Timber Legality Assurance System (TLAS) Outreach to Private Sector of Wood Processing Industries for Central Provinces of Lao PDR

​ກ.ກ. 21, 2023 | ຂ່າວສານ

ໂດຍການສະໜັບສະໜູນຈາກ ProFEB, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມ ການເຜີຍແຜ່ ລະບົບຄໍ້າປະກັນໄມ້ທີ່ຖືກຕ້ອງຕາມກົດໝາຍ ຫຼື ລະບົບ TLAS ເປັນເວລາ 1 ວັນ ໃຫ້ແກ່ ບັນດາ ນັກທຸລະກິດອຸດສາຫະກຳປຸງແຕ່ງ ໄມ້ເອກະຊົນ 38 ທ່ານ ໃນວັນທີ 7 ກໍລະກົດ 2023 ທີ່ທ່າລາດ. ແຂວງວຽງຈັນ.  ໂຮງງານອຸດສະຫະກໍາປຸງແຕ່ງໄມ້ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນມາຈາກບັນດາແຂວງພາກກາງເຊັ່ນ: ນະຄອນຫຼວງວຽງຈັນ, ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ ແລະ ແຂວງ ຄຳມ່ວນ.  ການເຜີຍແຜ່ ກ່ຽວກັບ  ລະບົບ TLAS ຊ່ວຍໃຫ້ ບັນດາໂຮງງານອຸດສາຫະກຳປຸງແຕ່ງໄມ້ເຂົ້າໃຈຢ່າງຈະແຈ້ງກ່ຽວກັບ: (i) ແນວຄວາມຄິດ ແລະ ຂໍ້ກຳນົດຂອງລະບົບTLAS; ການກຳນົດ ແລະ ການພັດທະນາຂອງ ລະບົບTLAS; ແລະ (iii) ການຈັດຕັ້ງປະຕິບັດ ລະບົບTLAS.ລະບົບ TLASຂອງ ສປປ ລາວ ໄດ້ຮັບການ ພັດທະນາຂື້ນຕາມຂໍ້ກໍານົດຂອງ ກົດໝາຍປ່າໄມ້ ມາດຕາ 43. ຕ້ອງຮັບປະກັນວ່າໄມ້ທັງໝົດທີ່ໄດ້ຜ່ານ ການຂຸດຄົ້ນ, ສໍາຫຼວດ, ເຄື່ອນຍ້າຍ, ນໍາເຂົ້າ, ຊື້ ຂາຍ, ປຸງແຕ່ງ ຈໍາໜ່າຍພາຍໃນ ແລະ ສົ່ງອອກ ແມ່ນຖືກຕ້ອງຕາມກົດໝາຍ. ໃນຂະນະທີ ລະບົບດັ່ງກ່າວ ໄດ້ຖືກພັດທະນາຂື້ນ ບົນພື້ນຖານ ກອບກົດໝາຍຂອງ ສປປ ລາວ, ອົງປະກອບໃໝ່ຂອງ ການກວດກາຢັ້ງຢືນຄວາມຖືກຕ້ອງຂອງໄມ້ ກໍ່ໄດ້ຮັບ ການສະເໜີໜ່ວຍງານທີ່ກ່ຽວຂ້ອງເຂົ້າໃນລະບົບ.  ລະບົບ TLAS ຮັບປະກັນ ການຄວບຄຸມລະບົບຕ່ອງໂສ້ການສະໜອງໄມ້ທີ່ໂປ່ງໃສຫຼາຍຂຶ້ນ  ແລະ ອໍານວຍຄວາມສະດວກໃຫ້ພາກເອກະຊົນປະຕິບັດຕາມກົດໝາຍ.

 

ໃນ​ລະ​ຫວ່າງ​ການ​ຝຶກ​ອົບ​ຮົມ​ ຜູ້ເຂົ້າຮ່ວມໄດ້ມີໂອກາດປຶກສາຫາລື ແລະ ແລກປ່ຽນປະສົບການພາກປະຕິບັດໃນການຄວບຄຸມ ແລະ ຄຸ້ມຄອງແຫຼ່ງທີ່ມາຂອງໄມ້ທີ່ຖືກຕ້ອງຕາມກົດໝາຍ ກ່ອນການຊື້ ແລະ ​ຈັດ​ການ​ກັ​ບ ໄມ້ສົ້ນ​ເຂົ້າ ແລະ ສົ້ນອອກ​ໃນຂະບວນການປຸງແຕ່ງໄມ້ຂັ້ນຕົ້ນ ແລະ ເທື່ອທັດໄປ ເພື່ອສົມທຽບກັບຄວາມຕ້ອງການຂອງລະບົບ TLASຂອງ ລາວ ໃນປະຈຸບັນ. ຫຼັງຈາກການເຂົ້າຮ່ວມ ກອງປະຊຸມເຜີຍແຜ່, ຜູ້ເຂົ້າຮ່ວມ ມີຄວາມໝັ້ນໃຈທີ່ຈະນໍາໃຊ້ ລະບົບ TLAS ລາວ ເຂົ້າໃນທຸລະກິດໄມ້ຂອງພວກເຂົາໃນອະນາຄົດ ເພື່ອຮັບປະກັນວ່າ ຄວາມຖືກຕ້ອງຕາມກົດໝາຍຂອງໄມ້ແມ່ນສອດຄ້ອງຕາມລະບຽບກົດໝາຍ,  ສົ່ງເສີມການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃນປະເທດ.