ແຜນງານ FLEGT ຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ໃນການປັບປຸງການຄຸ້ມຄອງ ແລະ ສະກັດກັ້ນການທໍາລາຍປ່າໄມ້ເພື່ອຮັບປະກັນການຄ້າໄມ້ທີ່ຖືກກົດໝາຍກັບສະຫະພາບເອີຣົບ

​ກ.ກ. 12, 2016 | ກອງປະຊຸມ, ຂ່າວສານ, ບົດຂ່າວ

ການປະກາດນໍາໃຊ້ຄໍາສັ່ງຂອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 15/ນຍ ແມ່ນໄດ້ຮັບໝາກຜົນອັນໃຫຍ່ຫຼວງ, ເຊິ່ງມັນໄດ້ສະແດງອອກໃນກອງປະຊຸມ “ຄະນະຊີ້ນໍາລະດັບຊາດກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້-ການເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ” ທີ່ຈັດຂຶ້ນຢູ່ແຂວງ ຫຼວງພະບາງ, ໂດຍການເປັນປະທານຂອງ ທ່ານ ດຣ. ພວງປາຣີສັກ ປຣະວົງວຽງຄໍາ (ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ຫົວໜ້າທີມເຈລະຈາລະດັບຊາດໃນແຜນງານ FLEGT/VPA), ຮ່ວມກັບ ທ່ານ ຈັນສອນ ແສນບຸດຕະລາດ (ຮອງລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ທ່ານ ບຸນສະຫວາດ ບຸບຜາ (ຮອງລັດຖະມົນຕີ ກະຊວງຍຸຕິທໍາ), ທ່ານ ສຸກສະໄໝ ຈັນທະມາດ (ຮອງເຈົ້າແຂວງ ແຂວງອັດຕະປື), ທ່ານ ບຸນມີ ພິມມະສອນ (ຮອງເຈົ້າແຂວງ ແຂວງຄໍາມ່ວນ), ແລະ ທ່ານ ຍັນຍົງ ສີປະເສີດ (ຮອງເຈົ້າແຂວງ ແຂວງໄຊຍະບູລີ). ນອກນັ້ນ ຍັງມີຕົວແທນຈາກຂະແໜງປຸງແຕ່ງໄມ້ ແລະ ອົງການຈັດຕັ້ງທາງສັງຄົມກໍໄດ້ເຂົ້າຮ່ວມ.

Group_LowRes_2a

ກອງປະຊຸມໃນຄັ້ງນີ້ມີຈຸດປະສົງເພື່ອທົບທວນຄວາມຄືບໜ້າ ແລະ ແຜນການໃນຕໍ່ໜ້າຂອງແຜນງານ FLEGT, ເຊິ່ງເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນ ເພາະວ່າ ນອກຈາກຈະເປັນກອງ ຄະນະຊີ້ນໍາລະດັບຊາດຄັ້ງທີ 2 ແລ້ວ, ມັນຍັງເປັນໄລຍະທີ່ຂຸ້ນຄ້ຽວຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ກ່ຽວກັບວຽກງານຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້ຂອງ ສປປ ລາວ ອີກດ້ວຍ.

 

ການຄຸ້ມຄອງປ່າໄມ້ທີ່ດີ ທີ່ເປັນລະບົບຄົບຊຸດ ຈະເຮັດໃຫ້ການຄ້າຂາຍໄມ້ຂອງ ສປປ ລາວ ເຂົ້າເຖິງບັນດາຕະຫຼາດທີ່ສໍາຄັນເຊັ່ນ ຕະຫຼາດອາຊຽນ, ສປ ຈີນ, ເກົາຫຼີ, ຍີ່ປຸ່ນ, ອາເມລິກາ ແລະ ສະຫະພາບເອີຣົບ. ແນວຄວາມຄິດດັ່ງກ່າວຍັງແມ່ນເປົ້າໝາຍຕົ້ນຕໍຂອງແຜນງານ FLEGT, ເຊິ່ງເປັນແນວຄວາມຄິດລິເລີ່ມຂອງ ລັດຖະບານ ແຫ່ງ ສປປ ລາວ ທີ່ພວມດໍາເນີນການເພື່ອສົ່ງເສີມການຄຸ້ມຄອງຂະແໜງປ່າໄມ້ ແລະ ການຄ້າໄມ້ທີ່ຖືກກົດໝາຍ ທີ່ດີ, ໂດຍສະເພາະ ແມ່ນການຄ້າກັບສະຫະພາບເອີຣົບ.

 

ໃນກອງປະຊຸມຄັ້ງນີ້, ທ່ານ ຊູຊາດ ໄຊຍະກຸມມານ, ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ກ່າວວ່າ “ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ15/ນຍ ນີ້ມີຈຸດປະສົງເພື່ອເພີ່ມທະວີໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງປ່າໄມ້, ທຸລະກິດໄມ້, ການຂຸດຄົ້ນໄມ້, ປຸງແຕ່ງໄມ້ ແລະ ຊື້-ຂາຍໄມ້ ໃຫ້ມີຄວາມເຂັ້ມງວດຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ລັດຖະບານໄດ້ວາງອອກໃຫ້ມີຄວາມສັກສິດ, ທັງເປັນການສະກັດກັ້ນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ໃນຂົງເຂດວຽກງານປ່າໄມ້ ໃຫ້ຫຼຸດລົງ ແລະ ໝົດໄປເທື່ອລະກ້າວ”. ທ່ານຍັງໄດ້ກ່າວເພີ່ມຕື່ມວ່າ “ວຽກງານໃນແຜນງານ FLEGT ຈະສົ່ງເສີມ ແລະ ການຈັດຕັ້ງປະຕິບັດ ຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 15 ແລະ ຍັງເປັນການສະກັດກັ້ນການທໍາລາຍປ່າ ເນື່ອງຈາກວ່າ ອົງປະກອບໜຶ່ງທີ່ສໍາຄັນຂອງ ແຜນງານ FLEGT ແມ່ນການໃຫ້ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ແຫຼ່ງທີ່ມາຂອງໄມ້, ແລະ ວິທີການຕິດຕາມການເຄື່ອນຍ້າຍຂອງໄມ້ໃນຕ່ອງໂສ້ການສະໜອງໄມ້, ໂດຍສະເພາະ ແມ່ນການຕິດຕາມການເຄື່ອນຍ້າຍໄມ້ ໃນບັນດາແຂວງທົດລອງ ເຊິ່ງໄດ້ຮັບການຮັບຮອງຈາກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້”.

 

ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ເປັນອົງປະກອບທີ່ສໍາຄັນໃນ ລະບົບການຄໍ້າປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ທີ່ເປັນສ່ວນສໍາຄັນໜຶ່ງຂອງ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPAs), ເຊິ່ງເປັນສັນຍາການຄ້າລະຫວ່າງ ສະຫະພາບເອີຣົບ ແລະ ບັນດາປະເທດທີ່ສົ່ງອອກໄມ້, ທີ່ມີຈຸດປະສົງໃນການສົ່ງເສີມການຕັດໄມ້ ແລະ ການຄ້າໄມ້ຖືກຕ້ອງຕາມກົດໝາຍ. ການຮ່ວມມືດັ່ງກ່າວແມ່ນເພື່ອຮັບປະກັນວ່າມີພຽງແຕ່ຜະລິດຕະພັນໄມ້ທີ່ຖືກກົດໝາຍທີ່ຈະສາມາດສົ່ງເຂົ້າຕະຫຼາດເອີຣົບໄດ້; ພ້ອມນັ້ນ ຍັງເປັນການສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ ແລະ ການຈັດຕັ້ງປະຕິບັດກົດໝາຍໃນບັນດາປະເທດທີ່ສົ່ງອອກໄມ້ ແລະ ຍັງຄໍານຶງເຖິງບັນຫາດ້ານສະພາບແວດລ້ອມ ແລະ ສັງຄົມ.

 

ທ່ານ ຄໍາພຸດ ພັນດານຸວົງ, ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ທັງເປັນ ຫົວໜ້າ ຄະນະຮັບຜິດຊອບຊຸກຍູ້ການເຈລະຈາ, ໄດ້ເນັ້ນໃນກອງປະຊຸມຄັ້ງນີ້ວ່າ: “ການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້ ເປັນວຽກງານການສັງລວມກົດໝາຍທີ່ສັບຊ້ອນທີ່ກ່ຽວຂ້ອງກັບຂະແໜງການປ່າໄມ້ ໃນລາວ ຕະຫຼອດຮອດຕ່ອງໂສ້ການສະໜອງຜະລິດຕະພັນໄມ້ – ເຊິ່ງເລີ່ມຈາກການຈັດປະເພດພື້ນທີ່ປ່າ, ການແບ່ງເຂດແດນ, ການເກັບກໍາຂໍ້ມູນ, ການອະນຸມັດ ໂຄຕ້າ, ການຄຸ້ມຄອງ ແລະ ການຕັດໄມ້, ການຂົນສົ່ງ, ການປຸງແຕ່ງ ແລະ ການສົ່ງອອກ.” ທ່ານຍັງໄດ້ກ່າວເພີ່ມຕື່ມອີກວ່າ “ການສຶກສາການສັງລວມຄວາມຮູ້ດ້ານກົດໝາຍປ່າໄມ້ນີ້ ເປັນບາດກ້າວພື້ນຖານທີ່ສໍາຄັນໃນການພັດທະນາ ຮ່າງນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ໃນເຂດປ່າຜະລິດ – ລວມທັງຂອບເຂດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) – ເຊິ່ງຈະໄດ້ນໍາສະເໜີໃນການເຈລະຈາຄັ້ງທໍາອິດ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສະຫະພາບເອີຣົບ ໃນແຜນງານ FLEGT/VPA ທີ່ຈະໄດ້ຈັດຂຶ້ນໃນໄຕມາດສຸດທ້າຍຂອງປີ 2016”.

 

ທ່ານ ທອງສະຫວັນ ສຸລິຍະມາດ, ປະທານສະມາຄົມ ອຸດສາຫະກໍາປຸງແຕ່ງໄມ້ລາວ ໄດ້ກ່າວໃນທີ່ປະຊຸມວ່າ “ຄໍາສັ່ງໃໝ່ຂອງນາຍົກລັດຖະມົນຕີ (ເລກທີ 15/ນຍ) ຈະຊ່ວຍເສີມສ້າງຄວາມອາດສາມາດໃນການແຂ່ງຂັນຂອງອຸດສາຫະກໍາປຸງແຕ່ງໄມ້ລາວ ໂດຍການປັບປຸງການສະໜອງວັດຖຸດິບແບບຍືນຍົງ, ພັດທະນາຄຸນນະພາບຂອງພະນັກງານ ແລະ ກໍາມະກອນໃນອຸດສາຫະກໍາປຸງແຕ່ງໄມ້”. ທ່ານ ທອງສະຫວັນ ຍັງໄດ້ກ່າວເພີ່ມຕື່ມວ່າ: “ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ຍຸດທະສາດຂອງພາກເອກະຊົນໃນຂະແໜງການຈຶ່ງມີຄວາມສໍາຄັນເພື່ອສົ່ງເສີມການແຂ່ງຂັນຂອງຜະລິດຕະພັນໄມ້ລາວໃນລະດັບສາກົນ. ພ້ອມນັ້ນ, ການພັດທະນາລະບົບຄຸ້ມຄອງຕ່ອງໂສ້ການສະໜອງໄມ້ແຫ່ງຊາດສໍາລັບບໍລິສັດປຸງແຕ່ງໄມ້ກໍມີຄວາມຈໍາເປັນເພື່ອຕິດຕາມລະບົບສົ້ນເຂົ້າ-ສົ້ນອອກຂອງໄມ້ ແລະ ແຫຼ່ງທີ່ມາຂອງໄມ້”.

 

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້, ເຊິ່ງໄດ້ວາງເຈດຈໍານົງ ແລະ ແນວທາງໃນການຫຼຸດຜ່ອນການຄ້າໄມ້ທີ່ຜິດກົດໝາຍ, ພ້ອມກັບລະບົບການອອກອະນຸຍາດເພື່ອຢັ້ງຢືນຄວາມຖືກຕ້ອງຂອງໄມ້ທີ່ຈະສົ່ງອອກໄປຕະຫຼາດເອີຣົບ. ນິຍາມທີ່ຖືກກົດໝາຍຂອງໄມ້ເປັນອົງປະກອບໜຶ່ງທີ່ສໍາຄັນໃນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA).

 

ສປປ ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງເປັນຂໍ້ຕົກລົງການຄ້າກັບສະຫະພາບເອີຣົບ, ທີ່ໄດ້ຮັບການຊ່ວຍເຫຼືອຈາກໂຄງການ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (ProFLEGT) ພາຍໃຕ້ການຮ່ວມມືດ້ານການພັດທະນາຂອງ ເຢຍລະມັນ, ເຊິ່ງຈັດຕັ້ງປະຕິບັດໂດຍ GIZ (Deutsche Gesellschaft fuer Internationale Zusammenarbeit).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມຂອງລັດຖະບານແຫ່ງ ສປປ ລາວ ແລະ ການຮ່ວມມືການພັດທະນາຂອງປະເທດເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການປະສານງານ FLEGT ພາຍໃຕ້ການຄຸ້ມຄອງຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ໜ່ວຍງານພາກລັດ, ອົງການຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້.

 

ໃນໄລຍະທໍາອິດຂອງແຜນງານ FLEGT-VPA ນີ້ແມ່ນໄດ້ຈັດຕັ້ງຂຶ້ນຢູ່ 3 ແຂວງທົດລອງ ຄື: ແຂວງ ໄຊຍະບູລີ, ຄໍາມ່ວນ ແລະ ອັດຕະປື. ໃນນັ້ນ ອົງການ WWF ຈັດຕັ້ງປະຕິບັດແຜນງານ FLEGT ຮ່ວມກັບ ກົມກວດກາປ່າໄມ້ ໃນ ສອງ ແຂວງ ພາກໃຕ້ (ແຂວງ ຄໍາມ່ວນ ແລະ ແຂວງ ອັດຕະປື). ອົງການ WWF ໄດ້ຈັດຕັ້ງປະຕິບັດວຽກງານໂດຍການຊອກຫາແນວທາງແກ້ໄຂ, ການມີສ່ວນຮ່ວມຂອງຫຼາຍພາກສ່ວນ ນຳໃຊ້ຮູບແບບທີ່ເໝາະສົມຂອງທ້ອງຖິ່ນ ແລະ ສາກົນ ທີ່ມີການຮ່ວມມືກັນຂອງພາກສ່ວນທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນການຕັດໄມ້ທໍາລາຍປ່າ ແລະ ການເຊື່ອມໂຊມຂອງປ່າໄມ້.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້