ກົດລະບຽບການນໍາໄມ້ເຂົ້າສູ່ສະຫະພາບເອີຣົບ

ກົດລະບຽບການນໍາໄມ້ເຂົ້າສູ່ສະຫະພາບເອີຣົບ ຫຼື EUTR ແມ່ນໜຶ່ງໃນກົດລະບຽບຂອງສະຫະພາບເອີຣົບ ທີ່ຮ່າງຂຶ້ນເພື່ອສະກັດກັ້ນການນໍາເຂົ້າໄມ້ທີ່ຜິດກົດໝາຍໃນຕະຫຼາດເອີຣົບ. ກົດລະບຽບການນໍາໄມ້ເຂົ້າສູ່ສະຫະພາບເອີຣົບ ໄດ້ວາງຂັ້ນຕອນທີ່ຈໍາເປັນໃນການຄ້າໄມ້ພາຍໃນຕະຫຼາດເອີຣົບ ເຊິ່ງມີຈຸດປະສົງເພື່ອຫຼຸດຜ່ອນຄວາມສ່ຽງຈາກການຄ້າໄມ້ທີ່ຜິດກົດໝາຍ ໃຫ້ແກ່ບັນດາຜູ້ປະກອບການຕ່າງໆທີ່ກ່ຽວຂ້ອງຕ້ອງໄດ້ປະຕິບັດຕາມ, ເຊິ່ງຂໍ້ບັງຄັບນີ້ແມ່ນໄດ້ກວມເອົາທັງໄມ້ ແລະ ຜະລິດຕະພັນໄມ້ທີ່ນໍາເຂົ້າຈາກຕ່າງປະເທດ ແລະ ຕັດພາຍໃນ. ລະບຽບການດັ່ງກ່າວນີ້ແມ່ນໄດ້ຄຸ້ມຄອງເອົາການຄ້າຜະລິດຕະພັນໄມ້ໃນຕະຫຼາດເອີຣົບ ແລະ ຍັງກວມເອົາຜະລິດຕະພັນໄມ້ທີ່ມີຂາຍທົ່ວໄປ.

 

ທ່ານສາມາດອ່ານຂໍ້ມູນເພີ່ມເຕີມກ່ຽວກັບ ກົດລະບຽບການນໍາໄມ້ເຂົ້າສູ່ສະຫະພາບເອີຣົບ ໄດ້ທີ່ນີ້.