ສົ່ງເສີມການຄ້າໄມ້ທີ່ຖືກກົດໝາຍໃນປະຊາຄົມເສດຖະກິດອາຊຽນ (AEC): ປະເທດລາວເປັນເຈົ້າພາບກອງປະຊຸມເຝິກອົບຮົມອາຊ່ຽນກ່ຽວກັບການຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້

ຕ.ລ. 22, 2014 | ຂ່າວສານ

ກອງເລຂາອາຊຽນ (ASEAN Secretariat), ລັດຖະບານ ແຫ່ງ ສ.ປ.ປ. ລາວ ແລະ ແຜນງານການບັງຄັບໃຊ້ກົດຫມາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ສະຫະພາບເອີຣົບ (EU FLEGT Facility) ໄດ້ຮ່ວມກັນຈັດຕັ້ງກອງປະຊຸມເຝິກອົບຮົມ ສາມວັນ ກ່ຽວກັບ ການຮັບປະກັນຄວາມຖືກຕ້ອງທາງກົດຫມາຍຂອງໄມ້ (TLAS), ເຊິ່ງໄດ້ຮັບການສະຫນັບສະຫນູນໂດຍ ສະຖາບັນປ່າໄມ້ເອີຣົບ (European Forest Institute). ກອງປະຊຸມຄັ້ງນີ້ມີບັນດາແຂກ ປະມານ 70 ທ່ານ ເຂົ້າຮ່ວມ, ເຊິ່ງລວມມີ ຄະນະຜູ້ແທນຂັ້ນສູງ, ຈາກ ແປດ ປະເທດ ອາຊຽນ, ສະຫະພາບເອີຣົບ (EU) ແລະ ປະເທດ ອິນເດຍ. ເປົ້າຫມາຍຂອງກອງປະຊຸມແມ່ນເພື່ອສ້າງຄວາມອາດສາມາດ, ແລກປ່ຽນປະສົບການ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ອົງກອນ ແລະ ກຸ່ມຜູ້ທີ່ໄດ້ຮັບຜົນປະໂຫຍດ ໃນ ອາຊີຕາເວັນອອກສຽງໃຕ້ ທີ່ປະຕິບັດງານຮ່ວມກັນກ່ຽວກັບຄວາມຖືກຕ້ອງທາງກົດຫມາຍຂອງໄມ້.

 

ຕະຫລາດໄມ້ທົ່ວໂລກໄດ້ສະກັດກັ້ນຕໍ່ກັບບັນຫາການນໍາໃຊ້ໄມ້ເຖື່ອນ ແລະ ການຄ້າໄມ້ທີ່ບໍ່ຖືກຕ້ອງຢ່າງເພີ່ມຂຶ້ນ, ເນື່ອງຈາກຄວາມຕ້ອງການຂອງລູກຄ້າຕໍ່ກັບໄມ້ທີ່ຖືກກົດຫມາຍໄດ້ເພີ່ມຂຶ້ນ. ຕະຫລາດຜູ້ບໍລິໂພກ ເຊັ່ນ ສະຫະພາບເອີຣົບ, ສະຫະລັດອາເມລິກາ ແລະ ອົດສະຕາລີ ໄດ້ອອກກົດລະບຽບການຕ່າງໆເພື່ອເຮັດໃຫ້ການນໍາເຂົ້າໄມ້ເຖື່ອນໃນຕະຫລາດດັ່ງກ່າວເປັນການຄ້າຜິດກົດຫມາຍ. ອັດຕາສ່ວນຂອງໄມ້ ແລະ ຜະລິດຕະພັນໄມ້ຈໍານວນຫລາຍຈາກບັນດາປະເທດ ອາຊຽນ ແມ່ນໄດ້ຖືກສົ່ງອອກໄປຍັງຕະຫລາດຜູ້ບໍລິໂພກດັ່ງກ່າວ.

 

“ບັນດາປະເທດຜະລິດ ແລະ ປຸງແຕ່ງໄມ້ ໃນ ອາຊຽນ ໄດ້ເຊີ່ືອມຕໍ່ເຂົ້າຫາກັນ ໂດຍຜ່ານ ຕ່ອງໂສ້ການສະຫນອງໄມ້ຂອງພວກເຂົາ,” ກ່າວໂດຍ ທ່ານ ດຽນ ສຸມາຈາຍາ, ຊ່ຽວຊານອາວຸໂສ ດ້ານປາໄມ້ ຈາກ ພະແນກອຸດສາຫະກໍາການກະເສດ ແລະ ຊັບພະຍາກອນທໍາມະຊາດ, ກອງເລຂາອາຊຽນ.

 

“ຜະລິດຕະພັນໄມ້ທີ່ສົ່ງອອກຕະຫລາດທີ່ຖືກຕ້ອງຕາມກົດຫມາຍສ່ວນໃຫຍ່ແມ່ນນໍາໃຊ້ໄມ້ທີ່ປູກໃນບັນດາປະເທດສະມາຊິກອາຊຽນໃດຫນຶ່ງ ແລະ ໄດ້ຖືກປູງແຕ່ງຢູ່ອີກປະເທດຫນຶ່ງ. ສິ່ງນີ້ເຮັດໃຫ້ການປະສານງານລະຫວ່າງບັນດາປະເທດອາຊຽນ ກ່ຽວກັບບັນຫາດັ່ງກ່າວ ຍິ່ງມີຄວາມສໍາຄັນເພີ່ມຂຶ້ນ. ໃນຂະນະດຽວ, ແຜນງານການຮັບປະກັນຄວາມຖືກຕ້ອງທາງກົດຫມາຍຂອງໄມ້ເຫລົ່ານີ້ ຍັງຈະຊ່ວຍຮອງຮັບຄວາມຕ້ອງການຜະລິດຕະພັນໄມ້ທີ່ເພີ່ມຂຶ້ນພາຍໃນພາກພື້ນ ອາຊຽນ. ແນວຄວາມຄິດດັ່ງກ່າວນີ້ແມ່ນສອດຄ່ອງກັບຄວາມພະຍາຍາມໃນການສ້າງຄວາມໄດ້ປຽບຂອງຜະລິດຕະພັນໄມ້ໃຫ້ແກ່ບັນດາປະເທດອາຊຽນ ແລະ ເພື່ອຍາດໄດ້ການເຂົ້າເຖິງຕະຫລາດສາກົນ ເພື່ອຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ຍົກມູນຄ່າເພີ່ມໃຫ້ແກ່ຊັບພະຍາກອນໃນຂົງເຂດດັ່ງກ່າວ.”

 

ຫ້າປະເທດຂອງອາຊຽນໄດ້ມີສ່ວນຮ່ວມໃນຂະບວນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (Voluntary Partnership Agreements) ກັບ ສະຫະພາບເອີຣົບ, ມີຫນຶ່ງປະເທດທີ່ກໍາລັງຈັດຕັ້ງປະຕິບັດ ແລະ ສີ່ປະເທດທີ່ກໍາລັງກະກຽມ ຫລື ເລີ່ມການເຈລະຈາ. ປະເທດດັ່ງກ່າວລວມມີ ອິນໂດເນເຊຍ, ສ.ປ.ປ. ລາວ, ມາເລເຊຍ, ໄທ ແລະ ຫວຽດນາມ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈນີ້ ແມ່ນ ຂໍ້ຕົກລົງການຄ້າ ລະຫວ່າງ ສະຫະພາບເອີຣົບ ແລະ ບັນດາປະເທດທີ່ກໍາລັງພັດທະນາດ້ານການຜະລິດ ແລະ ປຸງແຕ່ງຜະລິດະພັນ ເຊິ່ງມີເປົ້າຫມາຍທີ່ຈະຢຸດຢັ້ງການຕັດໄມ້ຜິດກົດຫມາຍ ແລະ ການຄ້າໄມ້ບໍ່ຖືກຕ້ອງ. ການຮ່ວມມືນີ້ແມ່ນເພື່ອໃຫ້ແນ່ໃຈວ່າມີພຽງແຕ່ຜະລິດຕະພັນໄມ້ທີ່ຖືກກົດຫມາຍເທົ່ານັ້ນທີ່ສາມາດນໍາເຂົ້າຕະຫລາດ ສະຫະພາບເອີຣົບ, ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ ແລະ ການບັງຄັບໃຊ້ກົດຫມາຍໃນປະເທດທີ່ກໍາລັງພັດທະນາດ້ານປ່າໄມ້ ແລະ ຍັງຄໍານຶງເຖິງສະພາບແວດລ້ອມ ແລະ ສັງຄົມຢ່າງກ້ວາງຂວາງ.

 

“ສ.ປ.ປ. ລາວ ກໍາລັງຈັດຕັ້ງປະຕິບັດວຽກງານເພື່ອເສີມສ້າງການຄຸ້ມຄອງປ່າໄມ້ພາຍໃນປະເທດ,” ກ່າວໂດຍ ທ່ານ ທອງພັດ ວົງມະນີ, ຫົວຫນ້າກົມ, ກົມປ່າໄມ້, ກະຊວງ ກະສິກໍາ ແລະ ປ່າໄມ້. “FLEGT VPA ແມ່ນຫນຶ່ງໃນກົນໄກທີ່ສາມາດປະກອບສ່ວນເຂົ້າໃນວຽກງານດັ່ງກ່າວໄດ້. ການຄຸ້ມຄອງທີ່ດີຂອງຂະແຫນງການປ່າໄມ້ຈະຊ່ວຍໃຫ້ພວກເຮົາສ້າງໂອກາດເພີ່ມຂຶ້ນໃຫ້ແກ່ການປຸງແຕ່ງໄມ້ໃນປະເທດ, ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນຂອງພວກເຮົາ, ສ້າງວຽກງານໃນຂະແຫນງການປ່າໄມ້ ແລະ ເປີດກວ້າງຕະຫລາດສົ່ງອອກເພີ່ມຂຶ້ນ. ຖ້າ FLEGT VPA ດໍາເນີນການຢ່າງເຕັມຕົວ, ຜະລິດຕະພັນໄມ້ຈາກ ສ.ປ.ປ. ລາວ ຈະຕ້ອງປະຕິບັດຕາມລະບຽບການຄຸ້ມຄອງໄມ້ຂອງ EU ຢ່າງຮອບດ້ານ ເຊິ່ງຫ້າມການຈໍາຫນ່າຍໄມ້ທີ່ບໍ່ຖືກຕ້ອງໃນຕະຫລາດ EU. ຂໍ້ຕົກລົງດັ່ງກ່າວນີ້ຍັງຊ່ວຍໃຫ້ພວກເຮົາເຂົ້າເຖິງຕະຫລາດອື່ນໄດ້ງ່າຍຂຶ້ນ ເຊັ່ນ ສະຫະລັດອາເມລິກາ ແລະ ອົດສະຕາລີ.”

 

“ຂະບວນການ FLEGT VPA ຍັງຊ່ວຍປະກອບສ່ວນໃຫ້ການຄຸ້ມຄອງປ່າໄມ້ດີຂຶ້ນ.” ກ່າວໂດຍທ່ານ ສະເຕຟານ ຊະເລີນນິ໋ງ, ຫົວຫນ້າຝ່າຍຮ່ວມມື, ສໍານັກງານຜູ້ຕາງຫນ້າ ສະຫະພາບເອີຣົບ ປະຈໍາ ສ.ປ.ປ. ລາວ. “ຂະບວນການດັ່ງກ່າວນີ້ແມ່ນການສະຫນັບສະຫນູນການພັດທະນາລະບົບການອອກໃບອະນຸຍາດໃຫ້ແກ່ຜະລິດຕະພັນໄມ້, ຈັດຕັ້ງ ແລະ ສະຫນັບສະຫນູນ ການປຶກສາຫາລືກັບຫລາຍພາກສ່ວນ ແລະ ຊ່ວຍໃຫ້ປະເທດກ້າວໄປຫາການບໍລິຫານຈັດການປ່າໄມ້ແບບຍືນຍົງ. ສິ່ງເຫລົ່ານີ້ໄດ້ປະກອບສ່ວນເພື່ອຮັບປະກັນການຊົມໃຊ້ຊັບພະຍາກອນປ່າໄມ້ແບບຍືນຍົງໃນໄລຍະຍາວໃນປະເທດລາວ.”

 

ໃນເດືອນ ພະຈິກ 2009, ແນວຄວາມຄິດກ່ຽວກັບການຮັບປະກັນຄວາມຖືກຕ້ອງທາງກົດຫມາຍຂອງໄມ້ ໄດ້ຮັບຄວາມສົນໃຈໃນອາຊີ ໃນຊ່ວງທີ່ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບຮອງແຜນງານຄວາມຖືກຕ້ອງທາງກົດຫມາຍຂອງໄມ້ ທີ່ເອີ້ນວ່າ “ເງື່ອນໄຂ ແລະ ຕົວຊີ້ວັດຄວາມຖືກຕ້ອງທາງກົດຫມາຍຂອງໄມ້ (ASEAN Criteria and Indicators for Legality of Timber)”.

 

“ການຈັດຕັ້ງປະຕິບັດການຮັບປະກັນຄວາມຖືກຕ້ອງທາງກົດຫມາຍຂອງໄມ້ ແມ່ນມີຄວາມສໍາຄັນເພື່ອຮັບປະກັນການບໍລິຫານຈັດການປ່າໄມ້ທີ່ດີ ແລະ ການຄ້າໄມ້ທີ່ມີຄວາມຮັບຜິດຊອບ,” ກ່າວໂດຍ ທ່ານ ດຣ. ອາເລັກຊັນເດີ ຮິນຣິກສ, ຜູ້ນໍາພາກອງປະຊຸມ ແລະ ຫົວຫນ້າທີມງານຮ່ວມປະຈໍາພາກພື້ນອາຊີຂອງແຜນງານ EU FLEGT Facility. “ສະຫະພາບເອີຣົບໄດ້ປະຕິບັດວຽກງານຮ່ວມກັບບັນດາປະເທດສະມາຊິກອາຊຽນ ໃນຫົວຂໍ້ດັ່ງກ່າວ ໃນຊ່ວງຊຸມປີທີ່ຜ່ານມາ. ການແບ່ງປັນປະສົບການລະຫວ່າງບັນດາປະເທດສະມາຊິກອາຊຽນຈະຊ່ວຍພັດທະນາ ແລະ ປະສານສົມທົບເພີ່ມເຕີມ ໃນຂະແຫນງການປ່າໄມ້ ຂອງ ອາຊຽນ ໂດຍການປັບປຸງການປະຕິບັດວຽກງານ, ຮັບປະກັນການເຂົ້າເຖິງຕະຫລາດສາກົນ ແລະ ການສົ່ງເສີມການຄຸ້ມຄອງ ພາຍໃນ ປະເທດສະມາຊິກ ແລະ ໃນຊາຄົມອາຊຽນ.”

 

ກອງປະຊຸມການເຝິກອົບຮົມນີ້ໄດ້ຈັດຂຶ້ນເປັນຄັ້ງທີສີ່, ເຊິ່ງຄັ້ງກ່ອນໄດ້ຈັດຂຶ້ນທີ່ ຮາໂນ້ຍ ທີ່ ປະເທດຫວຽດນາມ ໃນ ປີ 2010, ໂຄຕາ ກິນນາບາລູ ທີ່ ປະເທດ ມາເລເຊຍ ໃນ ປີ 2011 ແລະ ກົວລາລໍາເປີ ທີ່ ປະເທດ ມາເລເຊຍ ໃນປີ 2013. ກອງປະຊຸມເຫລົ່ານັ້ນເປັນການຊອກຫາແນວທາງສໍາລັບການເພີ່ມຄວາມຖືກຕ້ອງທາງກົດຫມາຍຂອງໄມ້ ໃນພາກພື້ນເຂດປະເທດລຸ່ມແມ່ນໍ້າຂອງ. ນອກນີ້ ມັນຍັງເປັນເວທີໃນການແລກປ່ຽນບົດຮຽນໃນຂະນະທີ່ພວມພັດທະນາລະບົບການຮັບປະກັນຄວາມຖືກຕ້ອງທາງກົດຫມາຍຂອງໄມ້ ໂດຍຜ່ານ ແຜນງານ FLEGT VPA. ໃນຖານະເປັນເຈົ້າພາບກອງປະຊຸມຄັ້ງທີ ສີ່ນີ້, ການມີສ່ວນຮ່ວມຂອງປະເທດລາວແມ່ນເຫມາະສົມ ແລະ ຖ່ວງທັນເວລາ ເນື່ອງຈາກວ່າປະເທດລາວແມ່ນມີຄວາມຄືບຫນ້າໃນການເຈລະຈາກອບແຜນງານ FLEGT VPA ຂອງຕົວເອງ.

Group Photo

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້