ກອງປະຊຸມຮ່ວມມືອາຊ່ຽນ ໃນຂະແໜງການປ່າໄມ້ ໂດຍຜ່ານ ກອງປະຊຸມສຳມະນາເຄືອຂ່າຍການແລກປ່ຽນຄວາມຮູ້ດ້ານວຽກງານການບັງຄັບໃຊ້ກົດໝາຍປ່າໄມ້ ແລະ ການຄຸ້ມຄອງ ໃນພາກພື້ນອາຊີ ຄັ້ງທີ 5

ຕ.ລ. 21, 2014 | ຂ່າວສານ

ການຕັດໄມ້ທຳລາຍປ່າ ແລະ ການຄ້າໄມ້ຜິດກົດໝາຍພາຍໃນປະເທດ , ພາກພື້ນ ອາຊ່ຽນ ແລະ ໃນໂລກ ໄດ້ຖືກສະກັດກັ້ນຢ່າງຕໍ່ເນື່ອງໃນຫຼາຍຮູບແບບ ແລະ ຫຼາຍລະດັບ. ປະຈຸບັນສິ່ງດັ່ງກ່າວໄດ້ຖືກດຳເນີນການໃນເວທີພາກພື້ນ ແລະ ສາກົນໂດຍຜ່ານເຄືອຂ່າຍການແລກປ່ຽນຄວາມຮູ້ດາ້ນວຽກງານການບັງຄັບໃຊ້ກົດໝາຍປ່າໄມ້ ແລະ ການຄຸ້ມຄອງປ່າໄມ້ໃນພາກພື້ນອາຊີ ຄັ້ງທີ 5 (ARKN-FLEGT) ຈັດຮ່ວມໂດຍກອງເລຂາ ອາຊ່ຽນ, ລັດຖະບານ ສປປ ລາວ, ສະຖາບັນປ່າໄມ້ເອີຣົບ ແລະ ໂຄງການ ອາຊ່ຽນ-ເຢຍລະມັນ ວ່າດ້ວຍການແກ້ໄຂການປ່ຽນແປງຂອງສະພາບດິນຟ້າອາກາດ (GAP-CC) .

 

ກອງປະຊຸມໄດ້ນຳເອົາຜູ້ເຂົ້າຮ່ວມທີ່ສຳຄັນຈາກບັນດາສະມາຊິກປະເທດ ອາຊ່ຽນ ປະມານ 30 ທ່ານ, ສະຫະພາບເອີຣົບ (EU) ແລະ GAP-CC ເພື່ອແລກປ່ຽນບົດຮຽນການຈັດຕັ້ງປະຕິບັດທີ່ດີ ແລະ ເພີ່ມທະວີການຮ່ວມມືໃນຂອບເຂດສາກົນ, ປະສົມປະສານຄວາມຕ້ອງການຂອງຕະຫຼາດ, ແລກປ່ຽນບົດຮຽນ ແລະ ຊຸກຍູ້ການປະສານສົມທົບໃນການຄຸ້ມຄອງປ່າໄມ້ໃນພາກພື້ນ ອາຊ່ຽນ ແລະ ໃນໂລກ.

 

ການທຳລາຍປ່າໄມ້, ໂດຍສະເພາະຈາກການຕັດໄມ້ຜິດກົດໝາຍ ແລະ ການຄ້າທີ່ກ່ຽວຂ້ອງບໍ່ພຽງແຕ່ກໍ່ໃຫ້ເກີດຄວາມເສຍຫາຍດ້ານເສດຖະກິດອັນໃຫ່ຍຫຼວງໃຫ້ແກ່ປະເທດ, ມັນຍັງສົ່ງຜົນກະທົບອັນຮ້າຍແຮງຕໍ່ສະພາບແວດລ້ອມ ແລະ ສັງຄົມ, ຕໍ່ຊີວະນາໆພັນທີ່ຫາຍາກ ແລະ ລະບົບນິເວດວິທະຍາທີ່ປ່າໄມ້ສະໜອງໃຫ້. ນອກຈາກນັ້ນ, ຍັງສົ່ງຜົນກະທົບທາງລົບຕໍ່ການດຳລົງຊີວິດຂອງປະຊາຊົນຜູ້ທຸກຍາກທີ່ອາໃສລ້ຽງຊີບໂດຍປ່າໄມ້. ພ້ອມດຽວກັນນັ້ນ, ອາດເວົ້າໄດ້ວ່າການຄຸ້ມຄອງປ່າໄມ້ທີ່ບໍ່ມີປະສິດທິພາບຍັງ ມີຄວາມສ່ຽງຕໍ່ຄວາມເຊື່ອຖື ແລະ ຄວາມສາມາດແຂ່ງຂັນໃນຕະຫຼາດສົ່ງອອກຂອງບັນດາປະເທດຜູ້ຜະລິດໄມ້.

 

ອາຊ່ຽນຍັງມີຄວາມພະຍາຍາມບັນລຸການຄຸ້ມຄອງປ່າໄມ້ແບບຍືນຍົງໃນພາກພື້ນ, ຊື່ງລວມມີການຈັດຕັ້ງປະຕິບັດຂອງແຜນຍຸດທະສາດ ອາຊ່ຽນ ວ່າດ້ວຍການຄຸ້ມຄອງປ່າໄມ້ແບບຍືນຍົງໂດຍຮ່ວມມືກັບຂະບວນການອື່ນໆ ຂອງພາກພື້ນທີ່ກຳລັງດຳເນີນງານໃນຂົງເຂດການບັງຄັບໃຊ້ກົດໝາຍປ່າໄມ້ ແລະ ການຄຸ້ມຄອງປ່າໄມ້ເຊັ່ນ: ແຜນງານບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ຂອງ ສະຫະພາບເອີຣົບ, ແຜນງານຄູ່ຮ່ວມພາຄີຄຸ້ມຄອງປ່າໄມ້ ອາຊີ (AFP) ແລະ ແນວຄິດລິເລີ້ມການບັງຄັບໃຊ້ກົດໝາຍປ່າໄມ້ ແລະ ການຄຸ້ມຄອງປ່າໄມ້ ໃນພາກພື້ນ ອາຊີ ຕາເວັນອອກ

 

ແຜນງານ ARKN-FLEGT ແມ່ນຮູບແບບເພື່ອສະກັດກັ້ນການຕັດໄມ້ຜິດກົດໝາຍ ແລະ ລວມທັງຫຼາຍບັນຫາທີ່ກວ້າງຂວາງນອກເໜືອຈາກການຄຸ້ມຄອງປ່າໄມ້, ການປ່ຽນແປງຂອງສະພາບດິນຟ້າອາກາດ, ການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ການພັດທະນາຊື່ງນອນຢູ່ໃນບັນຫາໃຈກາງຂອງການປຶກສາຫາລືໃນປະຈຸບັນ ວ່າດ້ວຍການແກ້ໄຂສາເຫດຂອງການຕັດໄມ້ທຳລາຍປ່າ ແລະ ຄວາມເຊື່ອມໂຊມຂອງປ່າໄມ້.

 

ທ່ານ ທອງພັນ ລັດຕະນະລັງສີ ຮອງຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເວົ້າວ່າ “ສຳລັບ ສປປ ລາວ,ຂະບວນການ ARKN-FLEGT ຖືວ່າເປັນເຄື່ອງມືຊ່ວຍໃນການຊຸກຍູ້ການຄຸ້ມຄອງປ່າໄມ້ໃນປະເທດ. ການຄຸ້ມຄອງທີ່ດີຂອງຂະແໜງການປ່າໄມ້ຈະຊ່ວຍໃຫ້ພວກເຮົາມີໂອກາດເສີມຂະຫຍາຍຂະແໜງການປຸງແຕ່ງໄມ້ພາຍໃນປະເທດ, ເພີ້ມມູນຄ່າໄມ້ຜະລິດຕະພັນ, ປົກປັກຮັກສາສິ່ງແວດລ້ອມຫຼຸດຜ່ອນຜົນເສຍຫາຍທາງດ້ານສັງຄົມ ແລະ ຢຸດຕິດການຕັດໄມ້ຜິດກົດໝາຍ. ທ່ານ ທອງພັນ ລັດຕະນະລັງສີ ຍັງໄດ້,ມີຄຳເຫັນຕື່ມວ່າການບັງຄັບໃຊ້ກົດໝາຍໃນການຄຸ້ມຄອງປ່າໄມ້ຈະປະກອບສ່ວນໃນການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ຮັບປະກັນຄວາມອຸດົມສົມບູນຂອງຊັບພະຍາກອນປ່າໄມ້ໃຫ້ແກ່ຄົນລຸ້ນຫຼັງໃນຊາດ ”.

 

ການຮ່ວມມືຂອງ ອາຊ່ຽນ ວ່າດ້ວຍການເພີມທະວີການບັງຄັັບໃຊ້ກົດໝາຍປ່າໄມ້ ແລະ ການຄຸ້ມຄອງປ່າໄມ້ໄດ້ຮັບການອະນຸມັດເຫັນດີຈາກການປະຊຸມສຸດຍອດ ອາຊ່ຽນ ຄັ້ງທີ 13 ວ່າດ້ວຍທະແຫຼງການຄວາມຍືນຍົງດ້ານສະພາບແວດລ້ອມຂອງ ອາຊ່ຽນ “ເພື່ອເພີ່ມທະວີການບັງຄັບໃຊ້ກົດໝາຍປ່າໄມ້, ສະກັດກັ້ນການຕັດໄມ້ຜິດກົດໝາຍ ແລະ ການຄ້າຂາຍໄມ້ຜິດກົດໝາຍທີ່ກ່ຽວຂ້ອງ. ນອກຈາກນັ້ນ, ຍັງຖືວ່າເປັນມາດຕະການທີ່ສຳຄັນໃນການແກ້ໄຂມົນລະຜິດດ້ານສະພາບແວດລ້ອມຂ້າມພົມແດນລວມທັງທາດມົນລະພິດ”.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້