ແຜນງານ FLEGT ເປີດຕະຫຼາດເອີຣົບໃຫ້ອຸດສາຫະກໍາປຸງແຕ່ງໄມ້ລາວ

ມ.ຖ. 27, 2015 | ຂ່າວສານ

ສະຫະພາບເອີຣົບ (EU) ພ້ອມເປີດຕະຫຼາດອຸດສາຫະກໍາປຸງແຕ່ງໄມ້ໃຫ້ແກ່ປະເທດລາວ ເຊິ່ງເປັນໝາກຜົນຂອງລັດຖະບານລາວທີ່ເຂົ້າຮ່ວມການເຈລະຈາ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະມັກໃຈ (VPA) ໃນແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ແລະ ສະຫະພາບເອີຣົບ (Lao EU-FLEGT Process), ເຊິ່ງໄດ້ປະກາດໃນງານ “ການພົບປະເພື່ອນໍາສະເໜີຕະຫຼາດສິນຄ້າໄມ້ເອີຣົບ” ໃນວັນທີ 27 ມິຖຸນາ 2015.

 

ຕະຫຼາດເຟີນີເຈີ້ໄມ້ເອີຣົບເປັນຕະຫຼາດໜຶ່ງທີ່ໃຫຍ່ທີ່ສຸດໃນໂລກ ທີ່ມີມູນຄ່າປະມານ 23 ຕື້ ເອີໂຣ ຕໍ່ປີ, ເຊິ່ງມີມູນຄ່າການນໍາເຂົ້າກວມເຖິງ 15-20% ຂອງຕົວເລກດັ່ງກ່າວ.

 

“ເພື່ອໃຫ້ປະເທດລາວຍາດໄດ້ສ່ວນແບ່ງຕະຫຼາດຈາກ ບັນດາ 28 ປະເທດ ສະມາຊິກ ຂອງ ສະຫະພາບເອີຣົບ, ພວກເຮົາຕ້ອງຮັບປະກັນວ່າ ໄມ້ ແລະ ຜະລິດຕະພັນໄມ້ຂອງພວກເຮົາແມ່ນຖືກຕ້ອງຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນ ກົດລະບຽບການນໍາໄມ້ເຂົ້າສູ່ສະຫະພາບເອີຣົບ (EUTR), ນອກຈາກເງື່ອນໄຂທົ່ວໄປກ່ຽວກັບການກວດສອບທາງດ້ານຄວາມປອດໄພ, ສານເຄມີ ແລະ ການຕິດເຊື້ອ”, ກ່າວໂດຍ ທ່ານ ຄໍາໄພ ສົມຊະນະ, ປະທານສະມາຄົມເຟີນີເຈີ້ລາວ. “ເງື່ອນໄຂດັ່ງກ່າວເຫຼົ່ານີ້, ໂດຍສະເພາະກ່ຽວກັບ EUTR, ຊ່ວຍສະກັດກັ້ນການເຄື່ອນຍ້າຍໄມ້ທີ່ຜິດກົດໝາຍໃນຕະຫຼາດເອີຣົບ, ແລະ ຍັງເປັນເຄື່ອງມືໃນການຊ່ວຍສະໜັບສະໜູນການຄ້າຂາຍໄມ້ ແລະ ຜະລິດຕະພັນໄມ້ທີ່ຖືກກົດ ໝາຍ, ພ້ອມທັງ ຍັງເປັນການຄຸ້ມຄອງ ແລະ ການບໍລິຫານຈັດການປ່າໄມ້ແບບຍືນຍົງ ໃນຂະແໜງປ່າໄມ້ອີກດ້ວຍ”, ກ່າວເພີ່ມຕື່ມໂດຍທ່ານ ຄໍາໄພ ສົມຊະນະ.

 

ທ່ານ Juergen Brackmann, ປະທານບໍລິສັດເຢຍລະມັນ STERN ທີ່ມີຄວາມຊ່ຽວຊານດ້ານເຟີນີເຈີ້ໃນຕະຫຼາດເອີຣົບກ່າວໃນງານວ່າ ປະເທດລາວ ເປັນປະເທດທີ່ມີລະບົບການເມືອງIMG_0954ທີ່ສະຫງົບ ເຊິ່ງເປັນຈຸດຂາຍທີ່ສໍາຄັນສໍາລັບລູກຄ້າທີ່ມີຄວາມຕ້ອງການສ້າງສາຍພົວພັນໄລຍະຍາວກັບຜູ້ຂາຍ. ທ່ານ Brackmann ຍັງໄດ້ເນັ້ນວ່າລູກຄ້າເອີຣົບໃຫ້ຄວາມສໍາຄັນຕໍ່ກັບລະບົບການສະໜອງ ເຊັ່ນ ເວລາໃນການສະໜອງທີ່ທ່ຽງຕົງ ແລະ ຄຸນນະພາບທີ່ໄດ້ມາດຕະຖານ. ຊື່ສຽງ ແລະ ປະສົບການຂອງຜູ້ຂາຍເອງກໍ່ມີຄວາມສໍາຄັນຕໍ່ຜູ້ຊື້ ເຊິ່ງສາມາດເບິ່ງໄດ້ຈາກນະໂຍບາຍກ່ຽວກັບຝ່າຍບຸກຄົນ ແລະ ຄວາມຮັບຜິດຊອບຂອງບໍລິສັດຕໍ່ສັງຄົມ, ເນື່ອງຈາກວ່າຜູ້ຊື້ສາມາດນໍາໃຊ້ແນວຄວາມຄິດດັ່ງກ່າວ ເຂົ້າໃນການໂຄສະນາສິນຄ້າຂອງພວກເຂົາໃນຕະຫຼາດເອີຣົບໄດ້.

 

“ເລີ່ມຕັ້ງແຕ່ວັນທີ 3 ມີນາ 2013, ກົດລະບຽບການນໍາໄມ້ເຂົ້າສູ່ສະຫະພາບເອີຣົບ (EUTR), ເຊິ່ງເປັນສ່ວນໜຶ່ງຂອງແຜນວຽກ FLEGT ຂອງ EU, ຮຽກຮ້ອງໃຫ້ຜູ້ປະກອບການໄມ້ຕ້ອງມີລະບົບ ‘due diligence’ ເພື່ອຊ່ວຍການຫຼຸດຄວາມສ່ຽງໃນການມີໄມ້ທີ່ຜິດກົດໝາຍ”, ກ່າວໂດຍທ່ານ ຮາຍໂກະ ວໍເນີ, ທີ່ປຶກສາອາວຸໂສຂອງໂຄງການ GIZ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ... ລາວ ກັບ ສະຫະພາບເອີຣົບ. “ນອກນັ້ນ ຄວາມຖືກຕ້ອງທາງດ້ານກົດໝາຍຍັງກ່ຽວພັນເຖິງ ນິຕິກໍາທີ່ມີຢູ່ແລ້ວໃນປະເທດຜະລິດໄມ້, ເຊິ່ງລວມມີສິດໃນການຕັດໄມ້, ການຈ່າຍຄ່າທໍານຽມເພື່ອໃຫ້ໄດ້ສິດໃນການຕັດໄມ້, ກົດໝາຍທີ່ກ່ຽວກັບການຕັດໄມ້, ລວມເຖິງລະບຽບການດ້ານສະພາບແວດລ້ອມ ແລະ ປ່າໄມ້, ສິດໃນການນໍາໃຊ້ ແລະ ຄອບຄອງຂອງບຸກຄົນທີ່ສາມ, ແລະ ລະບຽບການດ້ານການຄ້າ ແລະ ພາສີ,” ກ່າວເພີ່ມຕື່ມໂດຍທ່ານ ວໍເນີ.

 

“ໂດຍຜ່ານແຜນງານ FLEGT VPA, ຂະແໜງປຸງແຕ່ງໄມ້ຈະສາມາດເຂົ້າຕະຫຼາດເອີຣົບ – 28 ປະເທດ ສະມາຊິກ – ລວມທັງປະເທດອື່ນໆ ທີ່ຈັດຕັ້ງປະຕິບັດເງື່ອນໄຂດ້ານກົດໝາຍດັ່ງກ່າວ ເຊັ່ນປະເທດ ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ ແລະ ຕະຫຼາດອື່ນໆ,” ກ່າວໂດຍທ່ານ ຣາມອນ ບຼູແຊວເລີ (Ramon Bruesseler), ປະທານ ສະພາອຸດສາຫະກໍາການຄ້າ ສະຫະພາບເອີຣົບ ປະຈໍາລາວ (ECCIL). “ໂດຍຜ່ານແຜນງານດັ່ງກ່າວ, ບັນດາບໍລິສັດຍັງຈະໄດ້ເຂົ້າໃຈເຖິງຜົນປະໂຫຍດທີ່ຫຼາກຫຼາຍ, ໂດຍສະເພາະ ການເພີ່ມມູນຄ່າໃຫ້ແກ່ການປຸງແຕ່ງ, ການຂະຫຍາຍຕະຫຼາດໃນການສົ່ງອອກໄມ້ໃນຕະຫຼາດເອີຣົບ, ການເພີ່ມລາຍຮັບໃຫ້ແກ່ພາກລັດ, ການສ້າງໂອກາດໃນການມີວຽກເຮັດງານທໍາ, ການສົ່ງເສີມການແຂ່ງຂັນລະຫວ່າງບໍລິສັດຕ່າງໆ, ລວມທັງການບໍລິຫານຈັດການປ່າໄມ້ແບບຍືນຍົງ,” ກ່າວໂດຍທ່ານ ບຼູແຊວເລີ.

 

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້, ເຊິ່ງໄດ້ວາງເຈດຈໍານົງ ແລະ ແນວທາງໃນການຫຼຸດຜ່ອນການຄ້າໄມ້ທີ່ຜິດກົດໝາຍ, ພ້ອມກັບລະບົບການອອກອະນຸຍາດເພື່ອຢັ້ງຢືນຄວາມຖືກຕ້ອງຂອງໄມ້ທີ່ຈະສົ່ງອອກໄປຕະຫຼາດເອີຣົບ.

 

ສ.ປ.ປ. ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມການຄ້າແບບສະໝັກໃຈ (VPA), ເຊິ່ງເປັນຂໍ້ຕົກລົງການຄ້າກັບສະຫະພາບເອີຣົບ, ທີ່ໄດ້ຮັບການຊ່ວຍເຫລືອຈາກໂຄງການ GIZ ແຫ່ງປະເທດເຢຍລະມັນ ຕໍ່ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (ProFLEGT).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມຂອງລັດຖະບານແຫ່ງ ສ.ປ.ປ. ລາວ ແລະ ການຮ່ວມມືການພັດທະນາຂອງປະເທດເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການແຜນງານ FLEGT Standing Office ພາຍໃຕ້ການຄຸ້ມຄອງກວດກາຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ໜ່ວຍງານພາກລັດ, ອົງກອນປະຊາສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້.

 

ຈຸດປະສົງຂອງ ສະພາອຸດສາຫະກໍາການຄ້າ ສະຫະພາບເອີຣົບ ປະຈໍາລາວ ແມ່ນເພື່ອເປັນຕົວແທນໃຫ້ແກ່ກຸ່ມທຸລະກິດເອີຣົບໃນປະເທດລາວ ແລະ ເພື່ອໃຫ້ບໍລິການແກ່ສະມາຊິກ ແລະ ບັນດາກຸ່ມຄົນທີ່ບໍ່ແມ່ນສະມາຊິກ. ເປົ້າໝາຍຫຼັກແມ່ນເພື່ອສົ່ງເສີມ ແລະ ຂະຫຍາຍທຸລະກິດ ລະຫວ່າງ ສ.ປ.ປ. ລາວ ແລະ ບັນດາປະເທດສະມາຊິກຂອງສະຫະພາບເອີຣົບ ເພື່ອຍາດໄດ້ຜົນປະໂຫຍດລະຫວ່າງສອງຝ່າຍ ແລະ ໃຫ້ແກ່ສະມາຊິກເອງ ເຊິ່ງລວມມີ ການສົ່ງເສີມການລົງທຶນ, ການໂຄສະນາໃຫ້ແກ່ ສ.ປ.ປ. ລາວ ໃນ ກຸ່ມທຸລະກິດເອີຣົບ ແລະ ການໂຄສະນາໃຫ້ແກ່ ກຸ່ມທຸລະກິດເອີຣົບ ໃນ ສ.ປ.ປ. ລາວ, ລວມທັງການສົ່ງເສີມການພົວພັນລະຫວ່າງກຸ່ມທຸລະກິດຂະໜາດນ້ອຍ ລະຫວ່າງ ປະເທດລາວ ແລະ ສະຫະພາບເອີຣົບ.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້