FLEGT

ການຕັດໄມ້ທໍາລາຍປ່າ ແລະ ການເຊື່ອມໂສມຂອງປ່າໃນ ສປປ ລາວ ແມ່ນບັນຫາຫຼັກທີ່ລັດຖະບານລາວໄດ້ຄົ້ນຄ້ວາເພື່ອແກ້ໄຂໃນຫຼາຍທົດສະວັດທີ່ຜ່ານມາ, ເນື່ອງຈາກວ່າ ປ່າໄມ້ເປັນແຫຼ່ງຊັບພະຍາກອນທີ່ມີຄ່າ ໃນການສ້າງລາຍຮັບໃຫ້ປະເທດຊາດ, ສົ່ງເສີມການພັດທະນາເສດຖະກິດ, ຊ່ວຍຫຼຸດຜ່ອນການປ່ຽນແປງຂອງສະພາບດິນຟ້າອາກາດ, ປົກປ້ອງສັດປ່າ ແລະ ສົ່ງເສີມຄວາມໝັ້ນຄົງທາງດ້ານການດໍາລົງຊີວິດຂອງປະຊາຊົນທ້ອງຖິ່ນ.

 

ສາເຫດຕົ້ນຕໍຂອງການສູນເສຍແຫຼ່ງຊັບພະຍາກອນປ່າໄມ້ໃນ ສປປ ລາວ ແມ່ນ ການຕັດໄມ້ທີ່ຜິດກົດໝາຍ, ການຖາງປ່າເຮັດໄຮ່ແບບເລື່ອນລອຍ, ການປັບປ່ຽນພື້ນທີ່ປ່າເນື່ອງຈາກໂຄງການພັດທະນາສ້າງພື້ນຖານໂຄງລ່າງຕ່າງໆ, ການຂະຫຍາຍຕົວຂອງເນື້ອທີ່ການຂຸດຄົ້ນບໍ່ແຮ່, ການປູກປ່າ, ການເຮັດນາ ແລະ ການຕັ້ງຖິ່ນຖານຕ່າງໆ.

 

ຍຸດທະສາດໜຶ່ງທີ່ ລັດຖະບານ ແຫ່ງ ສປປ ລາວ ພວມກໍາລັງລິເລີ່ມ ແມ່ນ ການມີສ່ວນຮ່ວມເຂົ້າໃນ ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເຊິ່ງໄດ້ຮັບການລິເລີ່ມໂດຍ ສະຫະພາບເອີຣົບ (EU) ໃນ ປີ 2003, ເພື່ອແນໃສ່ການສົ່ງເສີມການຄຸ້ມຄອງຂະແໜງປ່າໄມ້, ເຊິ່ງຈະສົ່ງເສີມການພັດທະນາເສດຖະກິດ ແລະ ການບໍລິຫານຈັດການຊັບພະຍາກອນທໍາມະຊາດແບບຍືນຍົງ.

 

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເປັນສັນຍາການຄ້າສອງຝ່າຍ ທີ່ມີຈຸດປະສົງໃນການປັບປຸງການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງກົດໝາຍໃນຂະແໜງປ່າໄມ້ ໃນ ສປປ ລາວ ກໍ່ຄື ປະເທດຄູ່ຄ້າ. ລະບົບການຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້, ລວມທັງ ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ, ຈະໄດ້ຮັບການເຜີຍແຜ່ໃນ ສປປ ລາວ, ເຊິ່ງຮັບຮອງວ່າ ໄມ້ ແລະ ຜະລິດຕະພັນໄມ້ ທີ່ສົ່ງອອກຈາກປະເທດສູ່ຕະຫຼາດ EU ແມ່ນມີໃບອະນຸຍາດ FLEGT ທີ່ຈະຢັ້ງຢືນວ່າ ທຸກໆອົງປະກອບທາງດ້ານກົດໝາຍ ແມ່ນຖືກຕ້ອງສົມບູນ.

 

ກະຊວງກະສິກໍາ ແລະ ປ່າໄມ້ (ໂດຍຜ່ານ ຫ້ອງການປະສານງານ FLEGT ເຊິ່ງໄດ້ຮັບການຊີ້ນໍາໂດຍ ກົມກວດກາປ່າໄມ້) ເປັນອົງກອນຫຼັກໃນການຈັດຕັ້ງປະຕິບັດແຜນງານ FLEGT ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລວມທັງໜ່ວຍງານພາກລັດ, ອົງກອນປະຊາສັງຄົມ, ສະຖາບັນການສຶກສາ, ອຸດສາຫະກໍາປຸງແຕ່ງໄມ້, ອຸດສາຫະກໍາຫັດຖະກໍາ ແລະ ເຟີນີເຈີ ຕ່າງໆ..