ສູນຝຶກອົບຮົມ ແລະ ພັດທະນາ ສໍາລັບ ຂະແໜງປຸງແຕ່ງໄມ້ລາວ ສົ່ງເສີມການຜະລິດສິນຄ້າສ້າງມູນຄ່າເພີ່ມ

ມ.ຖ. 23, 2017 | ຂ່າວສານ, ບົດຂ່າວ

ສູນຝຶກອົບຮົມ ແລະ ພັດທະນາ ສໍາລັບ ຂະແໜງປຸງແຕ່ງໄມ້ລາວ ໄດ້ເປີດຫຼັກສູດການຝຶກອົບຮົມທໍາອິດ ພາຍຫຼັງທີ່ໄດ້ຮັບການຮັບຮອງຈາກ ສໍານັກງານນາຍົກລັດຖະມົນຕີ ໃນວັນທີ 15 ກຸມພາ 2017 ສະບັບເລກທີ 265/ຫສນຍ.ກສສ ກ່ຽວກັບ ການສ້າງຕັ້ງໂຮງງານຕົວແບບ ແລະ ເຄືອຄ່າຍການຜະລິດ-ປຸງແຕ່ງໄມ້. ຈຸດປະສົງຕັ້ນຕໍຂອງສູນດັ່ງກ່າວແມ່ນເພື່ອສ້າງຄວາມອາດສາມາດໃຫ້ແກ່ບັນດາບໍລິສັດປຸງແຕ່ງໄມ້ ກ່ຽວກັບ ເຕັກໂນໂລຢີການຜະລິດໄມ້ແບບໃໝ່ ພ້ອມທັງ ລະບົບຄຸ້ມຄອງຕ່ອງໂສ້ການສະໜອງໄມ້ (CoC) ເພື່ອກຽມພ້ອມໃນການຈັດຕັ້ງປະຕິບັດຂໍ້ຕົກລົງ ຈາກ ກະຊວງ ອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍ ການຕິດຕາມໄມ້ສົ້ນເຂົ້າ-ສົ້ນອອກ ໃນຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການຄ້າໄມ້ ທີ່ຈະຖືກຮັບຮອງໃນໄວໆນີ້. ສູນຝຶກອົບຮົມດັ່ງກ່າວ ໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ການສະໜັບສະໜູນໂດຍໂຄງການ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (ProFLEGT) ພາຍໃຕ້ການຮ່ວມມືດ້ານການພັດທະນາຂອງ ເຢຍລະມັນ, ເຊິ່ງຈັດຕັ້ງປະຕິບັດໂດຍ GIZ (Deutsche Gesellschaft fuer Internationale Zusammenarbeit) ແລະ ບັນດາໜ່ວຍງານທ້ອງຖິ່ນຕ່າງໆ.

ທ່ານ ພຸດທະນົງ ຈັນທະວົງ, ຮອງຫົວໜ້າພະແນກມາດຕະຖານຜະລິດຕະພັນ, ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ໄດ້ກ່າວໃນງານເປີດສູນຝຶກອົບຮົມ ແລະ ພັດທະນາ ໃນວັນທີ 23 ມີນາ 2017 ທີ່ ສະພາອຸດສາຫະກໍາ ແລະ ການຄ້າແຫ່ງຊາດ ວ່າ “ການດັດສົມຂະແໜງອຸດສາຫະກໍາປຸງແຕ່ງໄມ້ລາວ ແມ່ນແນວທາງການຈັດຕັ້ງປະຕິບັດທີ່ຖືກຕ້ອງເພື່ອຮັບປະກັນການນໍາໃຊ້ຊັບພະຍາກອນໄມ້ໃຫ້ມີປະສິດທິພາບ, ທັງເປັນການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນໄມ້ເພື່ອສົ່ງອອກ, ການສ້າງວຽກເຮັດງານທໍາ ແລະ ການສ້າງລາຍຮັບໃຫ້ແກ່ລັດຖະບານ”.

ຄວາມຕ້ອງການໃນການສ້າງຄວາມໄດ້ປຽບທາງດ້ານການຄ້າພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ ບໍລິສັດປຸງແຕ່ງໄມ້ລາວ, ໂດຍສະເພາະ ຕະຫຼາດເອີຣົບ ແລະ ຕະຫຼາດໃນກຸ່ມຂອງບັນດາປະເທດຕາເວັນຕົກ, ແມ່ນໄດ້ຮັບການລະບຸໂດຍ ລັດຖະບານແຫ່ງ ສປປ ລາວ ວ່າ ເປັນໜ້າວຽກທີ່ມີຄວາມສໍາຄັນເພື່ອບັນລຸໄດ້ໝາກຜົນອັນດີຈາກ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ, ເຊິ່ງເປັນສັນຍາການຄ້າສອງຝ່າຍ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສະຫະພາບເອີຣົບ, ພາຍໃຕ້ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT), ເພື່ອສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ ແລະ ແກ້ໄຂການຕັດໄມ້ທີ່ຜິດກົດໝາຍ.

ທ່ານ ທອງສະຫວັນ ສຸລິຍະມາດ, ປະທານ ສະມາຄົມອຸດສາຫະກໍາປຸງແຕ່ງໄມ້ລາວ, ກ່າວວ່າ “ອຸດສາຫະກໍາປຸງແຕ່ງໄມ້ລາວ ແມ່ນຖືກຈໍາກັດຢູ່ກັບການປຸງແຕ່ງແບບປະຖົມປະຖານ ແລະ ການສົ່ງອອກໄມ້ທ່ອນ, ໄມ້ແປຮູບ ແລະ ຜະລິດຕະພັນໄມ້ເຄິ່ງສໍາເລັດຮູບເປັນຫຼັກ ເພື່ອສົ່ງອອກບັນດາປະເທດອ້ອມຂ້າງໃນເມື່ອກ່ອນ. ມີພຽງແຕ່ບໍລິສັດຈໍານວນໜຶ່ງເທົ່ານັ້ນ ທີ່ມີບົດບາດໃນການປຸງແຕ່ງໄມ້ເພີ່ມຕື່ມ; ດ້ວຍເຫດນັ້ນ, ການສ້າງມູນຄ່າເພີ່ມໂດຍອຸດສາຫະກໍາປຸງແຕ່ງໄມ້ທ້ອງຖິ່ນ ແມ່ນຍັງຕໍ່າຫຼາຍ”. ທ່ານ ທອງສະຫວັນ ຍັງໄດ້ກ່າວເພີ່ມຕື່ມວ່າ “ຍ້ອນ ຄໍາສັ່ງ ເລກທີ 15/ນຍ, ພວກເຮົາຈຶ່ງມີບ່ອນອ້າງອີງເພື່ອດັດສົມຂະແໜງປຸງແຕ່ງໄມ້ພາຍໃນເພື່ອຮັບປະກັນວ່າຜະລິດຕະພັນ ທີ່ມີມູນຄ່າເພີ່ມ ແລະ ຄຸນນະພາບ ທີ່ດີຂຶ້ນ ສາມາດສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ສາກົນ”.

ທ່ານ ໄຮໂກະ ວໍເນີ, ຊ່ຽວຊານອາວຸໂສ ຈາກໂຄງການ GIZ ProFLEGT, ໄດ້ໃຫ້ຄໍາເຫັນວ່າ “ການແນະນໍາລະບົບຄຸ້ມຄອງຕ່ອງໂສ້ການສະໜອງໄມ້ຈະບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແລະ ການເຄື່ອນຍ້າຍໄມ້, ແຕ່ຍັງສະໜອງຜົນປະໂຫຍດທາງດ້ານການຜະລິດຂອງບໍລິສັດໃຫ້ມີປະສິດທິພາບສູງຂຶ້ນ”. ທ່ານ ໄຮໂກະ ຍັງໄດ້ກ່າວວ່າ “ໂດຍການປະສົມກັນລະຫວ່າງ ລະບົບຄຸ້ມຄອງຕ່ອງໂສ້ການສະໜອງໄມ້ ກັບ ລະບົບການຄຸ້ມຄອງການຜະລິດ, ບັນດາບໍລິສັດຈະສາມາດປັບປຸງການຜະລິດຂອງຕົນໄດ້ເປັນຢ່າງດີ ແລະ ມີປະສິດທິຜົນດີຂຶ້ນ ເນື່ອງຈາກວ່າ ຂໍ້ມູນທີ່ກ່ຽວຂ້ອງ ເຊັ່ນ ປະລິມານໄມ້ສົ້ນເຂົ້າ-ສົ້ນອອກ ທີ່ຖືກນໍາໃຊ້ໃນວຽກງານການຜະລິດໜຶ່ງ ຈະໄດ້ຖືກບັນທຶກໂດຍອັດຕະໂນມັດ ແລະ ຈະຖືກໃຊ້ເຂົ້າໃນການຄຸ້ມຄອງການຜະລິດໃຫ້ດີຂຶ້ນ”.

 

ທ່ານສາມາດດາວໂຫຼດບົດຂ່າວໄດ້ທີ່ ນີ້