄົມ ອຸດສາຫະກໍາປຸງແຕ່ງໄມ້ລາວ ໄດ້ກ່າວໃນທີ່ປະຊຸມວ່າ “ຄໍາສັ່ງໃໝ່ຂອງນາຍົກລັດຖະມົນຕີ (ເລກທີ 15/ນຍ) ວ່າດ້ວຍ “ການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້” ໄດ້ຖືກປະກາດອອກເພື່ອຮັດກຸມການຢຸດຕິການສົ່ງອອກໄມ້ທ່ອນ ແລະ ໄມ້ແປຮູບທັງໝົດທີ່ໄດ້ປະກາດໃຊ້ໃນເດືອນ ສິງຫາ 2015 ທີ່ຜ່ານມາ. ອີງຕາມຄໍາສັ່ງໃໝ່ດັ່ງກ່າວນີ້, ມີພຽງແຕ່ຜະລິດຕະພັນໄມ້ສໍາເລັດຮູບທີ່ອາດຈະໄດ້ຮັບອະນຸຍາດໃນການສົ່ງອອກ ແລະ ການສົ່ງອອກຜະລິດຕະພັນໄມ້ອື່ນໆ (ໄມ້ທ່ອນ, ໄມ້ແປຮູບ, ຜະລິດຕະພັນເຄິ່ງສໍາເລັດຮູບ ແລະ ອື່ນໆ) ແມ່ນຜິດກົດໝາຍ”.

 

Illegal Logging Update and Stakeholder Consultation Meeting ເປັນກອງປະຊຸມໃນຂະແໜງການປ່າໄມ້ໜຶ່ງທີ່ໃຫຍ່ ແລະ ມີຄວາມສໍາຄັນທີ່ສຸດໃນເວທີສາກົນທີ່ຈັດຂຶ້ນທຸກໆປີ, ເຊິ່ງເປັນກອງປະຊຸມທີ່ສົນທະນາກ່ຽວກັບບັນຫາສໍາຄັນຕໍ່ກັບການຄ້າໄມ້ທີ່ຜິດກົດໝາຍ, ລວມທັງການພົວພັນລະຫວ່າງ ແຜນງານ FLEGT ແລະ ແຜນງານ ການຫຼຸດຜ່ອນອາຍຜິດຈາກການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າ (REDD), ການຄວບຄຸມຕະຫຼາດໄມ້ພາຍໃນປະເທດ, ການຕິດຕາມປ່າແບບເອກະລາດ ແລະ ການຕິດຕາມການຄ້າໄມ້ດູ່ທີ່ຜິດກົດໝາຍ.

 

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້, ເຊິ່ງໄດ້ວາງເຈດຈໍານົງ ແລະ ແນວທາງໃນການຫຼຸດຜ່ອນການຄ້າໄມ້ທີ່ຜິດກົດໝາຍ, ພ້ອມກັບລະບົບການອອກອະນຸຍາດເພື່ອຢັ້ງຢືນຄວາມຖືກຕ້ອງຂອງໄມ້ທີ່ຈະສົ່ງອອກໄປຕະຫຼາດເອີຣົບ. ນິຍາມທີ່ຖືກກົດໝາຍຂອງໄມ້ເປັນອົງປະກອບໜຶ່ງທີ່ສໍາຄັນໃນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA).

 

ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງເປັນຂໍ້ຕົກລົງການຄ້າກັບສະຫະພາບເອີຣົບ, ທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (ProFLEGT) ພາຍໃຕ້ການຮ່ວມມືດ້ານການພັດທະນາຂອງ ເຢຍລະມັນ, ເຊິ່ງຈັດຕັ້ງປະຕິບັດໂດຍ GIZ (Deutsche Gesellschaft fuer Internationale Zusammenarbeit).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມຂອງລັດຖະບານແຫ່ງ ສປປ ລາວ ແລະ ການຮ່ວມມືການພັດທະນາຂອງປະເທດເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການປະສານງານ FLEGT ພາຍໃຕ້ການຄຸ້ມຄອງຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ໜ່ວຍງານພາກລັດ, ອົງການຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້.

 

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້