ແຜນງານ FLEGT ສະໜັບສະໜູນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ໃນການປັບປຸງການຄຸ້ມຄອງ ແລະ ສະກັດກັ້ນການທໍາລາຍປ່າໄມ້ ເພື່ອຮັບປະກັນການຄ້າໄມ້ທີ່ຖືກກົດໝາຍ

ມ.ກ. 20, 2018 | ກອງປະຊຸມ, ຂ່າວສານ, ບົດຂ່າວ

ຜົນການດໍາເນີນງານ ຫລັງຈາກການຈັດຕັ້ງປະຕິບັດ ຄໍາສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ແມ່ນໄດ້ຮັບໝາກຜົນ, ເຊິ່ງມັນໄດ້ສະແດງອອກໃນກອງປະຊຸມ “ຄະນະກໍາມະການຊີ້ນໍາລະດັບຊາດກ່ຽວ ກັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອຈະເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ (Lao-EU FLEGT VPA)” ທີ່ຈັດຂຶ້ນ ໃນວັນທີິ 19 ມັງກອນ 2018 ຢູ່ ແຂວງ ຈໍາປາສັກ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ພວງປາຣີສັກ ປຣະວົງວຽງຄໍາ, ຮອງລັດຖະມົນຕີ ກະຊວງກະສິ ກໍາ ແລະ ປ່າໄມ້ ທັງເປັນ ຫົວໜ້າຄະນະເຈລະຈາລະດັບຊາດໃນແຜນງານ FLEGT/VPA. ນອກນັ້ນ ຍັງມີຕົວແທນຈາກ ບັນດາພາກລັດ, ພາກເອກະຊົນ, ຂະແໜງປຸງແຕ່ງໄມ້ແລະ ອົງການຈັດຕັ້ງທາງສັງຄົມກໍໄດ້ເຂົ້າຮ່ວມ.

 

ກອງປະຊຸມໃນຄັ້ງນີ້ ມີຈຸດປະສົງເພື່ອທົບທວນຄວາມຄືບໜ້າ ແລະ ຜົນສໍາເລັດ ຂອງການຈັດຕັ້ງປະຕິບັດແຜນງານ FLEGT ແລະ ແຜນການໃນຕໍ່ໜ້າ ກ່ຽວກັບແຜນງານ ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ.

 

ກອງປະຊຸມໃນຄັ້ງນີ້, ທ່ານ ປອ ພວງປາຣີສັກ ປຣະວົງວຽງຄໍາ ໄດ້ກ່າວວ່າ “ແຜນງານ FLEGT ສະໜັບສະໜຸນການຈັດຕັ້ງປະ ຕິບັດ ຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ເຊິ່ງມີຈຸດປະສົງເພື່ອເພີ່ມທະວີໃນວຽກງານການຄຸ້ມຄອງປ່າໄມ້ ແລະ ສະກັດກັ້ນທຸກກິດຈະກໍາທີ່ກ່ຽວຂ້ອງກັບການຄ້າໄມ້ທີ່ຜິດກົດໝາຍ.” ທ່ານຍັງໄດ້ກ່າວເພີ່ມຕື່ມວ່າ “ວຽກງານໃນແຜນ ງານ FLEGT ຫຼຸດຜ່ອນການທໍາລາຍປ່າໄມ້ເນື່ອງຈາກວ່າ ອົງປະກອບໜຶ່ງຂອງແຜນງານ FLEGT ແມ່ນການໃຫ້ນິຍາມໄມ້ທີ່ ຖືກກົດໝາຍ, ແຫຼ່ງທີ່ມາຂອງໄມ້ ແລະ ລະບົບການຕິດຕາມການເຄື່ອນຍ້າຍຂອງໄມ້ຕາມຕ່ອງໂສ້ການສະໜອງໄມ້”.

 

ພາຍໃຕ້ກອບ ຄໍາສັ່ງນາຍົກ ສະບັບ ເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016 ເພື່ອເພື່ອທະວີການຄຸ້ມຄອງປ່າໄມ້, ແຜນ ງານ FLEGT VPA ໄດ້ພັດທະນາລະບົບເພື່ອຮັບປະກັນວ່າອຸດສາຫະກໍາປຸງແຕ່ງໄມ້ຈະປະຕິບັດລະບຽບກົດໝາຍຂອງ ສປປ ລາວ. ເພື່ອໃຫ້ໄດ້ຮັບປະໂຫຍດສູງສຸດຈາກການນໍາໃຊ້ລະບົບດັ່ງກ່າວ, ຮ່າງ “ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການຕິດຕາມ ໄມ້ສົ້ນເຂົ້າ-ສົ້ນອອກໃນຂະແໜງປຸງແຕ່ງໄມ້ ແລະ ການຄ້າ”, ເຊິ່ງແມ່ນສ່ວນໜຶ່ງທີ່ສໍາຄັນໃນ ລະບົບຄໍ້າປະກັນໄມ້ທີ່ຖືກກົດ ໝາຍ (TLAS), ທີ່ໄດ້ນໍາສະເໜີໃນກອງປະຊຸມໃນຄັ້ງນີ້ ພາຍຫລັງທີ່ໄດ້ທົດລອງນໍາໃຊ້ລະບົບການຄຸ້ມຄອງຕ່ອງໂສ້ການສະ ໜອງໄມ້, ຫຼື ທີ່ເອີ້ນກັນວ່າ ລະບົບ COC ຢູ່ ແຂວງອັດຕະປື.

 

ລະບົບການຄຸ້ມຄອງຕ່ອງໂສ້ການສະໜອງໄມ້, ຫຼື ທີ່ເອີ້ນກັນວ່າ ລະບົບ COC, ແມ່ນລະບົບການບັນທຶກຂໍ້ມູນໄມ້ສົ້ນເຂົ້າ-ສົ້ນ ອອກ ຂອງຜູ້ປະກອບການຈາກສະໜາມ 2 ຈົນເຖິງຈຸດຈໍາໜ່າຍໃຫ້ແກ່ລຸກຄ້າໃນຕະຫຼາດພາຍໃນ ຫຼື ຈຸດສົ່ງອອກໄປຈໍາໜ່າຍຢູ່ ຕ່າງປະເທດ. ລະບົບ COC ດັ່ງກ່າວຈະສະແດງໃຫ້ເຫັນໄດ້ເຖິງແຫຼ່ງທີ່ມາຂອງໄມ້ ແລະ ສາມາດຕິດຕາມໄມ້ດັ່ງກ່າວໂດຍຜ່ານ ຜູ້ປະກອບການທີ່ຈໍາໜ່າຍ, ຂົນສົ່ງ ແລະ ປຸງແຕ່ງໄມ້ ເພື່ອຮັບປະກັນວ່າ ຜະລິດຕະພັນໄມ້ທັງໝົດແມ່ນຖືກຕ້ອງຕາມລະບຽບກົດ ໝາຍຂອງ ສປປ ລາວ.

 

ນອກຈາກນີ້ ຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລື ແລະ ເນັ້ນຄວາມສໍາຄັນ ກ່ຽວກັບຂໍ້ສະເໜີໃນການນໍາໃຊ້ເຕັກໂນໂລຊີພາບຖ່າຍທາງ ອາກາດ (Remote Sensing) ເຂົ້າໃນລະບົບການຕິດຕາມກວດກາການຂຸດຄົ້ນໄມ້ ເພື່ອຕິດຕາມກວດກາການທໍາລາຍ ປ່າໄມ້ ໃນເຂດຫັນປ່ຽນທີ່ດິນປ່າໄມ້. ເຕັກໂນໂລຊີດັ່ງກ່າວ ບໍ່ພຽງແຕ່ນໍາໃຊ້ ສໍາລັບການກວດສອບການເຊື່ອມໂຊມຂອງປ່າໄມ້ REDD+ (ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຈາກການທໍາລາຍ ແລະ ການເຊື່ອມໂຊມຂອງປ່າໄມ້ລວມທັງມີການ ຟື້ນຟູແລະ ປົກປັກຮັກສາປ່າໄມ້), ການສํາຫລວດການປົກຫ້ ຸມຂອງເນື້ອທີ່ປ່າໄມ້ ເທົ່ານັ້ນ, ແຕ່ຍັງສາມາດນํາໃຊ້ເຂົ້າໃນການ ຕິດຕາມກວດກາການຂຸດຄົ້ນໄມ້ ແລະ ການທໍາລາຍປ່າໄມ້ ໃນເຂດຫັນປ່ຽນທີ່ດິນປ່າໄມ້ (ໂຄງການພະລັງງານໄຟຟ້າ, ຂຸດຄົ້ນບໍ່ ແຮ່, ອື່ນໆ) ນໍາອີກ, ເຊິ່ງຈະເປັນອີກລະບົບໜຶ່ງ ທີ່ນອນຢູ່ໃນລະບົບຄໍ້າປະກັນໄມ້ທີ່ຖືກກົດໝາຍ (TLAS) ຂອງແຜນງານ FLEGT ໃນອະນາຄົດ.

 

ພາຍຫຼັງ ການປະກາດໃຊ້ ຄໍາສັ່ງນາຍົກ ເລກທີ 15 ຕັ້ງແຕ່ເດືອນ ພຶດສະຫາ 2016 ທີ່ຜ່ານມາ, ສປປ ລາວ ເລີ່ມເຫັນໄດ້ເຖິງ ໝາກຜົນອັນພົ້ນເດັ່ນ ຈາກການຄຸ້ມຄອງປ່າໄມ້ທີ່ເຂັ້ມແຂງຂຶ້ນ ແລະ ຄວາມເອົາໃຈໃສ່ ໃນແກ້ໄຂບັນຫາສິ່ງທ້າທາຍຂອງ ປະເທດຊາດ ກ່ຽວກັບ ການຕັດໄມ້ທີ່ຜິດກົດໝາຍ. ແຜນງານ FLEGT ແມ່ນໜຶ່ງໃນແນວຄວາມຄິດລິເລີ່ມ ທີ່ສົ່ງເສີມ ລັດຖະບານ ແຫ່ງ ສປປ ລາວ ໃຫ້ສາມາດຍາດໄດ້ໝາກຜົນດັ່ງກ່າວ, ເນື່ອງຈາກວ່າ ແຜນງານດັ່ງກ່າວນີ້ ຍັງໄດ້ຈະໄດ້ສືບຕໍ່ຜັນ ຂະຫຍາຍແນວທາງນະໂຍບາຍ ເພື່ອປັບປຸງການຄຸ້ມຄອງປ່າໄມ້ຕະຫຼອດເຖິງຕ່ອງໂສ້ການສະໜອງໄມ້ ໃຫ້ມີປະສິດທິຜົນໃນອານະຄົດ.

 

ທ່ານສາມາດດາວໂຫຼດບົດຂ່າວໄດ້ທີ່ນີ້