ອົງການບ້ານຈຸດສຸມ VFI

ອົງການບ້ານຈຸດສຸມ ຫຼື VFI ແມ່ນ ອົງກອນຂະໜາດນ້ອຍຂອງປະເທດ ສະຫະລັດອາເມລິກາ ທີ່ບໍ່ຫວັງຜົນກໍາໄລ ເຊິ່ງມີເປົ້າໝາຍໃນການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຊຸມຊົນ ແລະ ຜູ້ນໍາ ໃນປະເທດ ລາວ, ກໍາປູເຈຍ ແລະ ອິນເດຍຕອນໃຕ້.

 

ອົງການ VFI ປະຈໍາລາວ ມີຈຸດສຸມໃສ່ຊຸມຊົນສ່ວນນ້ອຍ ທີ່ທຸກຍາກ ແລະ ມີຄວາມສ່ຽງ ໃນເຂດພູດອຍທາງພາກໃຕ້ຂອງປະເທດ. ອົງການ VFI ປະຈໍາລາວ ໄດ້ຈັດຕັ້ງປະຕິບັດວຽກງານເພື່ອສ້າງທັກສະການເປັນຜູ້ນໍາໃຫ້ແກ່ຊາວໜຸ່ມຊົນເຜົ່າສ່ວນນ້ອຍ ແລະ ສ້າງໂອກາດໃຫ້ແກ່ຊາວໜຸ່ມດັ່ງກ່າວເພື່ອກາຍເປັນຜູ້ນໍາຊຸມຊົນທີ່ມີຄວາມອາດສາມາດ; ເພື່ອສະໜອງທຶນການສຶກສາໃຫ້ແກ່ໄວໜຸ່ມເພືື່ອເຂົ້າຮຽນຢູ່ຂັ້ນອຸດົມຕອນປາຍ ແລະ ມະຫາວິທະຍາໄລ; ແລະ ເພື່ອສ້າງຄວາມຮັບຮູ້ ແລະ ການປ້ອງກັນການຄ້າມະນຸດ (ແຮງງານ ແລະ ເພດ) ທີ່ສົ່ງຜົນກະທົບຕໍ່ກັບໄວໜຸ່ມໃນເຂດພູດອຍ.

 

ທ່ານສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບ ອົງການ VFI ໄດ້ທີ່: http://villagefocus.org