ສປປ ລາວ ແລະ ສະຫະພາບເອີຣົບ ເຈລະຈາຢ່າງເປັນທາງການຄັ້ງທໍາອິດ ກ່ຽວກັບ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ທາງດ້ານ ການຄ້າໄມ້ທີ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ການຄຸ້ມຄອງປ່າໄມ້

ມ.ສ. 28, 2017 | ກອງປະຊຸມ, ຂ່າວສານ, ບົດຂ່າວ

ລັດຖະບານແຫ່ງ ສປປ ລາວ ແລະ ສະຫະພາບເອີຣົບ ໄດ້ຈັດກອງປະຊຸມເຈລະຈາຄັ້ງທໍາອິດ ກ່ຽວກັບ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອປັບປຸງການຄຸ້ມຄອງປ່າໄມ້ ແລະ ແກ້ໄຂການຕັດໄມ້ທີ່ຜິດລະບຽບກົດໝາຍ. ຂໍ້ຕົກລົງດັ່ງກ່າວມີຈຸດປະສົງໃນການສ້າງລະບົບເພື່ອຢັ້ງຢືນຄວາມຖືກຕ້ອງທາງດ້ານລະບຽບກົດໝາຍຂອງຜະລິດຕະພັນໄມ້ ທີ່ຖືກຕັດ ແລະ ສົ່ງອອກຈາກລາວ, ພ້ອມທັງ ຍັງເປັນການສົ່ງເສີມການຄ້າຜະລິດຕະພັນໄມ້ທີ່ຖືກຕ້ອງຕາມລະບຽບກົດໝາຍອີກດ້ວຍ.

ການເຂົ້າຮ່ວມໃນແຜນງານ FLEGT VPA ກັບ ສະຫະພາບເອີຣົບ ແມ່ນ ຄວາມຕັ້ງໃຈໜຶ່ງຂອງ ລັດຖະບານ ແຫ່ງ ສປປ ລາວ ໃນການຕ້ານການຕັດໄມ້ທີ່ຜິດລະບຽບກົດໝາຍ ແລະ ຜົນກະທົບຈາກການກະທໍາດັ່ງກ່າວ ທີ່ມີຕໍ່ ສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ. ການປະຕິຮູບ ຂະແໜງປ່າໄມ້ ທີ່ປະເທດລາວ ກໍາລັງຈັດຕັ້ງປະຕິບັດ ພາຍໃຕ້ຄໍາສັ່ງ ນາຍົກລັດຖະມົນຕີ ເລກທີ 15/ນຍ ແມ່ນການສ້າງພື້ນຖານທີ່ໝັ້ນຄົງ ໃນການບັນລຸເປົ້າໝາຍດັ່ງກ່າວ.

ການເຈລະຈາຄັ້ງທໍາອິດນີ້ ແມ່ນດໍາເນີນຂຶ້ນພາຍຫຼັງການກະກຽມວຽກງານດ້ານວິຊາການຕ່າງໆ ໃນຂັ້ນສູນກາງ ໂດຍຜ່ານຂະບວນການມີສ່ວນຮ່ວມຂອງຫຼາຍພາກສ່ວນ. ເນື້ອໃນສໍາຄັນຂອງການເຈລະຈາໃນຄັ້ງນີ້ ແມ່ນການສົນທະນາກ່ຽວກັບ ຂອບເຂດຜະລິດຕະພັນໄມ້ ໃນອານາຄົດ ໃນຂໍ້ຕົກລົງດັ່ງກ່າວ ແລະ ການໃຫ້ຄໍານິຍາມໄມ້ທີ່ຖືກຕ້ອງຕາມລະບຽບກົດໝາຍຈາກແຫຼ່ງຕ່າງໆ. ອໍານວຍການຜູ້ຮັບຜິດຊອບກ່ຽວກັບສິ່ງແວດລ້ອມ ປະຈໍາສະພາເອີຣົບ ແລະ ທີມງານ ໄດ້ເປັນຕົວແທນ ສະຫະພາບເອີຣົບ ເຂົ້າຮ່ວມການເຈລະຈາໃນຄັ້ງນີ້.

ພາຍຫຼັງການເຈລະຈາໃນຄັ້ງນີ້, ຄະນະຊ່ຽວຊານຈະຍັງສືບຕໍ່ວຽກງານກ່ຽວກັບນິຍາມໄມ້ທີ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ການພັດທະນາ ການຄຸ້ມຄອງຕ່ອງໂສ້ການສະໜອງໄມ້ ແລະ ຂະບວນການຕ່າງໆໃນການຢັ້ງຢືນວ່າໄມ້ແມ່ນຖືກຕ້ອງຕາມລະບຽບກົດໝາຍ.

ພາຍໃຕ້ກອບການເຈລະຈາ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ, ສປປ ລາວ ກໍາລັງທົບທວນລະບຽບການ ແລະ ນະໂຍບາຍປ່າໄມ້, ພັດທະນາລະບົບເພື່ອຢັ້ງຢືນຄວາມຖືກຕ້ອງທາງດ້ານລະບຽບກົດໝາຍ ຂອງຜະລິດຕະພັນໄມ້, ແລະ ຈະຍັງສືບຕໍ່ວຽກງານຕ່າງໆ ທີ່ພົວພັນເຖິງຄວາມໂປ່ງໃສ ແລະ ການຕິດຕາມກວດກາແບບອິດສະຫຼະ.

ການໃຫ້ນິຍາມໄມ້ທີ່ຖືກຕ້ອງຕາມລະບຽບກົດໝາຍ, ການພັດທະນາລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ເງື່ອນໄຂອື່ນໆໃນ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ຈະໄດ້ຮັບການພັດທະນາຂຶ້ນ ພາຍໃຕ້ ການພິຈະລະນາໂດຍລະອຽດໃນລະດັບສູນກາງ ທີ່ມີຫຼາຍພາກສ່ວນເຂົ້າຮ່ວມ ເຊິ່ງເປັນຕົວແທນຈາກ ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ.

ທ່ານ ປອ. ພວງປາຣີສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຫົວໜ້າທີມເຈລະຈາລະດັບຊາດໃນແຜນງານ FLEGT VPA, ໄດ້ກ່າວວ່າ: “ປະເທດລາວເລືອກທີ່ຈະເຂົ້າຮ່ວມໃນແຜນງານ FLEGT VPA ເພື່ອປັບປຸງການຈັດຕັ້ງປະຕິບັດລະບຽບກົດໝາຍ, ການສ້າງຄວາມອາດສາມາດ ແລະ ການຄຸ້ມຄອງໂດຍລວມ ໃນຂະແໜງການປ່າໄມ້.” ທ່ານ ຍັງໄດ້ກ່າວເພີ່ມຕື່ມວ່າ “ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ຈະຍັງຊ່ວຍປະເທດລາວໃນການສ້າງຄວາມອາດສາມາດໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້ ໃນການເພີ່ມມູນຄ່າຜະລິດຕະພັນໄມ້ ແລະ ການເຂົ້າເຖິງຕະຫຼາດໄມ້ໃນພາກພື້ນ ແລະ ເອີຣົບ ຫຼາຍຂຶ້ນ, ແລະ ປັບປຸງການດໍາລົງຊີວິດໃນທ້ອງຖິ່ນ ໂດຍຜ່ານການຄຸ້ມຄອງປ່າໄມ້ທີ່ດີຂຶ້ນກວ່າເກົ່າ.”

ສປປ ລາວ ແລະ ສະຫະພາບເອີຣົບໄດ້ຮັບຮູ້ວ່າ ການເຈລະຈາ ແລະ ການຈັດຕັ້ງປະຕິບັດ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ຈະເປັນຂະບວນການທີ່ໃຊ້ເວລາ ຂອງທັງສອງຝ່າຍ. ຈາກປະສົບການ ແລະ ຕົວຢ່າງທີ່ເຫັນໄດ້ຈາກບັນດາປະເທດ VPA ອື່ນໆ, ການສ້າງຄວາມເປັນເອກະພາບລະຫວ່າງບັນດາຜູ້ມີສ່ວນຮ່ວມ ແລະ ການຈັດຕັ້ງປະຕິບັດການປະຕິຮູບທັງໝົດ ລວມທັງ ການສ້າງລະບົບທີ່ເຂັ້ມແຂງ ແລະ ໜ້າເຊື່ອຖືໄດ້ ທີ່ຈໍາເປັນໃນການຈັດຕັ້ງປະຕິບັດຂໍ້ຕົກລົງ ແມ່ນຈະໃຊ້ເວລາ.

ແຜນງານ FLEGT VPA ໄດ້ສ້າງໂອກາດອັນຍິ່ງໃຫຍ່ໃຫ້ແກ່ ອົງການຈັດຕັ້ງທາງສັງຄົມຂອງລາວ ເພື່ອເຂົ້າຮ່ວມໃນການສົນທະນາກ່ຽວກັບ ບັນດານະໂຍບາຍ ທີ່ສົ່ງຜົນກະທົບຕໍ່ກັບການຄຸ້ມຄອງປ່າໄມ້. ການມີສ່ວນຮ່ວມຂອງອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ, ເຊິ່ງເປັນຂໍ້ບັງຄັບໜຶ່ງ ຂອງ ຂໍ້ຕົກລົງ ກ່ຽວກັບ ວຽກງານ FLEGT VPA ຂອງນາຍົກລັດຖະມົນຕີ ໃນປີ 2015, ຈະເປັນເງື່ອນໄຂອັນສໍາຄັນເພື່ອທີ່ຈະບັນລຸຜົນສໍາເລັດ ໃນການເຈລະຈາ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ. ໂດຍການສະໜັບສະໜູນການມີສ່ວນຮ່ວມ ແລະ ການສ້າງຄວາມເປັນເອກະພາບລະຫວ່າງບັນດາຜູ້ມີສ່ວນຮ່ວມ, ແຜນງານດັ່ງກ່າວສາມາດຮັບປະກັນໄດ້ຄວາມເປັນເຈົ້າການຂອງປະເທດ ແລະ ການຈັດຕັ້ງປະຕິບັດ ຂໍ້ຕົກລົງການເຂົ້າເປັນຄູ່ຮວ່ມສັນຍາການຄ້າແບບສະໝັກໃຈ ຢ່າງມີປະສິດທິພາບ.

ທ່ານ ລີອົງ ຟາເບີ, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ໂດຍການເລີ່ມຕົ້ນການເຈລະຈາ FLEGT VPA ກັບ ສະຫະພາບເອີຣົບ, ປະເທດລາວ ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈສູງໃນການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ຍັງເປັນການເຂົ້າຮ່ວມຂະບວນການ ກັບບັນດາປະເທດຕ່າງໆ ທີ່ພວມກໍາລັງຕໍ່ສູ້ກັບການຕັດໄມ້ທີ່ຜິດລະບຽບກົດໝາຍ ແລະ ປັບປຸງການຄຸ້ມຄອງປ່າໄມ້ທີ່ດີ.” ທ່ານ ຍັງໄດ້ກ່າວເພີ່ມຕື່ມວ່າ “ມີ 15 ປະເທດ ທີ່ກໍາລັງເຈລະຈາ ຫຼື ຈັດຕັ້ງປະຕິບັດ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ກັບ ສະຫະພາບເອີຣົບ ທີ່ມີທ່າກ້າວສູງ. ສະຫະພາບເອີຣົບ ແລະ ບັນດາຄູ່ຮ່ວມງານຂອງພວກເຮົາທັງໝົດ ໄດ້ໝູນໃຊ້ ຄວາມໄດ້ປຽບທາງການຄ້າ ເຂົ້າໃນການແກ້ໄຂບັນຫາຕ່າງໆທາງດ້ານ ສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ ທີ່ເກີດມາຈາກການຕັດໄມ້ທີ່ຜິດກົດໝາຍ.”

ຂໍ້ຕົກລົງ ການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ແມ່ນ ອົງປະກອບທີ່ສໍາຄັນໜຶ່ງ ຂອງແຜນປະຕິບັດງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT Action Plan) ຂອງ ສະຫະພາບເອີຣົບ, ເຊິ່ງມີເປົ້າໝາຍໃນການຕໍ່ສູ້ຕ້ານການຕັດໄມ້ທີ່ຜິດລະບຽບກົດໝາຍ ແລະ ຮັບປະກັນວ່າປ່າໄມ້ຈະຊ່ວຍເຂົ້າໃນການພັດທະນາ ແລະ ມີຜົນໃນການແກ້ໄຂ ການປ່ຽນແປງສະພາບດິນຟ້າອາກາດ ແບບຍືນຍົງ.

 

ທ່ານສາມາດດາວໂຫຼດບົດຂ່າວໄດ້ທີ່ນີ້