ໂຄງການໃໝ່ຮ່ວມລິເລີ່ມການສັງລວມນິຕິກໍາກ່ຽວກັບວຽກງານປ່າໄມ້ລາວ

​ກ.ກ. 24, 2015 | ຂ່າວສານ

ກົມກວດກາປ່າໄມ້ ແລະ ກົມປ່າໄມ້ໄດ້ລິເລີ່ມ ການສັງລວມບັນດານິຕິກໍາປ່າໄມ້ ທີ່ກ່ຽວຂ້ອງກັບຂອບຂອງກົດໝາຍທາງດ້ານພື້ນທີ່ປ່າໄມ້, ການຄຸ້ມຄອງ ແລະ ການນໍາໃຊ້ຜະລິດຕະພັນໄມ້ໃນ ສປປ ລາວ ໃນກອງປະຊຸມ “ປຶກສາຫາລືການສັງລວມນິຕິກໍາຂອງລັດທີ່ກ່ຽວຂ້ອງກັບການຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້” ທີ່ໄດ້ຈັດຂຶ້ນໃນວັນທີ 24 ກໍລະກົດ 2015 ທີ່ຜ່ານມາ, ເຊິ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍ ອົງການ FAO, SUFORD ແລະ GIZ.

 

ທ່ານຄໍາພຸດ ພັນດານຸວົງ, ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວວ່າ: “ເນື່ອງຈາກວ່າຂອບຂອງລະບຽບການຕ່າງໆທີ່ໃຊ້ໃນການຄຸ້ມຄອງຂະແໜງປ່າໄມ້IMG_1383
ແມ່ນມີຫຼາກຫຼາຍ ແລະ ກວ້າງຂວາງ,ເຊິ່ງໄດ້ຮັບຜົນມາຈາກກົດໝາຍທີ່ແຕກຕ່າງກັນໃນຂະແໜງຊັບພະຍາກອນທໍາມະຊາດ ແລະ ການຄ້າ, ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ເກີດຄວາມບໍ່ຈະແຈ້ງທາງດ້ານການນໍາໃຊ້ກົດໝາຍ, ຄວາມບໍ່ສອດຄ່ອງ ຫຼື ການມີຂໍ້ກຳນົດຂອງກົດໝາຍ ທີ່ທັບຊ້ອນເວລາມີການດັດແກ້ກົດໝາຍ, ຄວາມຮັບຜິດຊອບຂອງອໍານາດການປົກຄອງທີ່ມີສິດອຳນາດ, ການແປຄວາມໝາຍ ແລະ ການນໍາໃຊ້ກົດລະບຽບທີ່ບໍ່ສອດຄ່ອງໃນຂັ້ນແຂວງ, ເມືອງ ແລະ ຂັ້ນບ້ານ ທ່ານຄໍາພຸດ ພັນດານຸວົງ ຍັງໄດ້ກ່າວຕື່ມອີກວ່າ “ການສັງລວມນິຕິກໍາປ່າໄມ້ຈຶ່ງມີຄວາມສໍາຄັນສໍາລັບຂະແໜງປ່າໄມ້ໃນ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄອງປ່າໄມ້ແບບຍືນຍົງ, ພ້ອມທັງເປັນການເພີ່ມຈໍານວນການປົກຫຸ້ມຂອງປ່າຂຶ້ນເຖິງ 70% ພາຍໃນປີ 2020 ທີ່ໄດ້ລະບຸໄວ້ໃນແຜນຍຸດທະສາດປ່າໄມ້ ໂດຍ ກະຊວງກະສິກໍາ ແລະ ປ່າໄມ້”

 

ການສັງລວມນິຕິກໍາແມ່ນການລວບລວມລະບຽບການຕ່າງໆທີ່ກ່ຽວຂ້ອງທັງໝົດ ແລະ ການສະຫຼຸບສັງລວມຫຍໍ້ທາງດ້ານຂອບກົດໝາຍປ່າໄມ້, ທີ່ລວມມີບັນດາລະບຽບການທີ່ກ່ຽວຂ້ອງກັບປ່າໄມ້, ການຄຸ້ມຄອງ ແລະ ການນໍາໃຊ້ຜະລິດຕະພັນໄມ້, ເຊິ່ງກວມເອົາເຂດພັດທະນາພື້ນຖານໂຄງລ່າງ /ປ່າສໍາປະທານ, ການຂົນສົ່ງ, ການປຸງແຕ່ງ ແລະ ການຄ້າຜະລິດຕະພັນໄມ້ເຄິ່ງສໍາເລັດຮູບ ຫຼື ໄມ້ທີ່ບໍ່ໄດ້ຜ່ານການປຸງແຕ່ງ. ການສັງລວມນິຕິກໍາຈະຊ່ວຍໃຫ້ເຫັນໄດ້ເຖິງຄວາມບໍ່ສອດຄ່ອງ ຫຼື ການທັບຊ້ອນທາງດ້ານໜ້າທີ່ຮັບຜິດຊອບ, ການຍົກເລີກ ຫຼື ການນໍາໃຊ້ກົດລະບຽບໃໝ່ປ່ຽນແທນ, ແລະ ການເຮັດໃຫ້ລະບຽບການຕ່າງໆຈະແຈ້ງຂຶ້ນຕື່ມ ເພື່ອເຮັດໃຫ້ຜູ້ທີ່ໃຊ້ສາມາດຕີຄວາມໝາຍ, ນໍາໃຊ້ ແລະ ຈັດຕັ້ງປະຕິບັດຂອບກົດໝາຍໄດ້ຢ່າງເປັນເອກະພາບ.

 

ທ່ານ ຮາຍໂກະ ວໍເນີ,ທີ່ປຶກສາອາວຸໂສຂອງໂຄງການ GIZ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ... ລາວ ກັບ ສະຫະພາບເອີຣົບ ໄດ້ກ່າວວ່າ“ໂດຍຜ່ານການສັງລວມນິຕິກໍາ, ການທົບທວນຄືນທີ່ຄວບຄຸມກ່ຽວກັບກອບກົດໝາຍໃນຂະແໜງປ່າໄມ້ໃນ ສປປ ລາວ ຈະໄດ້ຮັບການສ້າງຂຶ້ນ, ເຊິ່ງຈະໄດ້ຈັດຕາມຕ່ອງໂສ້ການສະໜອງໄມ້ ແລະ ເຄື່ອງປ່າຂອງດົງ -ເຊິ່ງເລີ່ມຕົ້ນຈາກການຈັດປະເພດປ່າ, ການໝາຍເຂດແດນ, ການສໍາຫຼວດປ່າ, ການອະນຸມັດໂຄຕ້າ, ການຈັດການ ແລະ ການຂຸດຄົ້ນ, ການຂົນສົ່ງ, ການປຸງແຕ່ງ, ການຄ້າ ແລະ ການສົ່ງອອກ,” . ທ່ານ ຮາຍໂກະ ວໍເນີ ໄດ້ກ່າວຕື່ມອີກວ່າ “ຂໍ້ມູນຕ່າງໆທີ່ໄດ້ຈາກການສັງລວມນິຕິກໍານີ້ສາມາດໃຊ້ເປັນຂໍ້ມູນທີ່ສໍາຄັນໃນການຮ່າງນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້ ເຊິ່ງເປັນອົງປະກອບທີ່ສໍາຄັນໜຶ່ງຂອງລະບົບການຮັບປະກັນຄວາມຖືກຕ້ອງຂອງໄມ້, ເຊິ່ງເປັນສ່ວນສໍາຄັນໜຶ່ງຂອງ ຂໍ້ຕົກລົງ VPAs”,

 

ດຣ. ຮີຣາລີ ສມິດທ໌, ທີ່ປຶກສາໂຄງການ FAO/GIZ ໄດ້ລະບຸບັນດາຜູ້ທີ່ຈະໄດ້ຮັບຜົນປະໂຫຍດຈາກການສັງລວມນິຕິກໍານີ້ ເຊິ່ງລວມມີ ບັນດານັກຊ່ຽວຊານສະເພາະດ້ານພາຍໃຕ້ແຜນງານ FLEGT/VPA ທີ່ຈະສາມາດຮ່າງນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້ ພ້ອມກັບ ເງື່ອນໄຂ, ຫຼັກການ, ຕົວກວດສອບ ແລະ ເອກະສານອ້າງອີງດ້ານກົດໝາຍອື່ນໆ; ບັນດາຜູ້ອອກນະໂຍບາຍຈະສາມາດຮູ້ໄດ້ເຖິງຈຸດທີ່ບໍ່ສອດຄ່ອງ, ສັບສົນ, ຊ່ອງວ່າງ ຫຼື ຈຸດອື່ນໆທີ່ຕ້ອງການປັບປຸງ ທີ່ພົວພັນເຖິງໜ້າທີ່ ແລະ ພາລະບົດບາດຕ່າງໆ; ອໍານາດການປົກຄອງໃນຂະແໜງປ່າໄມ້ໃນຂັ້ນສູນກາງ, ແຂວງ, ເມືອງ ແລະ ຂັ້ນບ້ານ ຈະໄດ້ຮັບຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບຂອບເຂດສິດອຳນາດ; ພາກເອກະຊົນຈະໄດ້ຮັບຄວາມຮູ້ເພີ່ມຂຶ້ນກ່ຽວກັບຂັ້ນຕອນການບໍລິຫານ, ນອກເໜືອຈາກນັກລົງທຶນຕ່າງປະເທດໃນຂະແໜງປ່າໄມ້ໃນປະເທດລາວ ໂດຍສະເພາະກຸ່ມຄົນທີ່ບໍ່ຮູ້ພາສາລາວກໍ່ຍັງສາມາດໄດ້ຮັບຜົນປະໂຫຍດຈາກການສັງລວມນິຕິກໍາດັ່ງກ່າວ.

 

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ ສະຫະພາບເອີຣົບEU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າໄມ້ແບບສະໝັກໃຈ (VPA) ກັບບັນດາປະເທດຜູ້ຜະລິດໄມ້, ເຊິ່ງໄດ້ວາງເຈດຈໍານົງ ແລະ ແນວທາງໃນການຫຼຸດຜ່ອນການຄ້າໄມ້ທີ່ຜິດກົດໝາຍ, ພ້ອມກັບລະບົບການອອກອະນຸຍາດເພື່ອຢັ້ງຢືນຄວາມຖືກຕ້ອງຂອງໄມ້ທີ່ຈະສົ່ງອອກໄປຕະຫຼາດເອີຣົບ.

 

ສ.ປ.ປ. ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມການຄ້າແບບສະໝັກໃຈ (VPA), ເຊິ່ງເປັນຂໍ້ຕົກລົງການຄ້າກັບສະຫະພາບເອີຣົບ, ທີ່ໄດ້ຮັບການຊ່ວຍເຫລືອຈາກໂຄງການ GIZ ແຫ່ງປະເທດເຢຍລະມັນ ຕໍ່ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (ProFLEGT).

 

ProFLEGTແມ່ນໂຄງການລິເລີ່ມຮ່ວມຂອງລັດຖະບານແຫ່ງ ສ.ປ.ປ. ລາວ ແລະ ການຮ່ວມມືການພັດທະນາຂອງປະເທດເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການແຜນງານ FLEGT Standing Office ພາຍໃຕ້ການຄຸ້ມຄອງກວດກາຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ໜ່ວຍງານພາກລັດ, ອົງກອນປະຊາສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້