ລັດຖະບານ ແຫ່ງ ສປປ ລາວ ການກະກຽມຄັ້ງສຸດທ້າຍສຳລັບການເຈລະຈາແຜນງານ FLEGT: ແຜນງານລິເລີ່ມໃນການປັບປຸງການຄຸ້ມຄອງ ແລະ ຈັດການປ່າໄມ້ແບບຍືນຍົງ

ທ.ວ. 15, 2015 | ຂ່າວສານ, ບົດຂ່າວ

ລັດຖະບານ ແຫ່ງ ສປປ ລາວ ໄດ້ລິເລີ່ມການກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບ ສະຫະພາບເອີຣົບ ໃນປີ 2016 ໃນກອບແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ຂອງ ສະຫະພາບເອີຣົບ, ໂດຍຜ່ານການຈັດຕັ້ງກອງປະຊຸມດ້ານວິຊາການເປັນເວລາ 3 ວັນ. ແຜນງານດັ່ງກ່າວນີ້ແມ່ນສ່ວນໜຶ່ງຂອງການລິເລີ່ມຂອງລັດຖະບານລາວເພື່ອຮັບປະກັນການປັບປຸງການຄຸ້ມຄອງ ແລະ ການຈັດການປ່າໄມ້ແບບຍືນຍົງ ໃນ ສປປ ລາວ. “ກອງປະຊຸມດ້ານວິຊາການກ່ຽວກັບແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໃນ ສປປ ລາວ” ຄັ້ງນີ້ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15 ຫາ 17 ທັນວາ 2015, ເຊິ່ງຈັດໂດຍ ກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ຄະນະກຳມະທິການ ສະຫາພາບເອີຣົບ ປະຈຳລາວ, ຫ້ອງການ EU FLEGT Facility – European Forest Institute (EFI), ໂຄງການ GIZ ສະໜັບສະໜູນແຜນງານ ລາວ EU-FLEGT (ProFLEGT) ແລະ ອົງການ WWF.

 

“ຈຸດປະສົງຂອງການຈັດກອງປະຊຸມດ້ານວິຊາການໃນຄັ້ງນີ້ແມ່ນເພື່ອໃຫ້ຂໍ້ມູນແກ່ ຫ້ອງການ EFI ໃຫ້ຮັບຮູ້ເຖິງເປົ້າໝາຍຂອງລັດຖະບານໃນແຜນງານ FLEGT VPA ລວມທັງຜົນປະໂຫຍດ ແລະ ຂໍ້ຫຍຸ້ງຍາກທີ່ຄາດວ່າຈະໄດ້ຮັບ, ແລະ ການເຊື່ອມໂຍງຂອງແຜນງານດັ່ງກ່າວ ກັບ ແນວຄວາມຄິດລິເລີ່ມອື່ນໆ ໃນລະດັບຊາດ ທີ່ກ່ຽວຂ້ອງກັບຂະ          ແໜງຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້, ກ່ອນການເຂົ້າຮ່ວມການເຈລະຈາ VPA ຄັ້ງທໍາອິດ ກັບ EU”, ກ່າວໂດຍທ່ານ ຈັນສອນ ແສນບຸດຕະລາດ, ລັດຖະມົນຕີຊ່ວຍ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. “ພ້ອມນັ້ນ ພວກເຮົາຍັງມີຄວາມກຕືລືລົ້ນໃນການໃຫ້ແນວທາງ ແລະ ຂໍ້ມູນ ໃນການສື່ສານ ແລະ ຮ່ວມງານກັບ ບັນດາພາກສ່ວນກ່ຽວຂ້ອງອື່ນໆ ໃນແຜນງານ FLEGT, ເນື່ອງຈາກວ່າ ການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງແມ່ນຫົວໃຈຫຼັກ ແລະ ເງື່ອນໄຂຕົ້ນຕໍຂອງ EU ໃນແຜນງານ FLEGT VPA,” ກ່າວເພີ່ມເຕີມໂດຍ ທ່ານ ຈັນສອນ ແສນບຸດຕະລາດ.

 

“ສປປ ລາວ ພວມອອກແຮງຈັດຕັ້ງປະຕິບັດວຽກງານເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງປ່າໄມ້ໃນປະເທດ,” ກ່າວໂດຍ ທ່ານ ຄຳພຸດ ພັນດານຸວົງ, ຫົວໜ້າກົມກວດກາປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້. “ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (FLEGT VPA) ແມ່ນຂີດໝາຍອັນສໍາຄັນທີ່ປະກອບສ່ວນເຂົ້າໃນວຽກງານການຄຸ້ມຄອງປ່າໄມ້. ການຄຸ້ມຄອງປ່າໄມ້ທີ່ດີນັ້ນ ຈະຊ່ວຍໃຫ້ພວກເຮົາສາມາດປົກປັກຮັກສາປ່າໄມ້ ເພື່ອອານາຄົດຂອງຄົນລຸ້ນໃໝ່, ເສີມຂະຫຍາຍໂອກາດໃຫ້ແກ່ຂະແໜງປຸງແຕ່ງໄມ້ໃນປະເທດ, ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນໄມ້, ສ້າງໂອກາດໃນການຈ້າງງານໃນຂະແໜງປ່າໄມ້ ແລະ ເປີດກ້ວາງໂອກາດທາງການຕະຫຼາດທີ່ໃຫຍ່ຂຶ້ນກວ່າເກົ່າ. ພາຍຫຼັງທີ່ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ໄດ້ຖືກຈັດຕັ້ງປະຕິບັດແລ້ວ, ຜະລິດຕະພັນໄມ້ຂອງ ສປປ ລາວ ກໍຈະສາມາດຕອບສະໜອງຕາມກົດລະບຽບວ່າດ້ວຍໄມ້ຂອງສະຫະພາບເອີຣົບ ເຊິ່ງຈະເປັນການສົ່ງເສີມການສົ່ງອອກໄມ້ທີ່ຖືກກົດໝາຍໄປຍັງຕະຫຼາດຂອງສະຫະພາບເອີຣົບ ແລະ ປະເທດຄູ່ຮ່ວມການຄ້າຂອງສະຫະພາບເອີຣົບ. ພ້ອມກັນນັ້ນ ບັນດາບໍລິສັດປຸງແຕ່ງໄມ້ໃນ ສປປ ລາວ ກໍ່ຈະສາມາດເຂົ້າເຖິງຕະຫຼາດອື່ນໆໄດ້ງ່າຍຂຶ້ນ ເປັນຕົ້ນແມ່ນເຂົ້າເຖິງຕະຫຼາດຂອງບັນດາປະເທດ ອາຊຽນ, ສະຫະລັດອາເມລິກາ, ອົດສະຕາລີ, ນິວຊີແລນ ແລະ ຍີ່ປຸ່ນ,” ກ່າວເພີ່ມເຕີມໂດຍ ທ່ານ ຄຳພຸດ ພັນດານຸວົງ.

IMG_2473

“ສະຫະພາບເອີຣົບແມ່ນມີຄວາມຍິນດີຮັບເອົາການຕັດສິນໃຈຈາກລັດຖະບານ ແຫ່ງ ສປປ ລາວ ໃນການເຂົ້າຮ່ວມການເຈລະຈາຢ່າງເປັນທາງການກ່ຽວກັບ ແຜນງານ FLEGT VPA ແລະ ຍິນດີຮັບເອົາການປຶກສາຫາລືຈາກຫຼາຍພາກສ່ວນໃນການກະກຽມການເຈລະຈາດັ່ງກ່າວ ” ກ່າວໂດຍທ່ານ ມິເຊວ ໂກຟີນ (Michel Goffin), ຫົວໜ້າຄະນະກຳມະທິການ ສະຫະພາບເອີຣົບ ປະຈຳລາວ. “ສະຫະພາບເອີຣົບມີຄວາມເຊື່ອໝັ້ນວ່າ ການລົງທຶນທຸ້ມເທໃນຂະບວນການກະກຽມນັ້ນ ໄດ້ອອກດອກເກີດຜົນ ເຊິ່ງສ້າງຄວາມເຂົ້າອົກເຂົ້າໃຈທີ່ດີ ແລະ ມີການສະໜັບສະໜູນການເຈລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ຢ່າງກ້ວາງຂວາງຈາກບັນດາພາກສ່ວນທີ່ກ່ຽວຂ້ອງໃນ ສປປ ລາວ. ການຮັບປະກັນການມີສ່ວນຮ່ວມນີ້ ມີຄວາມສຳຄັນຢ່າງຍິ່ງຕໍ່ການເຈລະຈາໃນອານາຄົດ ,” ທ່ານ ມິເຊວ ໂກຟີນ ກ່າວຕື່ມ.

 

ຫຼາຍປີຜ່ານມາ, ສະຫະພາບເອີຣົບ ແລະ ສປປ ລາວ ໄດ້ມີການຮ່ວມມືຢ່າງສ້າງສັນ ແລະ ມີການປຶກສາຫາລືກ່ຽວກັບ ແຜນປະຕິບັດງານຂອງ FLEGT. ນອກນັ້ນ ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກ ກໍໄດ້ໃຫ້ການສະໜອງຂໍ້ມູນຕ່າງໆ ແລະ ການຊ່ວຍເຫຼືອດ້ານວິຊາການແກ່ລັດຖະບານລາວ ແລະ ບັນດາພາກສ່ວນກ່ຽວຂ້ອງ ເຊິ່ງເປັນຕົວແທນໃຫ້ແກ່ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອກະກຽມການເຈລະຈາ VPA.

 

ໃນກອງປະຊຸມພົບປະດ້ານວິຊາການ, ຕົວແທນຈາກ ສປປ ລາວ ຈະນຳສະເໜີເຖິງ ຄວາມຄືບໜ້າຂອງວຽກງານທີ່ກ່ຽວຂ້ອງກັບ FLEGT VPA ໃນ ສປປ ລາວ ເປັນຕົ້ນແມ່ນດ້ານວິຊາການ, ການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງໃນແຜນງານທັງໃນລະດັບສູນກາງ ແລະ ທ້ອງຖິ່ນ, ການພັດທະນານິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ, ລວມທັງຂັ້ນຕອນຕ່າງໆທີ່ຈະຕ້ອງປະຕິບັດໃນການລິເລີ່ມການເຈລະຈາ VPA.

 

ສະຫະພາບເອີຣົບ (EU) ໄດ້ລິເລີ່ມແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອສະກັດກັ້ນການຂຸດຄົ້ນໄມ້ທີ່ຜິດກົດໝາຍໃນທົ່ວໂລກ, ພ້ອມນັ້ນ EU ຍັງໄດ້ກະກຽມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບບັນດາປະເທດຜະລິດໄມ້. ຂໍ້ຕົກລົງ VPA ແມ່ນຂໍ້ຕົກລົງການຄ້າສາກົນເຊິ່ງມີຈຸດປະສົງເພື່ອຫຼຸດຜ່ອນການຕັດໄມ້ທີ່ຜິດກົດໝາຍ ແລະ ສົ່ງເສີມການຄ້າໄມ້ທີ່ຖືກກົດ    ໝາຍ.

 

ສ.ປ.ປ. ລາວ ແມ່ນໜຶ່ງໃນບັນດາປະເທດທີ່ເລີ່ມເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາດັ່ງກ່າວກັບສະຫະພາບເອີຣົບ, ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກໂຄງການ GIZ ການສະໜັບສະໜູນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສ.ປ.ປ. ລາວ ກັບ ສະຫະພາບເອີຣົບ (ProFLEGT).

 

ProFLEGT ແມ່ນໂຄງການລິເລີ່ມຮ່ວມກັນຂອງລັດຖະບານແຫ່ງ ສ.ປ.ປ. ລາວ ແລະ ການຮ່ວມມືການພັດທະນາຂອງເຢຍລະມັນ, ເຊິ່ງເປັນໂຄງການທີ່ເຮັດວຽກຮ່ວມກັບ ກະຊວງ ກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການແຜນງານ FLEGT Standing Office ພາຍໃຕ້ການຊີ້ນຳຂອງ ກົມກວດກາປ່າໄມ້, DOFI), ກະຊວງ ອຸດສາຫະກໍາ ແລະ ການຄ້າ, ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງ ອົງການຈັດຕັ້ງອື່ນໆຂອງລັດ, ອົງການຈັດຕັ້ງທາງສັງຄົມ, ສະຖາບັນການສຶກສາ ແລະ ອຸດສາຫະກໍາປຸງແຕ່ງໄມ້.

 

ໃນປະເທດລາວ, ອົງການ WWF ຈັດຕັ້ງປະຕິບັດແຜນງານ FLEGT ຮ່ວມກັບ ກົມກວດກາປ່າໄມ້ ໃນ ສອງ ແຂວງ ພາກໃຕ້ (ແຂວງ ຄໍາມ່ວນ ແລະ ແຂວງ ອັດຕະປື). ອົງການ WWF ໄດ້ຈັດຕັ້ງປະຕິບັດວຽກງານໂດຍການຊອກຫາແນວທາງແກ້ໄຂ, ການມີສ່ວນຮ່ວມຂອງຫຼາຍພາກສ່ວນ ນຳໃຊ້ຮູບແບບທີ່ເໝາະສົມຂອງທ້ອງຖິ່ນ ແລະ ສາກົນ ທີ່ມີການຮ່ວມມືກັນຂອງພາກສ່ວນທີ່ກ່ຽວຂ້ອງ ເພື່ອສົ່ງຜົນກະທົບຕໍ່ກັບປັດໄຈຕ່າງໆທີ່ພາໃຫ້ມີການຕັດໄມ້ທໍາລາຍປ່າ ແລະ ການເຊື່ອມໂຊມຂອງປ່າໄມ້.

 

ທ່ານສາມາດດາວໂລດບົດຂ່າວໄດ້ທີ່ນີ້