ອົງການ WWF

ໃນປະເທດລາວ, ອົງການ WWF ຈັດຕັ້ງປະຕິບັດແຜນງານ FLEGT ຮ່ວມກັບ ກົມກວດກາປ່າໄມ້ ໃນ ສອງ ແຂວງ ພາກໃຕ້ (ແຂວງ ຄໍາມ່ວນ ແລະ ແຂວງ ອັດຕະປື). ເຖິງແມ່ນວ່າ ຈະມີນະໂຍບາຍ ແລະ ລະບຽບການຕ່າງໆເພື່ອສົ່ງເສີມການຈັດຕັ້ງປະຕິບັດກົດໝາຍ ແລະ ຄວບຄຸມການຕັດໄມ້ທີ່ຜິດກົດໝາຍໃນປະເທດລາວ, ແຜນງານ FLEGT VPA ແມ່ນຍັງຖືວ່າຍັງໃໝ່ຢູ່.

 

ອົງການ WWF ໄດ້ຈັດຕັ້ງປະຕິບັດວຽກງານໂດຍການຊອກຫາແນວທາງແກ້ໄຂ, ການມີສ່ວນຮ່ວມຂອງຫຼາຍພາກສ່ວນ ຈາກທ້ອງຖິ່ນ ເຖິງ ສາກົນເພື່ອຮັບປະກັນຄວາມສອດຄ່ອງກັບພາລະບົດບາດຂອງບັນດາພາກສ່ວນກ່ຽວຂ້ອງອື່ນໆ ເພື່ອສົ່ງຜົນກະທົບຕໍ່ກັບປັດໄຈຕ່າງໆໃນການຕັດໄມ້ທໍາລາຍປ່າ ແລະ ການເຊື່ອມໂຊມຂອງປ່າໄມ້. ວິໄສທັດຂອງ ອົງການ WWF ແມ່ນເພື່ອຮັບປະກັນວ່າພາລະບົດບາດຂອງລະບົບນິເວດວິທະຍາທາງທໍາມະຊາດຈະໄດ້ຮັບການຮັກສາ ແລະ ເຫັນຄຸນຄ່າ ທີ່ມີຕໍ່ກັບການດໍາລົງຊີວິດຂອງບັນດາກຸ່ມຄົນ ແລະ ຊີວະນາໆພັນ ທີ່ອາໄສຊັບພະຍາກອນດັ່ງກ່າວ ໃນໂລກນີ້.

 

ທ່ານສາມາດເຂົ້າເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບ ແຜນງານ FLEGT ກັບ ອົງການ WWF ປະຈໍາລາວ ໄດ້ທີ່ນີ້.