ຈຸດເຊື່ອມໂຍງກັບແຜນງານສາກົນ

ແຜນງານ Lao EU-FLEGT ໄດ້ປະສານກັບບັນດາແນວຄິດລິເລີ່ມຕ່າງໆ ທາງດ້ານນະໂຍບາຍປ່າໄມ້ແຫ່ງຊາດ, ໂດຍສະເພາະ ແມ່ນ REDD+ ເຊິ່ງຫຍໍ້ມາຈາກ ການຫຼຸດຜ່ອນອາຍຜິດຈາກການທໍາລາຍປ່າໄມ້ ແລະ ການເຊື່ອມໂຊມຂອງປ່າໄມ້, ຕົວຢ່າງເຊັ່ນ ໂຄງການຂອງ ທະນາຄານໂລກ REDD+ Performance Based Payment ເຊິ່ງມີຈຸດປະສົງໃນການສະກັດກັ້ນການຕັດໄມ້ທີ່ຜິດກົດໝາຍ ແລະ ການຕິດຕາມກວດກາສະພາບປ່າເພື່ອປ້ອງກັນການເຊື່ອມໂຊມ.