ການຝຶກອົບຮົມໃນຫົວຂໍ້ “ການຄຸ້ມຄອງໂຄງການ” ໃຫ້ແກ່ຄູ່ຮ່ວມງານພາກລັດ

ສ.ຫ. 12, 2024 | ກອງປະຊຸມ, ຂ່າວສານ

#ເລື່ອງເລົ່າປະຈຳອາທິດ  #𝗦𝘁𝗼𝗿𝘆𝗼𝗳𝘁𝗵𝗲𝗪𝗲𝗲𝗸 

ານຈັດຕັ້ງປະຕິບັດໂຄງການໃດໜຶ່ງ ຈຳເປັນຕ້ອງມີການວາງແຜນວຽກ ທີ່ເປັນລະບົບ ເພື່ອຊ່ວຍບັນລຸເປົ້າໝາຍຂອງໂຄງການ ໃຫ້ສຳເລັດໄປດ້ວຍດີ. ໂຄງການ ປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດ ປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ #ProFEB ໄດ້ສະໜັບສະໜູນການຝຶກອົບຮົມ ຫົວຂໍ້ “#ການຄຸ້ມຄອງໂຄງການໃຫ້ແກ່ຄູ່ຮ່ວມງານພາກລັດ ເຊັ່ນ ທາງກົມກວດກາປ່າໄມ້, ກອງກວດກາປ່າໄມ້, ຫ້ອງການກະສິກໍາ ແລະ ປ່າໄມ້ແຂວງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ເພື່ອສ້າງຂີດຄວາມສາມາດໃຫ້ຜູ້ເຂົ້າຮ່ວມ ໃນການວິເຄາະບັນຫາ, ການອອກແບບ ແລະ ຄຸ້ມຄອງໂຄງການ, ການວາງແຜນ, ການຈັດຕັ້ງປະຕິບັດ ໄປຈົນຮອດການນຳໃຊ້ ເຄື່ອງມືການຕິດຕາມ ແລະ ປະເມີນໂຄງການ ເຊິ່ງຈະເປັນປະໂຫຍດ ໃຫ້ແກ່ການປະຕິບັດໜ້າທີ່ຂອງພວກເຂົາໃນຕໍ່ໜ້າ. ນອກຈາກນັ້ນ, ຜູ້ເຂົາຮ່ວມຍັງໄດ້ ຮຽນຮູ້ກ່ຽວກັບກໍລະນີສຶກສາ ການອອກແບບໂຄງການ ຂອງອົງການຈັດຕັ້ງໃນລະດັບສາກົນ ເຊັ່ນ: ADB, World Bank, EU ແລະ ອື່ນໆ. 

ໂຄງການນີ້ ເປັນໂຄງການຮ່ວມສະໜັບສະໜູນໂດຍ ລັດຖະບານເຢຍລະມັນ ແລະ ສະຫະພາບເອີຣົບ. ໂຄງການ ປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດ ປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (ProFEB) ແມ່ນອົງປະກອບທີ 2 ຂອງ ແຜນງານການຮ່ວມມືລະຫວ່າງ ທີມເອີຣົບ ແລະ ສ ປປລາວ ເພື່ອຍົກລະດັບການຄ້າ, ການລົງທຶນ ແລະ ການເຊື່ອມໂຍງ ແບບຍືນຍົງ ແລະ ທົ່ວເຖິງ ໃນຂະແໜງກະສິກຳ ແລະ ປ່າໄມ້ (TICAF).