ແຜນງານ FLEGT ສົ່ງເສີມການປັບປຸງການຄຸ້ມຄອງປ່າໄມ້ໃນເຂດຫັນປ່ຽນທີ່ດິນປ່າໄມ້ເພື່ອເປົ້າໝາຍການພັດທະນາ

ມ.ຖ. 17, 2017 | ຂ່າວສານ, ບົດຂ່າວ

ພາຍໃຕ້ກອບ ຄໍາສັ່ງນາຍົກ ເລກທີ 15 ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍ ແລະ ທຸລະກິດໄມ້, ກົມປ່າໄມ້ ໄດ້ເອົາໃຈໃສ່ເພີ່ມຕື່ມຕໍ່ກັບການສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າໄມ້ ໂດຍສະເພາະໄມ້ທີ່ມາຈາກເຂດຫັນປ່ຽນທີ່ດິນປ່າໄມ້ເພື່ອການພັດທະນາ ເນື່ອງຈາກ ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ການຂຸດຄົ້ນບໍ່ແຮ່, ສວນປູກ ແລະ ການກໍ່ສ້າງຖະໜົນຫົນທາງ. ໃນກອງປະຊຸມປຶກສາຫາລືບັນດາພາກສ່ວນທີ່ກ່ຽວຂ້ອງ ເຊິ່ງໄດ້ຖືກຈັດຂຶ້ນ ໃນວັນທີ 17 ມີນາ 2017, ມາດຕະຖານນິຍາມໄມ້ທີ່ມາຈາກເຂດຫັນປ່ຽນທີ່ດິນປ່າໄມ້ເພື່ອການພັດທະນາ ທີ່ຖືກກົດໝາຍ ແມ່ນໄດ້ຮັບການປຶກສາຫາລື ເຊິ່ງເປັນສ່ວນໜຶ່ງຂອງແນວຄວາມຄິດລິເລີ່ມ ຂອງ ລັດຖະບານ ແຫ່ງ ສປປ ລາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຕ່າງໆ ທີ່ມີສ່ວນຮ່ວມໃນ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ (Lao-EU FLEGT).

ທ່ານ ບຸນປອນ ແສງທອງ, ຮອງຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ກ່າວວ່າ “ການທົບທວນບັນດານິຕິກໍາ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບເຂດຫັນປ່ຽນທີ່ດິນປ່າໄມ້ເພື່ອການພັດທະນາ ເພື່ອຫຼຸດຜ່ອນ ແລະ ລົບລ້າງຄວາມບໍ່ສອດຄ່ອງ ແລະ ການສ້າງຄວາມກະຈ່າງແຈ້ງຕໍ່ກັບພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບໃນບັນດາກະຊວງຕ່າງໆທີ່ກ່ຽວຂ້ອງ ຈະສາມາດສ້າງຄວາມເຂົ້າໃຈຕໍ່ກັບ ໄມ້ທີ່ຖືກກົດໝາຍທີ່ມາຈາກ ເຂດຫັນປ່ຽນທີ່ດິນປ່າໄມ້ເພື່ອການພັດທະນາ, ພ້ອມທັງ ຈະສາມາດ ຕິດຕາມການເຄື່ອນຍ້າຍໄມ້ ແລະ ກວດສອບແຫຼ່ງທີ່ມາຂອງໄມ້ດັ່ງກ່າວໄດ້”. ທ່ານ ບຸນປອນ ແສງທອງ ຍັງໄດ້ຍົກໃຫ້ເຫັນວ່າ “ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍຈະຮັບປະກັນຄວາມເຂົ້າໃຈ ໃຫ້ແກ່ ບັນດາກະຊວງຕ່າງໆ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ທີ່ກ່ຽວຂ້ອງ, ລວມທັງ ບັນດານັກລົງທຶນ ແລະ ນັກພັດທະນາ, ໂດຍສະເພາະ ເມື່ອເວົ້າເຖິງການຈັດຕັ້ງປະຕິບັດກົດໝາຍຕ່າງໆ.”

ພາຍຫຼັງທີ່ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍໄດ້ຮັບການຮ່າງຂຶ້ນ ໂດຍຜ່ານ ຂະບວນການມີສ່ວນຮ່ວມຂອງຫຼາຍພາກສ່ວນ ແລະ ການປຶກສາຫາລື ກັບ ສະຫະພາບເອີຣົບ ແລ້ວ, ຈະໄດ້ມີການທົດລອງຕົວຈິງໃນພາກສະໜາມ ໂດຍສະເພາະຢູ່ບັນດາແຂວງທົດລອງ. ການທົດລອງຕົວຈິງນີ້ຈະລວມເອົາການປະເມີນເພີ່ມຕື່ມເພື່ອຮັບປະກັນຄວາມເໝາະສົມໃນພາກສະໜາມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ມີໂອກາດສົນທະນາ ການທົບທວນລະບຽບການສະເພາະຂອງກະຊວງກະສິກໍາ ແລະ ປ່າໄມ້ ທີ່ຈະມີຂຶ້ນໃນຕໍ່ໜ້າ ກ່ຽວກັບ ການຄຸ້ມຄອງຕ່ອງໂສ້ການສະໜອງໄມ້ ແລະ ການກະກຽມ ກອງປະຊຸມຮ່ວມຂອງຊ່ຽວຊານ ຈາກປະເທດລາວ ແລະ ສະຫະພາບເອີຣົບ ແລະ ການກະກຽມການເຈລະຈາຊ່ອງໜ້າ ຄັ້ງທໍາອິດ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ທີ່ຈະຈັດຂຶ້ນ ໃນວັນລະຫວ່າງວັນທີ 24 ຫາ 28 ເມສາ 2017 ທີ່ ນະຄອນຫຼວງວຽງຈັນ ພາຍໃຕ້ແຜນງານ Lao-EU FLEGT.

 

ທ່ານສາມາດດາວໂຫຼດບົດຂ່າວໄດ້ທີ່ ນີ້