ແຜນງານ FLEGT ຊ່ວຍພັດທະນາຂະແໜງການປຸງແຕ່ງໄມ້ໃນປະເທດລາວ

​ພ.ຈ. 4, 2015 | ຂ່າວສານ, ບົດຂ່າວ

ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ປະກາດໃນກອງປະຊຸມ “ການພັດທະນາຂະແໜງປຸງແຕ່ງໄມ້ໃນ ສປປ ລາວ ໂດຍຜ່ານແຜນງານພັດທະນາການປຸງແຕ່ງໄມ້ ແລະ ປັບປຸງການຈັດຕັ້ງໃນພາກເອກະຊົນ” ໃນວັນທີ 4 ພະຈິກ 2015 ວ່າ ການສົ່ງເສີມອຸດສາຫະກໍາປຸງແຕ່ງໄມ້ໃນລາວເປັນຍຸດທະສາດທີ່ສໍາຄັນອັນໜຶ່ງທາງດ້ານເສດຖະກິດຂອງພາກລັດຖະບານເພື່ອຮັບປະກັນການເພີ່ມມູນຄ່າໃຫ້ແກ່ຊັບພະຍາກອນປ່າໄມ້ຂອງປະເທດ. ໃນທີ່ປະຊຸມ, ຕົວແທນຈາກພາກລັດ, ເອກະຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຮ່ວມສົນທະນາກ່ຽວກັບຜົນ ແລະ ຂໍ້ແນະນໍາຈາກການສຶກສາ, ເຊິ່ງເປັນສ່ວນໜຶ່ງຂອງແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (FLEGT process) ເພື່ອປັບປຸງອຸດສາຫະກໍາປຸງແຕ່ງໄມ້ໃນລາວ.

 

IMG_2124“ການປັບປຸງສົ່ງເສີມການເພີ່ມມູນຄ່າໃນຂະແໜງປຸງແຕ່ງໄມ້ແມ່ນມີຄວາມສໍາຄັນເພື່ອສົ່ງເສີມການແຂ່ງຂັນຂອງຂະແໜງການປຸງແຕ່ງໄມ້ໃນລາວ. ການສົ່ງເສີມນີ້ເປັນ ‘ໃບເບີກທາງ’ ໃນການເຂົ້າເຖິງຕະຫຼາດສົ່ງອອກແຫ່ງໃໝ່ໃນກຸ່ມປະຊາຄົມເສດຖະກິດອາຊຽນ ຫຼື AEC ແລະ ຕະຫຼາດສົ່ງອອກແຫ່ງອື່ນ ເຊັ່ນ ເອີຣົບ, ອາເມລິກາ, ຍີ່ປຸ່ນ ແລະ ຈີນ ສໍາລັບຜະລິດຕະພັນທີ່ມີທັງຄຸນນະພາບດີ ແລະ ຖືກກົດໝາຍ”, ກ່າວໂດຍທ່ານ ມະໂນຮັກ ຣາຊະຈັກ, ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ. “ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ ການສະໜອງວັດຖຸດິບຕ້ອງໄດ້ຮັບການເອົາໃຈໃສ່, ມາດຕະຖານຂອງພະນັກງານ ແລະ ນາຍຊ່າງໃນອຸດສາຫະກໍາປຸງແຕ່ງໄມ້ຕ້ອງໄດ້ຮັບການຍົກລະດັບ, ສະມາຄົມໃນຂະແໜງການຕ້ອງໄດ້ຮັບການສົ່ງເສີມ, ແລະ ບັນດາບໍລິສັດຕ້ອງສາມາດເຂົ້າໄດ້ເຖິງຂໍ້ມູນທາງການຕະຫຼາດ ແລະ ສິນຄ້າ ດີຂຶ້ນ ພ້ອມທັງ ຕ້ອງປັບປຸງການເຂົ້າເຖິງຕະຫຼາດ”, ກ່າວເພີ່ມເຕີມໂດຍທ່ານ ມະໂນຮັກ.

 

 

 

“ໃນການພັດທະນາ ແລະ ປັບປຸງການຈັດຕັ້ງຂະແໜງປຸງແຕ່ງໄມ້, ແຜນປະຕິບັດງານຂອງບໍລິສັດປຸງແຕ່ງໄມ້ທີ່ນຳໜ້າ ແລະ ຍຸດທະສາດຂອງຂະແໜງການປຸງແຕ່ງໄມ້ ແມ່ນມີຄວາມຈໍາເປັນ, ແລະ ຖ້າໄດ້ຮັບການຈັດຕັ້ງປະຕິບັດ, ມັນຈະສະໜອງຜົນປະໂຫຍດທີ່ຫຼາກຫຼາຍ, ເຖິງແມ່ນວ່າ ຈະມີພຽງແຕ່ບັນຫາຕົ້ນຕໍທີ່ໄດ້ຮັບການເອົາໃຈໃສ່ໃນຂະແໜງການ”, ກ່າວໂດຍ ທ່ານ ຮາຍໂກະ ວໍເນີ,ທີ່ປຶກສາອາວຸໂສຂອງໂຄງການ GIZ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ... ລາວ ກັບ ສະຫະພາບເອີຣົບ (ProFLEGT). “ຜົນປະໂຫຍດດັ່ງກ່າວນີ້ລວມມີການເພີ່ມມູນຄ່າໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້ ໂດຍຜ່ານການປຸງແຕ່ງໄມ້ສໍາເລັດຮູບ, ເພີ່ມປະສິດທິພາບຂອງບໍລິສັດ ແລະ ເພີ່ມຄວາມສາມາດໃນແຂ່ງຂັນກັບສາກົນ, ເພີ່ມຜົນຜະລິດແກ່ອຸດສາຫະກຳປຸງແຕ່ງໄມ້, ປູກຈິດສຳນຶກກ່ຽວກັບໄມ້ທີ່ຖືກກົດໝາຍ ແລະ ການນຳໃຊ້ໄມ້ຈາກແຫຼ່ງໄມ້ທີ່ຖືກກົດໝາຍ ລວມທັງ ການຄຸ້ມຄອງຕ່ອງໂສ້ການສະໜອງໄມ້ (COC) ເພື່ອສະໜັບສະໜູນການຄຸ້ມຄອງຊັບພະຍາກອນປ່າໄມ້ແບບຍືນຍົງ ແລະ ເພີ່ມທາງເລືອກແກ່ການສົ່ງອອກ, ແລະ ສ້າງວຽກເຮັດງານທຳໃນຂະແໜງການປຸງແຕ່ງໄມ້. ເປົ້າໝາຍສູງສຸດໃນການສົ່ງເສີມອຸດສາຫະກໍາປຸງແຕ່ງໄມ້ແມ່ນເພື່ອເພີ່ມໂອກາດໃນການສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບ ລວມທັງ ການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ”, ກ່າວເພີ່ມເຕີມໂດຍທ່ານ ຮາຍໂກະ.

 

ລັດຖະບານລາວ ໄດ້ລະບຸຄວາມຕ້ອງການໃນການສ້າງຄວາມເຂັ້ມແຂງດ້ານການແຂ່ງຂັນໃນຕະຫຼາດສາກົນຂອງບໍລິສັດປຸງແຕ່ງໄມ້ໃນລາວ, ພາຍໃຕ້ ແຜນງານການເຈລະຈາ FLEGT/VPA ທີ່ລັດຖະບານລາວພວມຈັດຕັ້ງປະຕິບັດ, ເຊິ່ງເປັນເງື່ອນໄຂທີ່ສໍາຄັນໃນການສ້າງຜົນດີໃຫ້ແກ່ຂະແໜງການປ່າໄມ້ ໂດຍຜ່ານຂໍ້ຕົກລົງການຄ້າສອງຝ່າຍນີ້.

 

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້. ຂໍ້ຕົກລົງ VPA ແມ່ນຂໍ້ຕົກລົງການຄ້າສາກົນເຊິ່ງມີຈຸດປະສົງເພື່ອຫຼຸດຜ່ອນການຕັດໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ.

 

ສ.ປ.ປ. ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາດັ່ງກ່າວກັບສະຫະພາບເອີຣົບ, ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກໂຄງການ GIZ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (ProFLEGT).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມກັນຂອງລັດຖະບານແຫ່ງ ສ.ປ.ປ. ລາວ ແລະ ການຮ່ວມມືການພັດທະນາຂອງເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການແຜນງານ FLEGT Standing Office ພາຍໃຕ້ການຊີ້ນຳຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ອົງການຈັດຕັ້ງອື່ນໆຂອງລັດ, ອົງການຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້