ສົ່ງເສີມການຄ້າໄມ້ໃນລາວໂດຍການປັບປຸງລະບຽບການທາງດ້ານເຕັກນິກຂອງຜະລິດຕະພັນ

ທ.ວ. 12, 2014 | ຂ່າວສານ

ເພື່ອເປັນການສົ່ງເສີມການຄ້າໄມ້ຂອງລາວ, ລະບຽບການທາງດ້ານເຕັກນິກຂອງຜະລິດຕະພັນໃນອຸດສາຫະກໍາປຸງແຕ່ງໄມ້ແມ່ນກໍາລັງໄດ້ຮັບການປັບປຸງ ໂດຍຜ່ານ “ກອງປະຊຸມປຶກສາຫາລື ກ່ຽວກັບການປັບປຸງຂໍ້ຕົກລົງສະບັບເລກທີ 1415/ອຄ ວ່າດ້ວຍຮູບແບບ ແລະ ຂະໜາດຂອງຜະລິດຕະພັນໄມ້ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບ ການບັງຄັບໃຊ້ກົດໝາຍໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຂອງສະຫະພາບເອີຣົບ FLEGT”, ເຊິ່ງໄດ້ຈັດຂຶ້ນໃນວັນທີ 12 ທັນວາ 2014 ໂດຍ ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທີ່ ໂຮງແຮມ ວຽງຈັນ ພລາຊາ. ການປັບປຸງລະບຽບການທາງດ້ານເຕັກນິກຂອງຜະລິດຕະພັນໄມ້ນີ້ແມ່ນມີຄວາມສໍາຄັນຍິ່ງຕໍ່ກັບການຈັດຕັ້ງປະຕິບັດການຄ້າໄມ້ທີ່ຖືກກົດໝາຍ ເຊິ່ງເປັນສ່ວນໜຶ່ງຂອງການເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມການຄ້າແບບສະໝັກໃຈ (VPA) ພາຍໃຕ້ກອບວຽກການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT).

 

ກອງປະຊຸມຄັ້ງນີ້ໄດ້ເຊີນເອົາບັນດາແຂກ 50 ທ່ານ ຈາກ ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກົມກວດກາປ່າໄມ້, ກົມປ່າໄມ້, ກົມນໍາເຂົ້າ-ສົ່ງອອກ, ພະແນກອຸດສາຫະກຳ ແລະ ການຄ້າ ທົ່ວປະເທດ, ສະມາຄົມ ເຟີນີເຈີ້ລາວ, ສະມາຄົມປຸງແຕ່ງໄມ້ແຫ່ງຊາດ, ພາກສ່ວນທຸລະກິດຈຳນວນໜຶ່ງ ແລະ ໜ່ວຍງານທີ່ກ່ຽວຂ້ອງຕ່າງໆ ເພື່ອທຳການແລກປ່ຽນຄວາມຮູ້ ແລະ ປະສົບການ, ເຊິ່ງເປັນສ່ວນໜຶ່ງຂອງແນວທາງຂອງພາກລັດເພື່ອຮັບປະກັນວ່າ ຊັບພະຍາກອນໄມ້ທີ່ມີຄຸນຄ່າ ແລະ ມີຢ່າງຈຳກັດນີ້ ໃຫ້ຖືກນໍາໃຊ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນທີ່ສຸດ, ພ້ອມທັງເປັນການປົກປັກຮັກສາສະພາບແວດລ້ອມ.

 

ທ່ານ ມະໂນຮັກ ຣາຊະຈັກ, ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ກ່າວໃນທີ່ກອງປະຊຸມວ່າ ລະບຽບການທາງດ້ານເຕັກນິກຂອງຜະລິດຕະພັນນີ້ ສາມາດຊ່ວຍພາກສ່ວນທຸລະກິດໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້ ໃນການສ້າງມູນຄ່າເພີ່ມໃຫ້ສູງຂຶ້ນ, ສ້າງວຽກເຮັດງານທໍາໃຫ້ກັບຊຸມຊົນທ້ອງຖິ່ນ ແລະ ສ້າງລາຍຮັບໃຫ້ແກ່ລັດ, ພ້ອມທັງຜະລິດສິນຄ້າຢ່າງມີປະສິດທິພາບ ແລະ ຍັງເປັນການຊ່ວຍຫຼຸດຜ່ອນການສົ່ງອອກປະເພດຜະລິດຕະພັນເຄິ່ງສໍາເລັດຮູບ ແລະ ປະເພດວັດຖຸດິບ ເຊັ່ນ: ໄມ້ທ່ອນ ໄປຕ່າງປະເທດໄດ້ ເຊັ່ນກັນ.

 

“ລະບຽບການທາງດ້ານເຕັກນິກຂອງຜະລິດຕະພັນໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້ແມ່ນເປັນກົນໄກທີ່ດີໃຫ້ແກ່ໜ່ວຍງານພາກລັດໃນການສົ່ງເສີມການຄຸ້ມຄອງໂຮງງານປຸງແຕ່ງໄມ້ແບບຍືນຍົງ” ກ່າວໂດຍ ທ່ານ ຮາຍໂກະ ວໍເນີ, ທີ່ປຶກສາອາວຸໂສຂອງໂຄງການ ການສະໜັບສະໜູນແຜນງານການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ... ລາວ ກັບ ສະຫະພາບເອີຣົບ (ProFLEGT). “ການປັບປຸງລະບຽບການທາງດ້ານເຕັກນິກຂອງຜະລິດຕະພັນໄມ້ດັ່ງກ່າວນີ້ມີອົງປະກອບຂອງຕ່ອງໂສ້ການສະໜອງ (CoC), ເຊິ່ງຈະເຮັດໃຫ້ບໍລິສັດຕ່າງໆຕ້ອງປັບປຸງການຄຸ້ມຄອງການຜະລິດ ແລະ ຊ່ວຍສົ່ງເສີມການຄ້າກັບບັນດາປະເທດເພື່ອນບ້ານ, ລວມທັງຕະຫຼາດ EU, ໃນອານາຄົດ, ພ້ອມທັງຊ່ວຍພາກລັດໃນການກວດສອບແຫຼ່ງທີ່ມາຂອງໄມ້ດັ່ງກ່າວ, ເຊິ່ງເປັນສ່ວນໜຶ່ງຂອງ ແຜນງານ FLEGT ທີ່ ລັດຖະບານລາວກໍາລັງສຸມໃສ່”, ກ່າວໂດຍ ທ່ານ ຮາຍໂກະ.

 

ສ.ປ.ປ. ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມການຄ້າແບບສະໝັກໃຈ (VPA), ເຊິ່ງເປັນຂໍ້ຕົກລົງການຄ້າກັບສະຫະພາບເອີຣົບ, ທີ່ໄດ້ຮັບການຊ່ວຍເຫລືອຈາກໂຄງການ GIZ ແຫ່ງປະເທດເຢຍລະມັນ ຕໍ່ການສະໜັບສະໜູນແຜນງານການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (ProFLEGT).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມຂອງລັດຖະບານແຫ່ງ ສ.ປ.ປ. ລາວ ແລະ ການຮ່ວມມືການພັດທະນາຂອງປະເທດເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການແຜນງານ FLEGT Standing Office ພາຍໃຕ້ການຄຸ້ມຄອງກວດກາຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ໜ່ວຍງານພາກລັດ, ອົງກອນປະຊາສັງ ຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາການປຸງແຕ່ງໄມ້.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້