ແຜນງານ FLEGT ສົ່ງເສີມວຽກງານການຄຸ້ມຄອງປ່າໄມ້ທົ່ວປະເທດ

ຕ.ລ. 20, 2015 | ຂ່າວສານ

ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ (MAF), ໄດ້ຈັດກອງປະຊຸມຂຶ້ນໃນວັນທີ 20 ຕຸລາ 2015 ເພື່ອເປີດຕົວກຸ່ມຊ່ຽວຊານສະເພາະດ້ານໃນວຽກງານການປັບປຸງການຄຸ້ມຄອງປ່າຜະລິດຈາກສະໜາມ 1 ຫາ 3 ແບບຍືນຍົງໃນທົ່ວປະເທດ, ເຊິ່ງໄດ້ຮັບການສະໜັບສະໜູນຈາກ ແຜນງານການຈັດຕັ້ງປະຕິບັດກົດ   ໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (Lao EU-FLEGT process).

 

IMG_2082_Mr. Thong Eth Phayvanh“ກົມປ່າໄມ້ໄດ້ເຂົ້າຮ່ວມວຽກງານການບໍລິຫານຈັດການປ່າຜະລິດໃນແຜນງານດັ່ງກ່າວ ເນື່ອງຈາກວ່າ ກົມປ່າໄມ້ມີເປົ້າ ໝາຍໃນການປັບປຸງການຈັດການຂໍ້ມູນ ແລະ ເພື່ອວິເຄາະຖານຂໍ້ມູນກ່ຽວກັບທ່ອນໄມ້ທີ່ໄດ້ຮັບການລົງທະບຽນບັນທຶກຕາມຈຸດຕ່າງໆ ຈາກຈຸດຕັດໄມ້ ໄປຫາ ໂຮງງານປຸງແຕ່ງໄມ້ ໃນທົ່ວປະເທດ, ນອກຈາກຈະເປັນການຊອກຮູ້ເຖິງຊ່ອງວ່າງຂອງການຕັດໄມ້ທີ່ຜິດກົດໝາຍຕ່າງໆ ທີ່ສົ່ງຜົນກະທົບເຖິງການຊຸດໂຊມຂອງປ່າໄມ້” ກ່າວໂດຍ ທ່ານ. ທອງແອັດ ໄພວັນ, ຮອງຫົວໜ້າກົມປ່າໄມ້. “ໂດຍການເຂົ້າຮ່ວມໃນແຜງານ FLEGT ນີ້, ພວກເຮົາຍັງຈະສາມາດປະກອບສ່ວນເຂົ້າໃນຂະບວນການໃຫ້ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ເຊິ່ງເປັນສ່ວນໜຶ່ງຂອງຂະບວນການເຈລະຈາທີ່ກໍາລັງດໍາເນີນການຢູ່ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ ກ່ຽວກັບ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພື່ອສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ ແລະ ການບໍລິຫານຈັດການປ່າໄມ້ແບບຍືນຍົງ’, ກ່າວເພີ່ມເຕີມໂດຍທ່ານ ທອງແອັດ.

 

ການຕັດໄມ້ທີ່ຜິດກົດໝາຍໄດ້ສ້າງຂໍ້ຫຍຸ້ງຍາກອັນໃຫຍ່ຫຼວງໃນການສ້າງ ແລະ ຮັກສາຄວາມມີທ່າແຮງຂອງຕະຫຼາດ ແລະ ການຕັດໄມ້ແບບຍືນຍົງໃນຕະຫຼາດໂລກທີ່ມີຄວາມຕ້ອງການທີ່ເພີ່ມຂຶ້ນທາງດ້ານການຮັບປະກັນຄວາມຖືກຕ້ອງທາງກົດໝາຍ ແລະ ການຜະລິດໄມ້ ແລະ ຜະລິດຕະພັນໄມ້ແບບຍືນຍົງ. ຜົນປະໂຫຍດທີ່ສໍາຄັນຈາກການແກ້ໄຂບັນຫາການຕັດໄມ້ທີ່ຜິດກົດໝາຍ ແລະ ການສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍແມ່ນລວມມີການເພີ່ມລາຍຮັບຂອງພາກລັດ, ໂອກາດໃນການພັດທະນາຂະແໜງອຸດສາຫະກໍາໄມ້, ການເພີ່ມມູນຄ່າຂອງຜະລິດຕະພັນໄມ້, ພ້ອມທັງ ຜົນກະທົບທີ່ໜ້ອຍລົງທາງດ້ານສະພາບແວດລ້ອມ ແລະ ບັນຫາສັງຄົມ.

 

“ການຄຸ້ມຄອງປ່າໄມ້ແບບຍືນຍົງໃນ ສ.ປ.ປ. ລາວ ແມ່ນມີຄວາມກ້າວໜ້າຢ່າງໂດດເດັ່ນ ແລະ ໄດ້ຮັບໃບຢັ້ງຢືນທີ່ເປັນທີ່ຍອມຮັບຂອງສາກົນ ເຊິ່ງເປັນທີ່ຮູ້ຈັກກັນໃນ ລະບົບ FSC (Forest Stewardship Council) ໃຫ້ແກ່ປ່າຜະລິດໃນເນື້ອທີ່ 80.000 ເຮັກຕາ”, ກ່າວໂດຍທ່ານ ຮາຍໂກະ ວໍເນີ,ທີ່ປຶກສາອາວຸໂສຂອງໂຄງການ GIZ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ... ລາວ ກັບ ສະຫະພາບເອີຣົບ. “ບັນດາບົດຮຽນຕ່າງໆໃນຂະບວນການຢັ້ງຢືນ FSC ແບບສະໝັກໃຈໃຫ້ແກ່ປ່າຜະລິດ ຈະສາມາດນໍາໃຊ້ເຂົ້າໃນການພັດທະນາ ລະບົບການຄໍ້າປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ (TLAS) ເຊິ່ງຍັງຈະລວມເຖິງບົດຮຽນທີ່ຈະໄດ້ຈາກໄມ້ຈາກການສໍາປະທານ ເຊັ່ນ ໂຄງການເຂື່ອນໄຟຟ້າ ແລະ ການກໍ່ສ້າງພື້ນຖານໂຄງລ່າງຕ່າງໆ,” ກ່າວເພີ່ມເຕີມໂດຍທ່ານ ວໍເນີ.

 

ກຸ່ມຊ່ຽວຊານສະເພາະດ້ານ (ໄມ້ສະໜາມ 1 ຫາ 3) ນີ້ ປະກອບມີ ບັນດາຕົວແທນຈາກຫຼາຍພາກສ່ວນເຂົ້າຮ່ວມ, ທັງຈາກພາກລັດ, ອຸດສາຫະກໍາປຸງແຕ່ງໄມ້ ແລະ ອົງການຈັດຕັ້ງທາງສັງຄົມ, ເຊິ່ງລວມມີ ກົມປ່າໄມ້, ກົມຄຸ້ມຄອງທີ່ດິນ (ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ກົມການຄ້າພາຍໃນ (ກະຊວງອຸດສາຫະກໍາ ແລະ ການຄ້າ), ກົມຄຸ້ມຄອງຊັບສິນ (ກະຊວງການເງິນ), ກົມປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ (ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ກົມຄຸ້ມຄອງຊັບພະຍາກອນປ່າໄມ້ (ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ), ສູນກາງແນວລາວສ້າງຊາດ, ຄະນະວິທະຍາສາດປ່າໄມ້ (ມະຫາວິທະຍາໄລແຫ່ງຊາດ), ສະມາຄົມເຟີນີເຈີ, ສະມາຄົມປຸງແຕ່ງໄມ້, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ອົງການ WWF ປະຈໍາລາວ ແລະ ຕົວແທນຈາກແຂວງທົດລອງ ຄໍາມ່ວນ.

 

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້. ຂໍ້ຕົກລົງ VPA ແມ່ນຂໍ້ຕົກລົງການຄ້າສາກົນເຊິ່ງມີຈຸດປະສົງເພື່ອຫຼຸດຜ່ອນການຕັດໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ.

 

ສ.ປ.ປ. ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາດັ່ງກ່າວກັບສະຫະພາບເອີຣົບ, ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກໂຄງການ GIZ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (ProFLEGT).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມກັນຂອງລັດຖະບານແຫ່ງ ສ.ປ.ປ. ລາວ ແລະ ການຮ່ວມມືການພັດທະນາຂອງເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການແຜນງານ FLEGT Standing Office ພາຍໃຕ້ການຊີ້ນຳຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ອົງການຈັດຕັ້ງອື່ນໆຂອງລັດ, ອົງກອນຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາການປຸງແຕ່ງໄມ້.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້