ພາກສ່ວນກ່ຽວຂ້ອງ

ການມີສ່ວນຮ່ວມຂອງຫຼາຍພາກສ່ວນແມ່ນເງື່ອນໄຂຫຼັກທີ່ ສະຫະພາບເອີຣົບຮຽກຮ້ອງຕ້ອງການ ໃນຂະບວນການເຈລະຈາ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງລວມມີ ໜ່ວຍງານຈາກລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ອຸດສາຫະກໍາປຸງແຕ່ງໄມ້ ແລະ ຊຸມຊົນທ້ອງຖິ່ນ.

 

ການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງ ຊ່ວຍຮັບປະກັນວ່າຂໍ້ຕົກລົງຕ່າງໆແມ່ນສົມເຫດສົມຜົນ ແລະ ສາມາດນຳໃຊ້ໄດ້ໃນຕົວຈິງ, ຄວາມເປັນເຈົ້າການ ແລະ ການສະໜັບສະໜູນຢູ່ພາຍໃນປະເທດ ທີ່ມີຂໍ້ຕົກລົງ VPA, ຮັບປະກັນວ່າຂໍ້ຕົກລົງຕ່າງໆທີ່ມີການປັບປຸງ ໄດ້ຮັບການຍອມຮັບຢ່າງກ້ວາງຂວາງ, ແລະ ຮັບປະກັນຄວາມເປັນເອກະພາບໃນຂະບວນການ VPA ທີ່ມີຄວາມໜ້າເຊື່ອຖື ທັງພາຍໃນປະເທດ ແລະ ຕ່າງປະເທດ.