ແຜນງານ FLEGT ສົ່ງເສີມພາລະບົດບາດ ປ່າໄມ້ບ້ານ ເພື່ອຮັບປະກັນການດໍາລົງຊີວິດທີ່ດີຂອງຊຸມຊົນ

ກ.ຍ. 20, 2016 | ຂ່າວສານ, ບົດຂ່າວ

ການຄຸ້ມຄອງປ່າຊົມໃຊ້ບ້ານໃນປະເທດລາວຈະໄດ້ຮັບການສົ່ງເສີມເພື່ອຮັບປະກັນການດໍາລົງຊີວິດຂອງປະຊາຊົນໃນເຂດທ້ອງຖິ່ນໃຫ້ດີຂຶ້ນ ທັງເປັນການປົກປັກຮັກສາປ່າໄມ້ໄດ້ອີກດ້ວຍ. ພາຍໃຕ້ການນໍາພາຂອງກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ‘ກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບປ່າຊົມໃຊ້ບ້ານ’ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນເພື່ອໃຫ້ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍຈາກປ່າທີ່ໄດ້ຮັບການຄຸ້ມຄອງໂດຍຊຸມຊົນທ້ອງຖິ່ນ ແລະ ເພື່ອລະບຸຂອບເຂດການນໍາໃຊ້ ປ່າຊົມໃຊ້ບ້ານ, ລວມທັງ ທີ່ດິນປ່າໄມ້ຂອງບຸກຄົນ ແລະ ຄົວເຮືອນ. ຄວາມເປັນໄປໄດ້ໃນການນໍາໃຊ້ໄມ້ເພື່ອການຄ້າໂດຍປະຊາຊົນ ແລະ ຊຸມຊົນທ້ອງຖິ່ນ ເຂົ້າໃນການປັບປຸງຊີວິດການເປັນຢູ່ ຈາກການຄຸ້ມຄອງປ່າດັ່ງກ່າວ ແມ່ນຈະໄດ້ຮັບການປະເມີນ. ‘ກູ່ມຊ່ຽວຊານສະເພາະດ້ານກ່ຽວກັບປ່າຊົມໃຊ້ບ້ານ’ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນກອງປະຊຸມ ຄັ້ງວັນທີ 19 ແລະ 20 ເດືອນ ກັນຍາ 2016, ພາຍໃຕ້ແນວຄວາມຄິດລິເລີ່ມ ທີ່ໄດ້ຮັບການນໍາພາໂດຍ ລັດຖະບານ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເຊິ່ງໄດ້ແກ່ ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ, ສະພາແຫ່ງຊາດ ແລະ ສະຖາບັນການສຶກສາ ໃນແຜນງານ ການຈັດຕັ້ງປະຕິບັດກົດໝາຍວ່າດວ້ຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ, ເຊິ່ງເປັນສ່ວນໜຶ່ງໃນການກະກຽມ ການເຈລະຈາຊ່ອງໜ້າ ຄັ້ງທໍາອິດ ໃນແຜນງານດັ່ງກ່າວ.

img_20160919_104138

ທ່ານ ປອ. ອຸປະກອນ ອາລຸນສະຫວັດ, ຫົວໜ້າພະແນກຄຸ້ມຄອງປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ, ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ກ່າວວ່າ: “ຂະບວນການໃນການປັບປຸງການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການບໍລິຫານປ່າໄມ້ທີ່ດີ ສາມາດເລີ່ມຕົ້ນໄດ້ຈາກຂັ້ນບ້ານ ເນື່ອງຈາກວ່າ ປະຊາຊົນສາມາດນໍາພາໃນການປົກປັກຮັກສາປ່າໄມ້ໄດ້”. ທ່ານ ປອ. ອຸປະກອນ ຍັງໄດ້ກ່າວເພີ່ມເຕີມວ່າ “ພາຍໃຕ້ການມີສ່ວນຮ່ວມຂອງປະຊາຊົນ, ພວກເຮົາສາມາດປັບປຸງຂັ້ນຕອນໃນການຊົມໃຊ້ໄມ້ ຈາກປ່າຊົມໃຊ້ບ້ານ ແລະ ຈາກເຈົ້າຂອງດິນຕ່າງໆ, ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການຕ່າງໆ. ສິ່ງນີ້ແມ່ນເພື່ອຮັບປະກັນວ່າປ່າໄມ້ບ້ານຈະໄດ້ຮັບການປົກປັກຮັກສາ ແລະ ພັດທະນາໃຫ້ເປັນແຫຼ່ງສະໜອງໄມ້ແບບຍືນຍົງໃຫ້ແກ່ປະຊາຊົນ ແລະ ຊຸມຊົນ, ພ້ອມທັງ ຍັງເປັນແຫຼ່ງສະໜອງລາຍຮັບເພື່ອປັບປຸງຊີວິດການເປັນຢູ່ຂອງພວກເຂົາ”.

 

ພາຍໃຕ້ກອບຂອງແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ, ເຊິ່ງໄດ້ຮັບການສະໜັບສະໜູນຈາກ ໂຄງການ ສະໜັບສະໜູນແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (ProFLEGT), ພາຍໃຕ້ການຮ່ວມມືດ້ານການພັດທະນາຂອງເຢຍລະມັນ, ເຊິ່ງຈັດຕັ້ງປະຕິບັດໂດຍ GIZ (Deutsche Gesellschaft fuer Internationale Zusammenarbeit), ‘ກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບປ່າຊົມໃຊ້ບ້ານ’ ມີເປົ້າໝາຍໃນການພັດທະນາຕາຕະລາງເພື່ອແບ່ງປະເພດການຄຸ້ມຄອງປ່າຊົມໃຊ້ບ້ານ ໂດຍອີງຕາມດິນແຕ່ລະປະເພດປ່າ; ເພື່ອປະກອບສ່ວນເຂົ້າໃນຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ໂດຍອີງຕາມການຄຸ້ມຄອງ. ການຊົມໃຊ້ທີ່ຖືກກົດໝາຍ ແລະ ການຄ້າໄມ້ ແບບຍືນຍົງ; ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ບັນດາພາກສ່ວນທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນປະຊາຊົນເຂດທ້ອງຖິ່ນກ່ຽວກັບການນໍາໃຊ້ ແລະ ການຄ້າຊັບພະຍາກອນປ່າໄມ້; ແລະ ເພື່ອລະບຸ ແລະ ສັງລວມບັນດາກົດໝາຍ, ລະບຽບການ ແລະ ຄໍາແນະນໍາຕ່າງໆ ກ່ຽວກັບການນໍາໃຊ້ຊັບພະຍາກອນຈາກປ່າໄມ້ ແລະ ຈາກດິນປ່າແບບຍືນຍົງ ແລະ ຖືກກົດໝາຍ, ແລະ ລະບຸຊ່ອງວ່າງຕ່າງໆທີ່ມີຄວາມເປັນໄປໄດ້ພາຍໃຕ້ກອບຂອງກົດໝາຍ.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້