ໂຄງສ້າງຂອງແຜນງານປະຈໍາລາວ

ແຜນງານ FLEGT VPA ໄດ້ຮັບການຊີ້ນໍາໂດຍທ່ານລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້, ເຊິ່ງເປັນປະທານ ຄະນະກໍາມະການຊີ້ນໍາລະດັບຊາດໃນແຜນງານ FLEGT, ທີ່ໄດ້ຮັບການສະໜັບສະໜູນຢ່າງໃກ້ຊິດຈາກລັດຖະມົນຕີຊ່ວຍວ່າການກະຊວງກະສິກໍາ ແລະ ປ່າໄມ້ (ເຊິ່ງເປັນຫົວໜ້າທີມງານເຈລະຈາ), ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ລັດຖະມົນຕີຊ່ວຍວ່າການກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ຄະນະກໍາມະການຊີ້ນໍາລະດັບຊາດ ໄດ້ຮັບການແຕ່ງຕັ້ງຂຶ້ນຢ່າງເປັນທາງການ ພາຍໃຕ້ຂໍ້ຕົກລົງ ເລກທີ 65/ນຍ.

 

ຄະນະກໍາມະການຊີ້ນໍາລະດັບຊາດ ປະກອບມີ ລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້ (ເປັນປະທານ), ລັດຖະມົນຕີຊ່ວຍວ່າການ ກະຊວງກະສິກໍາ ແລະ ປ່າໄມ້ (ຫົວໜ້າທີມງານເຈລະຈາ), ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ, ລັດຖະມົນຕີຊ່ວຍວ່າການ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າກົມ ກວດກາປ່າໄມ້ (ເຊິ່ງເປັນສະມາຊິກໃນຄະນະກໍາມະການຊີ້ນໍາລະດັບຊາດ ແລະ ທັງເປັນຫົວໜ້າທີມງານເຈລະຈາ), ຫົວໜ້າກົມ ແລະ ຮອງຫົວໜ້າກົມຂອງບັນດາກົມຕ່າງໆທີ່ກ່ຽວຂ້ອງ.

 

ຄະນະກໍາມະການຊີ້ນໍາລະດັບຊາດ ມີໜ້າທີ່:

  1. ສະເໜີຮອງນາຍົກລັດຖະມົນຕີຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດຈາລະຈອນ ພິຈາລະນາແຜນຍຸດທະສາດ, ແຜນການໄລຍະຍາວ, ແຜນການປະຈໍາປີ ກ່ຽວກັບການກະກຽມການເຈລະຈາເຂົ້າຮ່ວມຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ແລະ ນຳພາການຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ.
  2. ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດຕາມຂະບວນການທີ່ເໝາະສົມ ເພື່ອ ນໍາໄປສູ່ຂະບວນການກະກຽມການເຂົ້າຮ່ວມຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT).
  3. ແຕ່ງຕັ້ງຄະນະເຈລະຈາ, ກໍານົດແບບແຜນ, ຮູບແບບ ແລະ ວິທີການຈັດຕັ້ງປະຕິບັດສໍາລັບການເຈລະຈາ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງ ສປປ ລາວ ກັບ ສະຫະພາບເອີຣົບ.
  4. ພິຈາລະນາຕົກລົງ ແລະ ໃຫ້ທິດຊີ້ນໍາ ກ່ຽວກັບໂຄງປະກອບການຈັດຕັ້ງປະຕິບັດ, ບຸກຄະລາກອນ ສໍາລັບ ການຈັດຕັ້ງປະຕິບັດ ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ໃຫ້ມີຄວາມເໝາະສົມ ແລະ ມີປະສິດທີຜົນ ເປັນຕົ້ນແມ່ນ ຄະນະເຈລະຈາ, ຄະນະກໍາມະການຮັບຜິດຊອບຊຸກຍູ້ການເຈລະຈາ, ຄະນະປະສານງານຮັບຜິດຊອບດ້ານວິຊາການ ແລະ ຫ້ອງການປະສານງານ FLEGT Standing Office.
  5. ພິຈາລະນາຕົກລົງ ກ່ຽວກັບ ແຜນການຈັດຕັ້ງປະຕິບັດ ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ລວມທັງ ແຜນດຳເນີນງານປະຈໍາປີ ຂອງແຜນງານ ແລະ ກິດຈະກໍາ ຢູ່ບັນດາແຂວງທົດລອງ.
  6. ຊີ້ນໍາ, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດ ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ລວມທັງ ແຜນດຳເນີນງານປະຈໍາປີ ສໍາລັບວຽກງານດັ່ງກ່າວ.
  7. ສະເໜີລະບົບການຮັບປະກັນຄວາມຖືກຕ້ອງຕາມກົດໝາຍຂອງໄມ້ (TLAS) ແລະ ນິຍາມຄວາມຖືກຕ້ອງຂອງໄມ້ (TLD).
  8. ພິຈາລະນາ ແລະ ຮັບຮອງເບື້ອງຕົ້ນ ກ່ຽວກັບ ຮ່າງ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລວມທັງເອກະສານຄັດຕິດ ເພື່ອນໍາສະເໜີຕໍ່ກະຊວງທີ່ກ່ຽວຂ້ອງ ຄົ້ນຄວ້າພິຈາລະນາ ແລະ ນໍາສະເໜີ ລັດຖະບານ ເພື່ອອະນຸມັດ.
  9. ເຜີຍແຜ່ຄວາມຄືບໜ້າ ແລະ ຜົນຂອງການເຈລະຈາ ໃຫ້ຂະແໜງທີ່ກ່ຽວຂ້ອງ ເພື່ອຈັດຕັ້ງຜັນຂະຫຍາຍໃນແຕ່ລະໄລຍະ.
  10. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ຕໍ່ລັດຖະບານຢ່າງເປັນປົກກະຕິ.

 

ຄະນະຊຸກຍູ້ການເຈລະຈາ ແລະ ຄະນະປະສານງານຮັບຜິດຊອບດ້ານວິຊາການ ໃນການສະໜັບສະໜູນ ການເຈລະຈາ FLEGT VPA ແມ່ນໄດ້ຮັບການຈັດຕັ້ງຂຶ້ນ ຕາມຂໍ້ຕົກລົງເລກທີ 1915/ກປ.

 

ຫ້ອງການປະສານງານ FLEGT Standing Office ເຊິ່ງມີໜ້າທີ່ເປັນກອງເລຂາຂອງແຜນງານ FLEGTເຊິ່ງຕັ້ງຢູ່ກົມກວດກາປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ໂດຍແມ່ນ ຫົວໜ້າກົມກວດກາປ່າໄມ້ເປັນຜູ້ຊີ້ນໍາໂດຍກົງ, ເຊິ່ງເປັນຜູ້ປະສານງານ FLEGT ຢູ່ ສປປ ລາວ.

 

organisational-structure_laoorganisational-structure-for-pilot-provinces_lao