ສ ປປ ລາວ ກະກຽມເພື່ອການເຈລະຈາ ຄັ້ງທີ ສອງ ກັບ ສະຫະພາບເອີຣົບ ເພື່ອສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ

ສ.ຫ. 9, 2017 | ກອງປະຊຸມ, ຂ່າວສານ, ບົດຂ່າວ

ຂະແໜງການທີ່ກ່ຽວຂ້ອງ ກັບ ວຽກງານປ່າໄມ້ ມີຄວາມຄືບໜ້າ ໃນການປັບປຸງ ນິຍາມໄມ້ທີ່ຖືກກົດໝາຍ ເພື່ອເປັນບາດກ້າວສໍາຄັນໃນການເຂົ້າສູ່ຕະຫຼາດ ສະຫະພາບເອີຣົບ, ເຊິ່ງເປັນຂອດທີ່ຈໍາເປັນ ໂດຍອີງຕາມລະບຽບກົດໝາຍ ການນໍາເຂົ້າ ແລະ ການຂາຍໄມ້ ທີ່ຜິດກົດໝາຍ ໃນຕະຫຼາດ ສະຫະພາບເອີຣົບ ແມ່ນຖືກຫ້າມ. ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ໄດ້ຮັບການປຶກສາຫາລື ແລະ ປັບປຸງເພີ່ມເຕີມ ໃນກອງປະຊຸມດ້ານວິຊາການ ຮ່ວມກັບ ພາກສວ່ນທີ່ກ່ຽວຂ້ອງ ໃນວັນທີ 2 ສິງຫາ 2017 ທີ່ຜ່ານມາ ໂດຍມີຕົວແທນ ຈາກ ລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ຂະແໜງອຸດສາຫະກຳປຸງແຕ່ງໄມ້ ເຂົ້າຮວ່ມ ເພື່ອເປັນການກະກຽມໃນການເຈລະຈາຄັ້ງທີ 2 ກັບ ສະຫະພາບເອີຣົບ ໃນຂໍ້ຕົກລົງການເຂົ້າເປັນຄູ່ຮວ່ມສັນຍາການຄ້າແບບສະໝັກໃຈ (Voluntary Partnership Agreement) ພາຍໃຕ້ແຜນງານ ການຈັັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ (Lao-EU FLEGT process).

ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ກ່າວວ່າ: “ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ຈະສະແດງໃຫ້ເຫັນ ໃນການຄຸ້ມຄອງປ່າໄມ້ທີ່ດີ ແລະ ການບໍລິຫານຈັດການປ່າໄມ້ແບບຍືນຍົງ, ເຊິ່ງຈະສົ່ງຜົນດີຕໍ່ກັບການເພີ່ມຂຶ້ນຂອງເນື້ອທີ່ປົກຫຸ້ມຂອງ ປ່າໄມ້ ໃຫ້ໄດ້ເຖິງ 70% ດັ່ງທີ່ໄດ້ລະບຸໄວ້ໃນແຜນຍຸດທະສາດປ່າໄມ້ ປີ 2020”. ທ່ານ ຊູຊາດ ຍັງໄດ້ກ່າວເພີ່ມເຕີມວ່າ: “ພາຍໃຕ້ແຜນງານ Lao-EU FLEGT ແລະ ໂດຍສະເພາະແມ່ນການປັບປຸງ ວຽກງານ ການຕິດຕາມການເຄື່ອນຍ້າຍຂອງໄມ້ ໃນບັນດາແຂວງທົດລອງຕ່າງໆ, ເຊິ່ງຊ່ວຍບັນລຸເປົ້າໝາຍໂດຍລວມຂອງຄໍາສັ່ງ ນາຍົກລັດຖະມົນຕີ ເລກທີ 15 ອີກດ້ວຍ”.

 

ທ່ານ ທິມ ດໍສັນ, ຊ່ຽວຊານ ປະຈໍາ ຫ້ອງການ EU FLEGT Facility – ສະຖາບັນປ່າໄມ້ເອີຣົບ (European Forest Institute) ໄດ້ກ່າວວ່າ: “ສປປ ລາວ ເຂົ້າຮ່ວມໃນແຜນງານ VPA ຮ່ວມກັບ EU ເຊິ່ງຈຸດປະສົງເພື່ອຕ້ານ ແລະ ສະກັດກັ້ນການຕັດໄມ້ທີ່ຜິດກົດໝາຍ ທີ່ພົວພັນກັບການຄ້າ. ທ່ານຍັງໄດ້ກ່າວຕື່ມອີກວ່າ: ແຜນງານ FLEGT VPA ຈະຊ່ວຍເພີ່ມທະວີ ການຄຸ້ມຄອງ ໃນຂະແໜງການປ່າໄມ້ ເຊິ່ງຍັງເປັນພື້ນຖານ ໃນການຄຸ້ມຄອງປ່າໄມ້ແບບຍືນຍົງ. ແຜນງານດັ່ງກ່າວ ຍັງເຮັດໃຫ້ການຈັດຕັ້ງປະຕິບັດແບບ ເຕັມເມັດເຕັມໜ່ວຍ ຄືກັບປະເທດອິນໂດເນເຊຍ ທີ່ໄດ້ໃບຢັ້ງຢືນ ລະບົບ FLEGT ໃນປີ 2016, ປະເທດຜູ້ຜະລິດໄມ້ ແມ່ນຈະຕ້ອງໄດ້ເຮັດຕາມລະບຽບຫຼັກການຂອງ EU ຢ່າງເຂັ້ມງວດ ເຊິ່ງຫ້າມໄມ້ ທີ່ຜິດກົດໝາຍເຂົ້າສູ່ສະຫະພາບເອີຣົບ

 

ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ (Lao-EU FLEGT), ເຊິ່ງໄດ້ຮັບການລິເລີ່ມໂດຍ ລັດຖະບານ ແຫ່ງ ສປປ ລາວ ແລະ ບັນດາພາກສວ່ນທີ່ກ່ຽວຂ້ອງ ທັງຈາກ ພາຍໃນ ແລະ ຕ່າງປະເທດ, ມີເປົ້າໝາຍໃນການສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ ແລະ ການຫຼຸດຜ່ອນການຕັດໄມ້ທີ່ຜິດກົດໝາຍໃນປະເທດລາວ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPAs), ເຊິ່ງເປັນຂໍ້ຕົກລົງການຄ້າສອງຝ່າຍ ລະຫວ່າງ ສະຫະພາບເອີຣົບ ແລະ ປະເທດທີ່ຜະລິດໄມ້ເພື່ອການສົ່ງອອກ, ແມ່ນຈຸດສໍາຄັນຂອງແຜນງານດັ່ງກ່າວ. ເປົ້າໝາຍສໍາຄັນຂອງ ຂໍ້ຕົກລົງ VPAs ແມ່ນການແກ້ໄຂການຕັດໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າຜະລິດຕະພັນໄມ້ທີ່ຖືກຕ້ອງຕາມກົດໝາຍ.

 

ພາຍໃຕ້ຂໍ້ຕົກລົງ VPA, ປະເທດລາວຈະສືບຕໍ່ພັດທະນາ ແລະ ຈັດຕັ້ງປະຕິບັດ ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດ ໝາຍ (TLAS), ເຊິ່ງຈະທົດລອງໃນບັນດາແຂວງທົດລອງ ເຊັ່ນ ແຂວງ ຄໍາມ່ວນ ແລະ ອັດຕະປື ກ່ອນທີ່ຈະຂະຫຍາຍໄປທົ່ວປະເທດ.

 

ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງເປັນຂໍ້ຕົກລົງການຄ້າກັບສະຫະພາບເອີຣົບ, ທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (ProFLEGT) ພາຍໃຕ້ການຮ່ວມມືດ້ານການພັດທະນາຂອງ ເຢຍລະມັນ, ເຊິ່ງຈັດຕັ້ງປະຕິບັດໂດຍ GIZ (Deutsche Gesellschaft fuer Internationale Zusammenarbeit).

 

ທ່ານສາມາດດາວໂຫຼດບົດຂ່າວໄດ້ທີ່ນີ້