ສະ​ຫະ​ພາບ​ເອີ​ຣົບ ແລະ ສ​ປ​ປ ລາວ ຮ່ວມ​ສະຫຼຸບ​ຜົນ​ການ​ເຈ​ລະ​ຈາ ຄັ້ງ​ທີ 3 ຢ່າງເປັນທາງການ ເພື່ອກ້າວໄປສູ່ ການເຊັນສັນຍາ ການສະກັດກັ້ນ ການຂຸດຄົ້້ນໄມ້ທີ່ຜິດກົດໝາຍ ແລະ ການສົ່ງເສີມການ​ຄ້າ ຜະລິດຕະພັນ​ໄມ້ ທີ່ຖືກຕ້ອງຕາມກົດໝາຍ

​ກ.ກ. 24, 2019 | ຂ່າວສານ, ບົດຂ່າວ

ສະ​ຫະ​ພາບ​ເອີ​ຣົບ (EU) ແລະ ສ​ປ​ປ ລາວ ໄດ້​ຈັດ​​ກອງ​ປະ​ຊຸມ​ເຈ​ລະ​ຈາ​ຊ່ອງ​ໜ້າ ຄັ້ງ​ທີ 3 ເພື່ອກ້າວໄປສູ່ ການເຊັນສັນຍາການຄ້າໄມ້ແບບສະມັກໃຈ (VPA) ພາຍໃຕ້ ແຜນ​ງານ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ປ່າ​ໄມ້, ການ​ຄຸ້ມ​ຄອງ ແລະ ການ​ຄ້າ​ໄມ້ (FLEGT)). ການເຈລະຈາ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-21 ມິຖຸນາ 2019 ທີ່ ບຣັດຊຽວ, ປະເທດ ເບວຢ້ຽມ. ສັນຍາການຄ້າໄມ້ດັ່ງກ່າວ ແມ່ນມີເປົ້າ​ໝາຍ​ເພື່ອສ້າງລະບົບ ການກວດກາຢັ້ງ​ຢືນ​ ຜະລິດຕະພັນໄມ້ ທີ່​ຖືກ​ຕ້ອງຕາມກົດໝາຍ ທີ່ໄດ້ຂຸດ​ຄົ້ນ ແລະ ສົ່ງ​ອອກ ​ໂດຍ ສ​ປ​ປ ລາວ. ສັນຍາດັ່າງກ່າວນີ້ ຍັງຈະໄດ້ຊ່ວຍໃນ​ການ​ສົ່ງ​ເສີມ​​ການ​ຄ້າ ​ຜະ​ລິດ​ຕະ​ພັນ​ໄມ້ ທີ່ຖືກຕ້ອງຕາມກົດໝາຍ, ປັບ​ປຸງ​ ການ​ຄຸ້ມ​ຄອງ​ປ່າ​ໄມ້ ແລະ ​ປະ​ກອບ​ສ່ວນ ເຂົ້າໃນ​ການ​ສະ​ກັດ​ກັ້ນ ​ການ​ຂຸດຄົ້ນ​ໄມ້​ທີ່​ຜິດ​ກົດ​ໝາຍ.

ທ່ານ ປອ, ພວງ​ປ​າ​ຣິສັກ ປ​ຣະ​ວົງ​ວຽງ​ຄຳ, ຮອງ​ລັດຖະມົນ​ຕີ ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ຫົວໜ້າ ທີມງານເຈລະຈາ ຝ່າຍ ສປປ ລາວ ໄດ້ກ່າວວ່າ: ‘ລັດ​ຖະ​ບານ​ ແຫ່ງ ສ​ປ​ປ ລາວ ມີ​ຄວາມ​ມຸ່ງໝັ້ນ ໃນ​ການ​ ສືບຕໍ່ ພັດທະນາ ຂະແໜງ ການປ່າໄມ້ ໃຫ້ມີຄວາມຍືນຍົງ. ການເຈລະຈາ ຂອງ ສປປ ລາວ ກັບ ສະຫະພາບເອີຣົບ ໄດ້ເປັນສວ່ນໜຶ່ງ ໃນຄວາມ​ມຸ່ງໝັ້ນດັ່ງກ່າວ ເພາະວ່າ ການຈັດຕັ້ງປະຕິບັດ ສັນຍາ ດັ່ງກ່າວນີ້  ຈະຊ່ວຍ ເພີ່ມທະວີ ຄວາມເຂັ້ມແຂງ ທາງດ້ານ ການຄຸ້ມຄອງຕ່ອງໂສ້ການສະໜອງໄມ້ ແລະ ມີຄວາມຮັບຜິດຊອບ ໃນການຄຸ້ມຄອງປ່າໄມ້ ຂອງພວກເຮົາ’.

ນັບຕັ້ງແຕ່ການ​ເຈ​ລະ​ຈາ​ຊ່ອງ​ໜ້າ​ຄັ້ງ​ທີ​ 2 ທີ່ໄດ້ຈັດຂື້ນ ໃນ ເດືອນ ມິຖຸນາ 2018, ສປປ ລາວ ໄດ້ດໍາເນີນການປັບປຸງ ນິຕິກຳ ໂດຍສະເພາະ ແມ່ນ ກົດໝາຍ ວ່າດ້ວຍ ປ່າໄມ້, ກົດໝາຍ ວ່າດ້ວຍ ທີ່ດິນ ແລະ ດໍາລັດວ່າດ້ວຍ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ. ການປ່ຽນແປງເຫຼົ່ານີ້ ໄດ້ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບ ສິິ່ງທີ່ຈະໄດ້ພິຈາລະນາ ເປັນໄມ້ ທີ່ຖືກຕ້ອງຕາມກົດໝາຍ ພາຍໃຕ້​ VPA ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ.

ໃນໄລຍະ ການເຈລະຈາ, EU ແລະ ສ​ປ​ປ ລາວ ໄດ້​ ​ທົບ​ທວນ ​ບັນ​ດາ​ ​ນິ​ຍາມ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ເຊິ່ງ​ຈະໄດ້ນໍາໃຊ້ ເຂົ້າໃນການບົ່ງບອກເຖິງ ໄມ້ທີ່ຖືກຕ້ອງຕາມກົດໝາຍ. ສປປ ລາວ ໄດ້ມີຄວາມຄືບໜ້າ ໃນການຮ່າງ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ຂອງໄມ້ທີ່ມາຈາກ ເຂດຫັນປ່ຽນທີ່ດິນປ່າໄມ້ ແລະ ໄມ້ນໍາເຂົ້າ. ສ່ວນ ວຽກງານ ກ່ຽວກັບ ປ່າຜະລິດ, ພັນທະກ່ຽວກັບການນຳໃຊ້ແຮງງານ ແລະ ການປຸງແຕ່ງໄມ້ ແລະ ການຄ້າໄມ້ ທີ່ໄດ້ຕົກລົງກັນ ໃນກອງປະຊຸມຄັ້ງກ່ອນ ກໍໄດ້ມີຄວາມຄືບໜ້າ ທີ່ໂດດເດັ່ນເຊັ່ນດຽວກັນ.

ນອກຈາກນັ້ນ, ຝ່າຍລາວ ຍັງໄດ້ລາຍງານ ຄວາມຄືບໜ້າ ກ່ຽວກັບ ຄວາມສາມາດນໍາໃຊ້ປ່າໄມ້ ຂອງຊຸມຊົນເພື່ອຈຸດປະສົງທາງດ້ານການຄ້າໄດ້  ພາຍໃຕ້ກົດໝາຍປ່າໄມ້, ຊຶ່ງມີທ່າແຮງ ເຮັດໃຫ້ເພີ່ມລາຍຮັບ ປັບປຸງຊິວິດການເປັນຢູ່ ໃຫ້ແກ່ ບັນດາຊຸມຊົນເຫຼົ່ານີ້,  ແລະ ສະໜອງ ແຫຼ່ງວັດຖຸດິບ ເພີ່ມຕື່ມ  ໃຫ້ແກ່ ທຸລະກິດຂະໜາດນ້ອຍ ແລະ  ຂະໜາດກາງ ແລະ ການຜະລິດ ຜະລິດຕະພັນໄມ້ ຂອງຄົວເຮືອນ.  ສປປ ລາວ ຍັງໄດ້ສະເໜີ ຂໍ້ມູນລະອຽດເພີ່ມຕື່ມ ກ່ຽວກັບ ການວາງໂຄງຮ່າງການຈັດຕັ້ງ ໃນການ  ຈັດຕັ້ງປະຕິບັດ VPA ແລະ ລະ​ບົບ​ຄ້ຳ​ປະ​ກັນ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ​ໃນ​ຕໍ່​ໜ້າ.

ທ່ານ Jorge Rodriguez Romero, ຮອງຫົວໜ້າໜ່ວຍງານ, ກົມສິ່ງແວດລ້ອມ ຂອງສະ​ຫະ​ພາບ​ເອີ​ຣົບ ໄດ້ກ່າວວ່າ: ‘ພວກເຮົາມີຄວາມຍິນດີ ຕໍ່ກັບຄວາມຄືບໜ້າ ທີ່ ສປປ ລາວ ໄດ້ ພັດທະນາ  ລະ​ບົບ​ຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ໃນ VPA ຂອງຕົນ.  ພວກເຮົາ ກໍ່ຢາກເຫັນ ການທົດລອງນຳໃຊ້ ແລະ ການຈັດ ຕັ້ງປະຕິບັດລະບົບດັ່ງກ່າວ ໂດຍໄວ, ຊຶ່ງເປັນບາດກ້າວທີ່ສໍາຄັນ ໃນການຄຸ້ມຄອງປ່າໄມ້ທີ່ດີ,  ແລະ ການຄ້າໄມ້ທີ່ຖືກຕ້ອງຕາມກົດ    ໝາຍ ໃນ ອານາຄົດ ແລະ ຈະມີຜົນກະທົບທາງບວກ ຕໍ່ຂະແໜງການປ່າໄມ້ ຂອງ ສປປ ລາວ’

ຫຼັງ​ຈາກສຳ​ເລັດ​ການ​ເຈ​ລະ​ຈາ​ຄັ້ງ​ນີ້ ແລ້ວ, ກໍ​ຈະ​ໄດ້ມີການ​ສືບ​ຕໍ່ ທົບທວນຄືນ ແລະ ປັບປຸງ ນິ​ຍາມ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ ​ໝາຍ ແລະ ​ລະ​ບົບ​ຄ້ຳ​ປະ​ກັນ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ໂຄງການ​ຮ່ວມ​ມື ເຢຍ​ລະ​ມັນ ເພື່ອ​ການ​ພັດ​ທະ​ນາ  ‘ໂຄງ​ການ​ປົກ​ປັກ​ຮັກ​ສາ ແລະ ​ນຳ​ໃຊ້​ລະ​ບົບ​ນິ​ເວດ​ປ່າ​ໄມ້​ ແລະ ຊີ​ວະ​ນາໆ​ພັນ ແບບ​ຍືນ​ຍົງ (ProFEB)‘, ​ທີ່ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ GIZ, ພາຍໃຕ້ການຊີ້ນໍາ ຂອງຫ້ອງການປະສານງານ ​ FLEGT, ກົມກວດກາປ່າໄມ້,  ​ຈະ​ໄດ້​ສືບ​ຕໍ່​​ ສະ​ໜັບ​ສະ​ໜູນ ລັດ​ຖະ​ບານ​ລາວ ແລະ ບັນ​ດາ​ພາກ​ສ່ວນ​ທີ່​ກ່​ຽວ​ຂ້ອງ ເພື່ອ​ໃຫ້​ບັນ​ລຸເປົ້າໝາຍ ການເຊັນສັນຍາ  VPA ​ກັບ ສະຫະພາບເອີຣົບ.

ສັນຍາການຄ້າໄມ້ແບບສະໝັກໃຈ ໄດ້​ສ້າງ​​ ໂອ​ກາດທີ່​ດີໃຫ້​ແກ່ ສ​ປ​ປ ລາວ ເພື່ອຮ່ວມກັບບັນດາປະ​ເທດຕ້ານ ແລະ ສະກັດກັ້ນການຂຸດຄົ້ນໄມ້​ທີ່​ຜິດ​ກົດ​ໝາຍ ແລະ ປັບ​ປຸງ​ການ​ຄຸ້ມ​ຄອງ​ປ່າ​ໄມ້ ໃນ​ທົ່ວ​ໂລກ. ໃນປັດ​ຈຸ​ບັນ​ ມີ 15 ປະ​ເທດ​ໃນ​ ​ໂລກ ທີ່​ກຳ​ລັງ​ດຳ​ເນີນ​ ການ​ເຈ​ລະ​ຈາ ຫຼື ຈັດ​ຕັ້ງ​ປະ​ຕິ​ບັດ​ VPAs ​ກັບ EU.