ແຜນງານ FLEGT ສະໜັບສະໜູນການຊ່ວຍປັບປຸງວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນຂະແໜງປຸງແຕ່ງໄມ້

ກ.ພ. 24, 2015 | ຂ່າວສານ

ວຽກງານຄວາມປອດໄພ, ສຸຂະພາບ ແລະ ສະພາບແວດລ້ອມໃນສະຖານທີ່ເຮັດວຽກໃນຂະແໜງປຸງແຕ່ງໄມ້ຈະໄດ້ຮັບການປັບປຸງ ພາຍຫຼັງສໍາເລັດໂຄງການ “ການປັບປຸງວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນຂະແໜງປຸງແຕ່ງໄມ້ ແລະ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ” ໃນທ້າຍປີ 2015, ເຊິ່ງຈະໄດ້ຮັບການຈັດຕັ້ງປະຕິບັດໂດຍ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພາຍໃຕ້ກອບແຜນວຽກ ການຈັດຕັ້ງປະຕິບັດກົດໝາຍ, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT), ເຊິ່ງໄດ້ກ່າວໃນກອງປະຊຸມປຶກສາຫາລື ໃນວັນທີ 24 ກຸມພາ 2015, ທີ່ເຮືອນຮັບແຂກຂອງກະຊວງ ຮສສ.

 

ກອງປະຊຸມປຶກສາຫາລື ກ່ຽວກັບ “ການປັບປຸງວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນຂະແໜງປຸງແຕ່ງໄມ້ ແລະ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ” ນີ້ ໄດ້ເຊີນເອົາບັນດາແຂກຈຳນວນ 40 ທ່ານເຂົ້າຮ່ວມ ເຊິ່ງເປັນຕົວແທນມາຈາກ ກົມຄຸ້ມຄອງແຮງງານ, ກົມກວດກາປ່າໄມ້, ກົມອຸດສາຫະກໍາ, ພະແນກວາງແຜນ ແລະ ການຮ່ວມມືຂອງກົມປ່າໄມ້, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມຂົນສົ່ງ, ກົມສິ່ງແວດລ້ອມ, ກົມປົກປ້ອງແຮງງານ, ສູນກາງສະຫະພັນກໍາມະບານລາວ, ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ, ສະມາຄົມເຟີນີເຈີ້ລາວ, ສະມາຄົມອຸດສາຫະກໍາປຸງແຕ່ງໄມ້ລາວ ແລະ ພາກສ່ວນເອກະຊົນ ແລະ ບັນດາຕົວແທນອື່ນໆທີ່ກ່ຽວຂ້ອງ, ໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ເພື່ອທໍາຄວາມເຂົ້າໃຈຕໍ່ເນື້ອໃນ ແລະ ຈຸດປະສົງຂອງໂຄງການ ແລະ ຍາດໄດ້ການຮ່ວມມືຈາກທຸກພາກສ່ວນ.

 

ທ່ານ ເພັດສະຫວ່າງ ສຸນນະລາດ ຮອງຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວໃນພິທີເປີດກອງປະຊຸມປຶກສາຫາລືວ່າ ‘ມັນມີຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃຫ້ແກ່ຊາວຜູ້ອອກແຮງງານ ແລະ ສະພາບແວດລ້ອມຂອງໂຮງງານໃນຂະແໜງປຸງແຕ່ງໄມ້, ເນື່ອງຈາກເປັນຂະ   ແໜງໜຶ່ງທີ່ມີຄວາມສ່ຽງສູງຈາກການເກີດອຸບັດຕິເຫດແຮງງານ ແລະ ພະຍາດອາຊີບ, ທັງນີ້ກໍ່ຍ້ອນວ່າແຮງງານລາວສ່ວນໃຫຍ່ແມ່ນແຮງງານທີ່ເຄື່ອນຍ້າຍຈາກຊົນນະບົດເຂົ້າມາເຮັດວຽກໃນຕົວເມືອງ, ຄວາມຮູ້ທາງດ້ານນີ້ແມ່ນຍັງຕໍ່າ, ເຮັດວຽກຕາມມີຕາມເກີດ, ຈຶ່ງມີຄວາມສ່ຽງຫຼາຍທີ່ຈະເກີດອຸບັດຕິເຫດແຮງງານ ແລະ ພະຍາດຕ່າງໆ ຍ້ອນການເຮັດວຽກທີ່ບໍ່ມີຄວາມປອດໄພ’. ‘ໂດຍການເຂົ້າຮ່ວມແຜນງານ FLEGT, ພວກເຮົາຍັງຈະສາມາດປະກອບສ່ວນເຂົ້າໃນຂະບວນການໃຫ້ຄໍານິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ, ເຊິ່ງເປັນສ່ວນໜຶ່ງຂອງການເຈລະຈາລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ກ່ຽວກັບ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເຊິ່ງຢູ່ພາກໃຕ້ແຜນງານ FLEGT ເພື່ອສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍ ແລະ ການບໍລິຫານຄຸ້ມຄອງປ່າໄມ້ແບບຍືນຍົງ, ເຖິງແມ່ນວ່າໂຄງການນີ້ແມ່ນມີໄລຍະຈັດຕັ້ງປະຕິບັດ 1 ປີ ເຊິ່ງອາດຈະສາມາດສືບຕໍ່ໄດ້’, ກ່າວເພີ່ມຕື່ມໂດຍ ທ່ານ ເພັດສະຫວ່າງ.

 

‘ນິຍາມໄມ້ທີ່ຖືກກົດໝາຍບໍ່ພຽງແຕ່ກ່າວເຖິງແຫຼ່ງທີ່ມາຂອງໄມ້ ແລະ ວິທີການສະໜອງໄມ້ໃນຕ່ອງໂສ້ການສະໜອງ ຈາກປ່າ ສູ່ການສົ່ງອອກ ເທົ່ານັ້ນ’, ກ່າວໂດຍ ທ່ານ ຮາຍໂກະ ວໍເນີ, ທີ່ປຶກສາອາວຸໂສຂອງໂຄງການ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ... ລາວ ກັບ ສະຫະພາບເອີຣົບ (ProFLEGT). ‘ນິຍາມໄມ້ທີ່ຖືກກົດໝາຍຍັງກວມເອົາສຸຂະພາບແຮງງານ ແລະ ຄວາມປອດໄພຂອງຜູ້ອອກແຮງງານ ແລະ ຄອບຄົວຂອງພວກເຂົາ, ອາຍຸຂັ້ນຕໍ່າສໍາລັບແຮງງານທີ່ເຮັດວຽກພົວພັນກັບຄວາມສ່ຽງຕໍ່ກັບອັນຕະລາຍຕ່າງໆ, ສັນຍາການເຮັດວຽກ, ການປະຕິບັດ ແລະ ຄ່າແຮງງານທີ່ສອດຄ່ອງກັບກົດໝາຍແຫ່ງຊາດ ແລະ ກົດລະບຽບສາກົນຕ່າງໆ ເຫຼົ່ານີ້ເປັນຕົ້ນ’, ກ່າວເພີ່ມຕື່ມໂດຍ ທ່ານ ຮາຍໂກະ.

 

ນິຍາມໄມ້ທີ່ຖືກກົດໝາຍເປັນອົງປະກອບໜຶ່ງທີ່ສໍາຄັນໃນລະບົບການຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້ (TLAS) ເຊິ່ງເປັນສ່ວນໜຶ່ງຂອງ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ເປັນຂໍ້ຕົກລົງການຄ້າ ລະຫວ່າງ ສະຫະພາບເອີຣົບ ແລະ ບັນດາປະເທດຜະລິດໄມ້ຕ່າງໆ, ເຊິ່ງມີຈຸດປະສົງໃນການສົ່ງເສີມການຕັດໄມ້ທີ່ຖືກກົດໝາຍ ແລະ ການຄ້າໄມ້ດັ່ງກ່າວ. ຂໍ້ຕົກລົງດັ່ງກ່າວນີ້ຮັບປະກັນວ່າ ມີພຽງແຕ່ຜະລິດຕະພັນໄມ້ທີ່ຖືກກົດໝາຍເທົ່ານັ້ນທີ່ຖືກນໍາເຂົ້າຕະຫຼາດ ເອີຣົບ, ສົ່ງເສີມການຄຸ້ມຄອງ ແລະ ການບັງຄັບໃຊ້ກົດໝາຍປ່າໄມ້ທີ່ດີ ໃນບັນດາປະເທດຜະລິດໄມ້ດັ່ງກ່າວ, ພ້ອມທັງຍັງຄໍານຶງເຖິງບັນຫາສະພາບແວດລ້ອມ ແລະ ສັງຄົມອີກດ້ວຍ.

 

ສ.ປ.ປ. ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເປັນຄູ່ຮ່ວມການຄ້າແບບສະໝັກໃຈ (VPA), ເຊິ່ງເປັນຂໍ້ຕົກລົງການຄ້າກັບສະຫະພາບເອີຣົບ, ທີ່ໄດ້ຮັບການຊ່ວຍເຫລືອຈາກໂຄງການ GIZ ສະໜັບສະໜູນແຜນງານການການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (ProFLEGT).

Selected_2_L

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້