ສປປ ລາວ ແລະ ສະຫະພາບເອີຣົບ ຮ່ວມສະຫຼຸບຜົນການເຈລະຈາຊ່ອງໜ້າ ຄັ້ງທີ 2 ສຳລັບ ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອກາຍເປັນຄູ່ສັນຍາການຄ້າໄມ້ແບບສະໝັກໃຈ ໃນວັນທີ່ 7 ມິຖຸນາ 2018

ມ.ຖ. 28, 2018 | ຂ່າວສານ, ບົດຂ່າວ

ລັດຖະບານແຫ່ງ ລາວ ມີຄວາມຕັ້ງໃຈ ແລະ ໃຫ້ຄຳໝັ້ນໃນການສະກັດກັ້ນການຕັດໄມ້ທີ່ຜິດກົດໝາຍ ແລະເອົາໃຈໃສ່ແກ້ໄຂບັນດາຜົນກະທົບ​​ທີ່ສົ່ງຜົນຕໍ່ດ້ານສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ,” ທ່ານ ປອ, ພວງຣິສັກ ຣະວົງວຽງຄຳ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ກ່າວ. ການຈັດຕັ້ງປະຕິບັດ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ທີ່ກຳລັງດຳເນີນຢູ່ເຊິ່ງໄດ້ສຸມໃສ່ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງການຂຸດຄົ້ນໄມ້, ການກວດກາ, ການຂົນສົ່ງ ແລະ ການຄ້າໄມ້, ແມ່ນເຫັນໄດ້ເຖິງຄວາມຄືບໜ້າຈາກການຈັດຕັ້ງປະຕິບັດດັ່ງກ່າວທ່ານກ່າວຕື່ມ. ‘ໃນຕົວຈິງ, ຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງວ່າ ການຈັດຕັ້ງປະຕິບັດ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ແລະ ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອກາຍເປັນຄູ່ສັນຍາການຄ້າໄມ້ແບບສະໝັກໃຈ (FLEGT VPA) ເປັນສອງວຽກ ທີ່ມີການເຊື່ອມໂຍງ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ

ການເຈລະຈາຊ່ອງໜ້າຄັ້ງທີ​ 2 ຮ່ວມກັບ EU ​ຄັ້ງນີ້ ໄດ້ເປັນຂີດໝາຍໃນການຜັນຂະຫຍາຍ ນະໂຍບາຍການຄຸ້ມຄອງປ່າໄມ້ ລວມທັງການປັບປຸງຕ່ອງໂສ້ການສະໜອງໄມ້, ນອກຈາກນັ້ນ ຍັງເປັນການສະຫຼຸບຜົນ ບັນດານະໂຍບາຍ ແລະ ໜ້າວຽກທີ່ເປັນບຸລິມະສິດຂອງ ລາວ ເພື່ອກະກຽມໃຫ້ແກ່ VPA” ​ທ່ານ ປອ ພວງຣາຣີສັກ ກ່າວ.

ການເຈລະຈາຊ່ອງໜ້າຄັ້ງທີ​ 2 ສຳລັບແຜນງານ VPA ລະຫວ່າງ ລາວ ແລະ EU ​ໄດ້ຈັດຂຶ້ນລະຫວ່າງວັນທີ 4 ຫາ 7 ມິຖຸນາ 2018. ການເຈລະແມ່ນປະກອບດ້ວຍ ສອງວາລະການດຳເນີນກອງປະຊຸມ, ເຊິ່ງປະກອບດ້ວຍ ກອງປະຸມຮ່ວມດ້ານວິຊາການ (JEM) ເປັນເວລາສອງວັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານນາງ ກໍດານາ ທອບປິກ (Gordana Topic), ເຈົ້າໜ້າທີ່ດ້ານນະໂຍບາຍ ທັງເປັນຫົວໜ້າຮັບຜິດຊອບວຽກງານທາງດ້ານສິ່ງແວດລ້ອມ, ຄະນະກຳມາທິການສະຫະພາບເອີຣົບ (EC). ຫຼັງຈາກນັ້ນ, ແມ່ນວາລະຂອງກອງປະຊຸມເຈລະຈາຊ່ອງໜ້າ (TWG) ດ້ວຍການເປັນປະທານ​​ຮ່ວມໂດຍ ທ່ານ ປອ. ພວງ ຣິສັກ ຣະວົງວຽງຄຳ, ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ໂຣເຮ ຣອດຣີເກັດສ໌ (Jorge Rodriguez Romero), ຮອງຫົວໜ້າໜ່ວຍງານ ທັງເປັນຫົວໜ້າ ຮັບຜິດຊອບວຽກງານທາງດ້ານສິ່ງແວດລ້ອມ, ຄະນະກຳມາທິການສະຫະພາບເອີຣົບ (EC).

ຄະນະເຈລະຈາທັງສອງຝ່າຍ ໄດ້ປຶກສາຫາລືເຖິງຄວາມຄືບໜ້າຂອງການສ້າງ ແລະ ປັບປຸງ ລະບົບຄ້ຳປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS) ເຊິ່ງຈະເປັນລະບົບທີ່ນຳໃຊ້ເພື່ອຢັ້ງຢືນກວດກາຄວາມຖືກຕ້ອງຂອງໄມ້ ແລະ ຜະລິດຕະພັນໄມ້ຕາມລະບຽບ ແລະ ກົດໝາຍ ໃນ ລາວ. ພາຍຫລັງກອງປະຊຸມເຈລະຈາຊ່ອງໜ້າຄັ້ງທີ 1 ທີ່ໄດ້ຈັດຂຶ້ນ ໃນເດືອນເມສາ 2017 ທີ່ຜ່ານມາ, ລາວ ໄດ້ສຸມໃສ່​ ​ປັບປຸງບັນດາອົງປະກອບຂອງລະບົບດັ່ງກ່າວ ແລະ ເຫັນໄດ້ເຖິງຄວາມຄືບໜ້າຂອງການປັບປຸງ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (TLD) ເຊິ່ງເປັນການວິເຄາະ, ໄຈ້ແຍກບັນດານິຕິກຳທີ່ກ່ຽວຂ້ອງໃນ ລາວ ເພື່ອເລືອກເຟັ້ນເອົາເນື້ອໃນສຳຄັນທີ່ມີຄວາມກ່ຽວຂ້ອງ ໃນການກຳນົດ ແລະ ອ້າງອີງເຖິງຄວາມຖືກຕ້ອງ​​ຕາມກົດໝາຍຂອງໄມ້. ​ນອກຈາກນີ້, ລາວ ໄດ້ມີຄວາມຄືບໜ້າໃນການປັບປຸງລະບົບຄຸ້ມຄອງຕ່ອງໂສ້ການສະໜອງໄມ້ (TLAS) ໂດຍມີການອະທິບາຍຂັ້ນຕອນ ແລະ ຂໍ້ກຳນົດຕ່າງໆທີ່ກ່ຽວຂ້ອງ ຕັ້ງແຕ່ຈຸດຕັດປ້ຳ ຈົນເຖິງຂັ້ນຕອນຂອງການສົ່ງອອກ, ລວທັງ ມີຄວາມຄືບໜ້າໃນການສ້າງລະບົບຢັ້ງຢືນກວດກາຄວາມຖືກຕ້ອງຂອງໄມ້ ເຊິ່ງເປັນການກວດກາ ໄມ້ ແລະ ຜະລິດຕະພັນໄມ້ ເພື່ອຮັບປະກັນຄວາມຖືກຕ້ອງຕາມລະບຽບການທີ່ກຳນົດໄວ້ໃນ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (TLD) ໃນແຕ່ບາດກ້າວຂອງຕ່ອງໂສ້ການສະໜອງໄມ້.

ຜ່ານການປຶກສາຫາລື ແລະ ສົນທະນາ, EU ແລະ ລາວ ໄດ້ມີການທົບທວນບັນດາຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (TLD), ເຊິ່ງຮ່າງເຫຼົ່ານີ້ ໄດ້ອະທິບາຍ ເຖິງລາຍລະອຽດຂອງໄມ້ ແລະ ຜະລິດຕະພັນໄມ້ ທີ່ຈະກຳນົດໄວ້ໃນ ສັນຍາການຄ້າແບບສະໝັກໃຈ (VPA). ໃນທາງຫລັກການແລ້ວ, ເຖິງແມ່ນວ່າ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ເປັນເອກກະສານທີ່ສາມາດດັດປັບໄດ້, ແຕ່ທັງສອງຝ່າຍໄດ້ຮັບຮອງເອົາ ສະບັບຮ່າງທີ່ສົມບຸນ ຂອງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ຂອງ  (1) ປ່າຜະລິດ (2) ພັນທະແຮງງານ ແລະ (3) ການປຸງແຕ່ງໄມ້ ແລະ ການຄ້າ ທີ່ໄດ້ບັນລຸຄວາມສຳເລັດ ແລະ ສາມາດນຳໃຊ້ໄດ້.  ໃນເມື່ອ ຊ່ອງຫ່ວາງ ໃນກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ໄດ້ມີການປັບປຸງແລ້ວ , ບັນດານິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍດັ່ງກ່າວຈະໄດ້ ຈັດຕັ້ງທົດລອງຕົວຈິງ ແລະ ເຜີຍແຜ່ ໃນບັນດາແຂວງທົດລອງ ແລະ ໃນທົ່ວປະເທດ ເພື່ອກວດກາຢັ້ງຢືນຄວາມຖືກຕ້ອງ ທາງດ້ານຄວາມສົມບຸນ ແລະ ການດຳເນີນງານຂອງນິຍາມໄມ້ດັ່ງກ່າວ.   ຫຼັງຈາກນັ້ນ, ຈະໄດ້ປັບປຸງກົດຫມາຍ ແລະ ລະບຽບການ ເພື່ອໃຫ້ນິຍາມໄມ້ນີ້ ສາມາດດຳເນີນງານໄດ້.  ນອກຈາກນັ້ນ, ທັງສອງຝ່າຍຍັງໄດ້ຕົກລົງເຫັນດີ ທາງດ້ານຂອບແຜນວຽກ (roadmap) ສຳລັບການປັບປຸງ ບັນດານິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (TLD) ແລະ ລະບົບຄ້ຳປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS) ໃນຕໍ່ໜ້າ.

ຄຽງຄູ່ກັນນັ້ນ, EU ແລະ ລາວ ພວມເຮັດວຽກຮ່ວມກັນໃນຂົງເຂດວຽກງານການຄຸ້ມຄອງທີ່ດີ ແລະ ການຄ້າໄມ້ທີ່ຖືກຕ້ອງຕາມກົດໝາຍ, ເຊິ່ງບໍ່ພຽງແຕ່ຈະສົ່ງຜົນອັນດີໃຫ້ແກ່ຂະແໜງ​​ການປ່າໄມ້ໃນ ລາວ ເທົ່ານັ້ນ, ​ແຕ່ຫາກຍັງສົ່ງຜົນອັນດີໃຫ້ແກ່ການຄຸ້ມຄອງປ່າໄມ້ໃນລະດັບສາກົນອີກດ້ວຍ ທ່ານ ເລອົງ ຟາແບຣ໌ (Leo Faber), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ລາວ, ກ່າວ. “ ລາວໄດ້ມີບົດບາດສຳຄັນ ໃນຖານະເປັນຜູ້ສົ່ງອອກຜະລິດຕະພັນໄມ້ໃຫ້ແກ່ຕະຫຼາດສຳຄັນໃນຂົງເຂດພາກພື້ນ ເຊັ່ນ: ​ ປະເທດຈີນ ແລະ ຫວຽດນາມ, ເຊິ່ງທັງສອງປະເທດກໍພວມຮ່ວມມື ກັບ​ EU ທາງດ້ານການຄຸ້ມຄອງປ່າໄມ້ ແລະ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້. ພວເຮົາຈຶ່ງໃຫ້ຄວາມສຳຄັນກັບ ຄວາມຕັ້ງອົກຕັ້ງໃຈ  ແລະ  ເຈດຈຳນົງອັນຈະແຈ້ງ ຂອງ ສປປ ລາວ ໃນການຄຸ້ມຄອງປ່າໄມ້ແບບຍືນຍົງ ເຊິ່ງການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ເປັນການປະກອບສ່ວນທີ່ສຳຄັນໃຫ້ແກ່ການບັນລຸເປົ້າໝາຍດັ່ງກ່າວ​”

EU ຍັງໄດ້ເນັ້ນຢ້ຳເຖິງ ການເປັນແບບຢ່າງອັນດີ ທີ່ ລາວ ໄດ້ມີການຈັດຕັ້ງບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ຈັດຕັ້ງປະຕິບັດແຜນງານ VPA. ເວົ້າສະເພາະ, ລາວ ໄດ້ໃຫ້ຄຳໝັ້ນ ແລະ ສະແດງເຈດຈຳນົງອັນຈະແຈ້ງ ໃນການສືບຕໍ່ຈັດຕັ້ງປະຕິບັດແຜນງານ VPA ພ້ອມທັງເສີມຂະຫຍາຍການມີສ່ວນຮ່ວມ ແລະ ຄວາມໂປ່ງໃສໃນການຈັດຕັ້ງປະຕິບັດແຜນງານ ລະຫວ່າງ ຂະແໜງການລັດ, ພາກສ່ວນເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ. EU ແລະ ສປ ລາວ ໄດ້ເຫັນດີ ຕໍ່ຄວາມສໍາຄັນ ໃນການຫຼຸດຜ່ອນ ທ່າແຮ່ງຜົນກະທົບ ໃນການປັບປຸງຂະແຫນງການປ່າໄມ້ ທີ່ກ່ຽວຂ້ອງກັບ ທຸລະກິດຄອບຄົວ ແລະ ຜູ້ປະກອບການ ຂະໜາດນ້ອຍ.

ພາຍຫຼັງສຳເລັດການເຈລະຈາຄັ້ງນີ້ແລ້ວ, ກໍຈະໄດ້ມີການສືບຕໍ່ປັບປຸງ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (TLD) ໂດຍສະເພາະແມ່ນການສຸມໃສ່ ການປັບປຸງ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ສຳລັບໄມທີ່ມາຈາກເຂດຫັນປ່ຽນທີ່ດິນປ່າໄມ້, ສວນປູກໄມ້, ປ່າໄມ້ບ້ານ, ໄມ້ຖືກຮິບ ແລະ ໄມ້ນຳເຂົ້າຈາກຕ່າງປະເທດ ລວມທັງ ອົງປະກອບອື່ນໆຂອງລະບົບຄ້ຳປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS). ​ສຳລັບ ProFLEGT ເຊິ່ງເປັນໜ່ວຍງານ ຂອງ ແຜນງານການຮ່ວມມື ເຢຍລະມັນ ເພື່ອການພັດທະນາແຜນງານການປົກປັກຮັກສາ ແລະນຳໃຊ້ລະບົບນິເວດປ່າໄມ້ແລະ ຊີວະນາໆພັນ ແບບຍືນຍົງ (ProFEB),ຈັດຕັ້ງປະຕິບັດໂດຍ  GIZ (Deutsche Gesellschaft fuer Internationale Zusammenarbeit), ແລະ ພາຍໃຕ້ການຊີ້ນຳນາຂອງຫ້ອງການປະສານງານ FLEGT , ກົມກວດກາປ່າໄມ້, ແມ່ນຈະໄດ້ສືບຕໍ່​​ໃຫ້ການສະໜັບສະໜູນ​​ແກ່ ລັດຖະບານລາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ບັນລຸເປົ້າໝາຍທີ່ກຳນົດໄວ້ ໃນການຈັດຕັ້ງປະຕິບັດ ແຜງານ VPA ຮ່ວມກັບ EU.

ແຜນງານ FLEGT ໄດ້ສ້າງ​​ເງື່ອນໄຂ ແລະ ໂອກາດອັນດີໃຫ້ແກ່ ລາວ ໃນການປະກອບສ່ວນ ແລະຮ່ວມມືກັບຫຼາຍປະເທດທີ່ມີເປົ້າໝາຍອັນຕັ້ງໜ້າໃນການຕໍ່ສູ້ ແລະ ສະກັດກັ້ນກັບການຄ້າໄມ້ທີ່ຜິດກົດໝາຍ, ພ້ອມທັງເປັນສ່ວນໜຶ່ງ ໃນການປັບປຸງລະບົບການຄຸ້ມຄອງປ່າໄມ້ຂອບເຂດທົ່ວໂລກ, ເຊິ່ງປັດຈຸບັນນີີ້ ມີ 15 ປະເທດໃນຂອບເຂດທົ່ວໂລກ ທີ່ພວມດຳເນີນການເຈລະຈາ ຫຼື ຈັດຕັ້ງປະຕິບັດແຜນງານ VPAs ຮ່ວມກັບ EU.

ສາມາດດາວໂຫລດໄດ້ ຢູ່ທີ່ນີ້