ກຸ່ມຊ່ຽວຊານສະເພາະດ້ານ (TEGs) ປະກອບດ້ວຍບຸກຄົນ ແລະ ບັນດາອົງການຈັດຕັ້ງ ທີ່ມີຄວາມຊ່ຽວຊານສະເພາະໃນດ້ານໃດດ້ານໜຶ່ງ ທີ່ຕິດພັນກັບຕ່ອງໂສ້ການສະໜອງໄມ້ ແລະ ໄດ້ປະກອບສ່ວນເຂົ້າໃນການພັດທະນາ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (TLD).
ກຸ່ມຊ່ຽວຊານສະເພາະດ້ານ 6 ກຸ່ມ ໄດ້ຮັບການສ້າງຕັ້ງຂຶ້ນຕິດພັນກັບຕ່ອງໂສ້ການສະໜອງໄມ້ ເພື່ອປຶກສາຫາລື ແລະ ວິເຄາະຫົວຂໍ້ທີ່ກ່ຽວຂ້ອງກັບນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍດັ່ງລຸ່ມນີ້:
- ສຸຂະພາບ ແລະ ຄວາມປອດໄພຂອງແຮງງານ ໃນໂຮງງານປຸງແຕ່ງໄມ້
- ສະໜາມໄມ້ ນັບແຕ່ຈຸດຂຸດຄົ້ນໄມ້ ຈົນຮອດໂຮງງານປຸງແຕ່ງໄມ້ (ສະໜາມໄມ້ 1-3)
- ສວນປູກຂະໜາດນ້ອຍ ແລະ ໃຫຍ່
- ລະບົບຄວບຄຸມຕ່ອງໂສ້ການສະໜອງ (COC) ແຫ່ງຊາດ ແລະ ການຜະລິດເພື່ອສ້າງມູນຄ່າເພີ່ມສໍາລັບອຸດສາຫະກໍາປຸງແຕ່ງໄມ້
- ຂັ້ນຕອນການສົ່ງອອກ ນັບແຕ່ໂຮງງານປຸງແຕ່ງໄມ້ (ສະໜາມໄມ້ 3) ຈົນຮອດຈຸດສົ່ງອອກ
- ການນໍາໃຊ້ໄມ້ຈາກປ່າຊົມໃຊ້ບ້ານ
ກຸ່ມຊ່ຽວຊານສະເພາະດ້ານແຕ່ລະກຸ່ມ ຈະວິເຄາະລະບຽບກົດໝາຍທີ່ມີຢູ່ ເພື່ອລະບຸເຖິງລະບຽບກົດໝາຍທີ່ກ່ຽວຂ້ອງທີ່ສຸດ ແລະ ກໍານົດນິຍາມຄວາມຖືກຕ້ອງຂອງໄມ້ສໍາລັບ ສປປ ລາວ. ພ້ອມກັນນັ້ນ ຍັງມີການວິເຄາະບັນດາຊ່ອງວ່າງທີ່ອາດເປັນໄປໄດ້ໃນກອບກົດໝາຍ. ໂດຍອີງໃສ່ຜົນໄດ້ຮັບຈາກການວິເຄາະ ຈະມີການໃຫ້ຄໍາສະເໜີແນະວ່າມີຄວາມຈໍາເປັນຕ້ອງປັບປຸງລະບຽບກົດໝາຍ ຫຼື ບໍ່. ພາຍຫຼັງບັນດາຮ່າງ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ຖືກສັງລວມເຂົ້າກັນແລ້ວ ຈະມີການເຮັດການທົດລອງຢູ່ພາກສະໜາມເພື່ອປະເມີນເບິ່ງຄວາມອາດສາມາດໃນການຈັດຕັ້ງປະຕິບັດການຢັ້ງຢືນ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ດັ່ງກ່າວ. ຜົນໄດ້ຮັບຈາກພາກສະໜາມ ຈະຖືກນໍາໃຊ້ເຂົ້າໃນຂະບວນການພັດທະນາ ແລະ ຢັ້ງຢືນຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ.
ກຸ່ມຊ່ຽວຊານສະເພາະດ້ານ 6 ກຸ່ມ ມີຄື:
[bs_collapse id=”collapse_6633-f3df”]
[bs_citem title=”ກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບສຸຂະພາບ ແລະ ຄວາມປອດໄພຂອງແຮງງານ ໃນໂຮງງານປຸງແຕ່ງໄມ້” id=”citem_dfef-d5c9″ parent=”collapse_6633-f3df”]
ຈຸດປະສົງຕົ້ນຕໍຂອງກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບສຸຂະພາບ ແລະ ຄວາມປອດໄພຂອງແຮງງານ (OSH) ມີຄື:
- ສ້າງຮ່າງ TLD ກ່ຽວກັບສຸຂະພາບ ແລະ ຄວາມປອດໄພຂອງແຮງງານ ໃນຂະແໜງປຸງແຕ່ງໄມ້ ໂດຍອີງໃສ່ລະບຽບກົດໝາຍກ່ຽວຂ້ອງ ທີ່ມີຢູ່ໃນປະຈຸບັນ
- ລະບຸບັນດາຊ່ອງວ່າງທີ່ມີຢູ່ໃນລະບຽບກົດໝາຍກ່ຽວຂ້ອງຂອງ ສປປ ລາວ ທີ່ມີຢູ່ໃນປະຈຸບັນ ທີ່ກ່ຽວຂ້ອງກັບ ສຸຂະພາບ ແລະ ຄວາມປອດໄພຂອງແຮງງານ ໃນຂະແໜງປຸງແຕ່ງໄມ້
- ປັບປຸງວຽກງານ OSH ໃນຂະແໜງປຸງແຕ່ງໄມ້ ເພື່ອຫຼຸດຜ່ອນອຸບັດຕິເຫດທີ່ເກີດຈາກການເຮັດວຽກ ແລະ ພະຍາດທີ່ກ່ຽວຂ້ອງກັບອາຊີບ ເຊິ່ງເກີດຂຶ້ນຍ້ອນວິທີການເຮັດວຽກ ທີ່ບໍ່ມີຄວາມປອດໄພ.
ກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບສຸຂະພາບ ແລະ ຄວາມປອດໄພຂອງແຮງງານ (OSH) ມີພາລະບົດບາດເປັນເຈົ້າການນໍາພາໃນການອໍານວຍຄວາມສະດວກໃນຂະບວນການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ, ສ້າງ ແລະ ຕົກລົງເຫັນດີກ່ຽວກັບນິຍາມຄວາມຖືກຕ້ອງຕາມກົດໝາຍ. ອົງການຈັດຕັ້ງທີ່ມີສ່ວນຮ່ວມເຂົ້າໃນການພັດທະນາ TLD ນີ້ ລວມມີ:
- ສະມາຄົມເຟີນີເຈີລາວ
- ສະມາຄົມປຸງແຕ່ງໄມ້ລາວ
- ສະຫະພັນການຄ້າ ລາວ
- ສະພາອຸດສາຫະກໍາ ແລະ ການຄ້າລາວ
- ກົມກວດກາປ່າໄມ້
- ກົມອານາໄມ ແລະ ກັນພະຍາດ
- ກົມອຸດສາຫະກໍາ ແລະ ຫັດຖະກໍາ
- ກົມຄວາມປອດໄພ ແລະ ສຸຂະພາບ
ຖ້າທ່ານມີຄວາມສົນໃຈກ່ຽວກັັບກຸ່ມຊ່ຽວຊານນີ້, ກະລຸນາຕິດຕໍ່:
ທ່ານ. ຄໍາພັດ ອ່ອນລາສີ
ຫົວໜ້າພະແນກ
ພະແນກ ສຸຂະພາບ ແລະ ຄວາມປອດໄພຂອງອາຊີບ
ກົມຄຸ້ມຄອງແຮງງານ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ໂທ: +856 21 213007
ມີຖື: +856 20 22240553
ອີເມວ໌: khamphaton@yahoo.com
[/bs_citem]
[bs_citem title=”ກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບສະໜາມໄມ້ ແຕ່ຈຸດຂຸດຄົ້ນ ຫາ ໂຮງງານປຸງແຕ່ງໄມ້ (ສະໜາມໄມ້ 1-3)” id=”citem_0ff9-2dcf” parent=”collapse_6633-f3df”]
ພາຍໃຕ້ການຊີ້ນໍາຂອງ ພະແນກພັດທະນາມາດຖານເຕັກນິກປ່າໄມ້ , ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບໄມ້ສະໜາມ 1 ຫາ 3 ແມ່ນແນໃສ່:
- ສ້າງຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ສໍາລັບສະໜາມໄມ້ 1 ແລະ 2 ຂອງປ່າຜະລິດ (ລວມທັງສະໜາມໄມ້ 3).
- ທົດລອງ ແລະ ນໍາສະເໜີນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ດັ່ງກ່າວ ຢູ່ແຂວງທົດລອງ ຄໍາມ່ວນ.
- ນໍາສະເໜີເນື້ອໃນສ່ວນນີ້ຂອງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ແກ່ຄະນະຮັບຜິດຊອບວຽກງານວິຊາການ (TWG) ເພື່ອໃຫ້ນໍາເອົານິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍເຂົ້າໃນ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍລວມ, ເຊິ່ງເປັນພື້ນຖານຂອງການເຈລະຈາ ຂໍ້ຕົກລົງສັນຍາການຄ້າໄມ້ແບບສະໜັກໃຈ (VPA) ກັບ
ສະມາຊິກປະຈຸບັນຂອງ ກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບສະໜາມໄມ້ 1-3 ລວມມີ:
- ກົມກວດກາປ່າໄມ້
- ກົມປ່າໄມ້
- ພະແນກພັດທະນາມາດຖານເຕັກນິກປ່າໄມ້ – ກົມປ່າໄມ້
- ກົມວາງແຜນທີ່ດິນ ແລະ ການພັດທະນາ
- ອົງການ WWF
ຖ້າທ່ານສົນໃຈທີ່ຈະເຂົ້າຮ່ວມໃນກຸ່ມຊ່ຽວຊານນີ້ ຫຼື ຕ້ອງການຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:
ທ່ານ. ພົມມາ ປະທຸມມະວົງ
ຮັກສາການແທນຫົວໜ້າ
ພະແນກພັດທະນາມາດຖານເຕັກນິກປ່າໄມ້
ກົມປ່າໄມ້
ກະຊວງກະສິກໍາ ແລະ ປ່າໄມ້
ໂທ: +856 20 55601729
ອີເມວ໌: p.pathoummavong@yahoo.com
[/bs_citem]
[bs_citem title=”ກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບສວນປູກ” id=”citem_551f-5a9f” parent=”collapse_6633-f3df”]
ກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບສວນປູກ ຈະລົງເລິກໃນວຽກງານສວນປູກຂະໜາດນ້ອຍ ແລະ ຂະໜາດໃຫຍ່ ໃນການພັດທະນານິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ. ຈຸດປະສົງຕົ້ນຕໍຂອງກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບສວນປູກແມ່ນ:
- ວິເຄາະກອບກົດໝາຍສໍາລັບໄມ້ທີ່ໄດ້ມາຈາກສວນປູກ (ສວນປູກຂະໜາດນ້ອຍ ແລະ ຂະໜາດໃຫຍ່) ເຊິ່ງແມ່ນສ່ວນໜຶ່ງຂອງການກໍານົດຄວາມຖືກຕ້ອງຕາມກົດໝາຍຂອງໄມ້.
- ລະບຸ ແລະ ປັບປຸງການທົດລອງພາກສະໜາມ ໃນຕ່ອງໂສ້ການສະໜອງໄມ້ຂອງສວນປູກ ເປັນຕົ້ນແມ່ນການປັບປຸງໃຫ້ການລົງທະບຽນສວນປູກມີຄວາມງ່າຍດາຍຂຶ້ນ.
ພະແນກສົ່ງເສີມປູກໄມ້ ແລະ ການລົງທຶນດ້ານປ່າໄມ້, ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການນໍາພາກຸ່ມຊ່ຽວຊານສະເພາະດ້ານ ກຸ່ມນີ້.
ບັນດາອົງການຈັດຕັ້ງຕ່າງໆທີ່ເຂົ້າຮ່ວມໃນກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບສວນປູກມີຄື:
- ພະແນກພັດທະນາມາດຖານເຕັກນິກປ່າໄມ້ – ກົມປ່າໄມ້
- ໜ່ວຍງານສົ່ງເສີມປູກໄມ້ ແລະ ການລົງທຶນດ້ານປ່າໄມ້ ແຂວງ ໄຊຍະບູລີ
- ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໄຊຍະບູລີ
- ກອງກວດກາປ່າໄມ້ ແຂວງ ໄຊຍະບູລີ
- ຂະແໜງການນໍາເຂົ້າ ແລະ ສົ່ງອອກ – ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ ໄຊຍະບູລີ
- ຂະແໜງປ່າໄມ້ແຂວງ ຫຼວງພະບາງ
- ຄອກໂອ ເຟີນີເຈີ ປາກລາຍ
- ວານິດ ເຟີນີເຈີ ປາກລາຍ
- ອົງການ WWF
- ສະມາຄົມຊີວະນາໆພັນລາວ
- ສະມາຄົມພັດທະນາຊຸມຊົນສີຂຽວ
- ສະມາຄົມພັດທະນາຊຸມຊົນ (CODA)
- ເຈົ້າຂອງສວນປູກ ແຂວງ ໄຊຍະບູລີ
- ຕົວແທນຈາກກະຊວງການເງິນ (ໂດຍສະເພາະແມ່ນ ກົມພາສີ ແລະ ອາກອນ) ທີ່ເຮັດວຽກບໍ່ເຕັມເວລາ, ກະຊວງຍຸຕິທໍາ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ.
ຖ້າທ່ານສົນໃຈທີ່ຈະເຂົ້າຮ່ວມໃນກຸ່ມຊ່ຽວຊານນີ້, ກະລຸນາຕິດຕໍ່:
ທ່ານ. ບຸນລຽງ ສິງວິຈິດ
ຮອງຫົວໜ້າພະແນກ ສົ່ງເສີມປູກໄມ້ ແລະ ການລົງທຶນດ້ານປ່າໄມ້
ກົມປ່າໄມ້
ກະຊວງກະສິກໍາ ແລະ ປ່າໄມ້
ໂທ: +856-20-9665 9995
[/bs_citem]
[bs_citem title=”ກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບການມີສ່ວນຮ່ວມຂອງພາກເອກະຊົນ” id=”citem_b78f-fe64″ parent=”collapse_6633-f3df”]
ຈຸດປະສົງຕົ້ນຕໍຂອງກຸ່ມຊ່ຽວຊານສະເພາະດ້ານນີ້ແມ່ນ ເພື່ອສ້າງລະບົບຄວບຄຸມຕ່ອງໂສ້ການສະໜອງໄມ້ (COC) ແຫ່ງຊາດ ຂຶ້ນ ເຊິ່ງຈະກາຍເປັນອົງປະກອບຕົ້ນຕໍຂອງລະບົບ ຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ (TLAS) ໃນອານາຄົດ. ນອກນັ້ນ, ກຸ່ມດັ່ງກ່າວຍັງລົງເລິກກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ ສິນຄ້າມູນຄ່າເພີ່ມ ສໍາລັບອຸດສາຫະກໍາປຸງແຕ່ງໄມ້ລາວ.
ຖ້າທ່ານສົນໃຈທີ່ຈະເຂົ້າຮ່ວມໃນກຸ່ມຊ່ຽວຊານນີ້, ກະລຸນາຕິດຕໍ່:
ທ່ານ. ທອງສະຫວັນ ສຸລິຍະມາດ
ປະທານສະມາຄົມເຟີນີເຈີລາວ
ໂທ: +856-20-5444 3333
ອີເມວ: lao.furniture@hotmail.com
[/bs_citem]
[bs_citem title=”ກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບຂະບວນການສົ່ງອອກ ຈາກໂຮງງານປຸງແຕ່ງໄມ້ (ໄມ້ສະໜາມ 3) ເຖິງ ຈຸດສົ່ງອອກ” id=”citem_d977-411e” parent=”collapse_6633-f3df”]
ຍັງບໍ່ທັນເລີ່ມຈັດຕັ້ງປະຕິບັດ
[/bs_citem]
[bs_citem title=”ກຸ່ມຊ່ຽວຊານສະເພາະດ້ານກ່ຽວກັບປ່າຊົມໃຊ້ບ້ານ” id=”citem_6ab8-3cfa” parent=”collapse_6633-f3df”]
ການຄຸ້ມຄອງປ່າໄມ້ບ້ານມີຈຸດປະສົງເພື່ອປົກປັກຮັກສາ ແລະ ສ້າງປ່າໃຫ້ກາຍເປັນແຫຼ່ງສະໜອງໄມ້ແບບຍືນຍົງໃຫ້ແກ່ປະຊາຊົນ ແລະ ຊຸມຊົນທ້ອງຖິ່ນ ລວມທັງ ຜັນຂະຫຍາຍໃຫ້ເປັນແຫຼ່ງສ້າງລາຍຮັບເພື່ອປັບປຸງຄຸນນະພາບຊີວິດຂອງປະຊາຊົນທ້ອງຖິ່ນດັ່ງກ່າວ. ດ້ວຍເຫດນັ້ນ, ການພັດທະນາ ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ (TLD) ກ່ຽວກັບປ່າຊົມໃຊ້ບ້ານແມ່ນມີຄວາມສໍາຄັນ ແລະ ຈໍາເປັນ ທີ່ຈະຕ້ອງໄດ້ຮັບການຈັດຕັ້ງປະຕິບັດ, ແລະ ຂະບວນການດັ່ງກ່າວນີ້ຮຽກຮ້ອງການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງ ເຂົ້າໃນການພັດທະນາດັ່ງກ່າວ.
ພະແນກຄຸ້ມຄອງປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ ເປັນໜ່ວຍງານຕົ້ນຕໍໃນການນໍາພາການຈັດຕັ້ງປະຕິບັດ ເຊິ່ງມີຈຸດປະສົງແມ່ນເພື່ອ:
- ລະບຸ ແລະ ຮວບຮວມບັນດາ ກົດໝາຍ, ລະບຽບການ ແລະ ແນວທາງ ທີ່ກ່ຽວຂ້ອງກັບກົດໝາຍ ແລະ ການຊົມໃຊ້ໄມ້ແບບຍືນຍົງ ທີ່ໄດ້ມາຈາກປ່າ ແລະ ດິນປ່າ, ລວມທັງບັນດາຊ່ອງວ່າງຕ່າງໆ.
- ປະເມີນຄວາມເປັນໄປໄດ້ໃນການນໍາໃຊ້ໄມ້ເຂົ້າໃນການຄ້າ ໃນບາງກໍລະນີເທົ່ານັ້ນ ໂດຍປະຊາຊົນ ແລະ ຊຸມຊົນ.
- ຮ່າງ ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ສໍາລັບການນໍາໃຊ້ໄມ້ ຈາກປ່າຊົມໃຊ້ບ້ານ ແລະ ກໍານົດຂອບເຂດການນໍາໃຊ້.
- ສ້າງຄວາມເຂົ້າໃຈກ່ຽວກັບການນໍາໃຊ້ປ່າ ແລະ ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ ທີ່ມີໃນປະຈຸບັນ ແລະ ອານາຄົດ ໃຫ້ແກ່ພະນັກງານວິຊາການ, ຜູ້ປະກອບການ ແລະ ປະຊາຊົນທ້ອງຖິ່ນ.
ສະມາຊິກຂອງກຸ່ມຊ່ຽວຊານສະເພາະດ້ານນີ້ລວມມີ:
- ພະແນກຄຸ້ມຄອງປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ, ກົມປ່າໄມ້
- ຫ້ອງການ ຫຼຸດຜ່ອນອາຍພິດຈາກການທໍາລາຍປ່າໄມ້ (REED), ກົມປ່າໄມ້
- ພະແນກສົ່ງເສີມການປູກໄມ້ ແລະ ການລົງທຶນປ່າໄມ້, ກົມປ່າໄມ້
- ພະແນກຄຸ້ມຄອງປ່າຜະລິດ ແລະ ການຂຸດຄົ້ນໄມ້, ກົມປ່າໄມ້
- ກອງສໍາຫຼວດ ແລະ ວາງແຜນປ່າໄມ້, ກົມປ່າໄມ້
- ກົມຄຸ້ມຄອງທີ່ດິນ
- ກົມຄຸ້ມຄອງຊັບພະຍາກອນປ່າໄມ້
- ກົມຄຸ້ມຄອງຊັບສິນ
- ຄະນະວິທະຍາສາດ ປ່າໄມ້ – ມະຫາວິທະຍາໄລແຫ່ງຊາດ
- ສູນເຝິກອົບຮົມ ຫ້ວຍປ່າມ້ອມ
- ຫ້ອງການກະສິກໍາ ແລະ ປ່າໄມ້ ແຂວງ – ແຂວງວຽງຈັນ
- ຫ້ອງການປ່າໄມ້ ເມືອງສັງທອງ
- ຕົວແທນສະພາແຫ່ງຊາດ ປະຈໍາແຂວງອັດຕະປື
- ຕາງໜ້າ Lao CSO FLEGT
- WWF
- ອົງການບ້ານຈຸດສຸມສາກົນ (VFI)
ຖ້າທ່ານສົນໃຈທີ່ຈະເຂົ້າຮ່ວມໃນກຸ່ມຊ່ຽວຊານນີ້, ກະລຸນາຕິດຕໍ່:
ທ່ານ ປອ. ອຸປະກອນ ອາລຸນສະຫວັດ
ຫົວໜ້າພະແນກປ່າໄມ້ບ້ານ ແລະ ຄຸ້ມຄອງເຄື່ອງປ່າຂອງດົງ
ກົມປ່າໄມ້
ກະຊວງກະສິກໍາ ແລະ ປ່າໄມ້
ໂທລະສັບ: +856-20-2222 9393
ອີເມລ໌: dofadm@gmail.com
[/bs_citem]
[/bs_collapse]