Latest Past Events

ກອງປະຊຸມປຶກສາຫາລື ລະດົມແນວຄວາມຄິດຂອງພາກສວ່ນກ່ຽວຂ້ອງ ໃນການພິຈາລະນາ ແລະ ຄັດເລືອກ ຕ່ອງໂສ້ຄຸນຄ່າການສະໜອງໄມ້

ກົມກວດກາປ່າໄມ້ ເມືອງ ຈັນທະບູລີ

ຈຸດປະສົງ: ເພື່ອປຶກສາຫາລື ລະດົມແນວຄວາມຄິດຂອງພາກສວ່ນກ່ຽວຂ້ອງ ໃນການພິຈາລະນາ ແລະ ຄັດເລືອກ ຕ່ອງໂສ້ຄຸນຄ່າການສະໜອງໄມ້ ເພື່ອເປັນພື້ນຖານໃຫ້ແກ່ບົດສຶກສາການປະເມີນຄວາມສາມາດຂອງຂະແໜງການ SMEs ໃນຂະແໜງການປ່າໄມ້ ຂອງສະຖາບັນ EFI ໃນການສະໜັບສະໜູນແຜນງານ FLEGT VPA ຂອງ ສປປ ລາວ

ກອງປະຊຸມປຶກສາຫາລືຄວາມຄືບໜ້າຂອງຄະນະປະສານງານຂັ້ນແຂວງຂອງແຜນງານ FLEGT VPA

ຍັງບໍ່ທັນລະບຸ ນະຄອນຫຼວງວຽງຈັນ

ຈຸດປະສົງ: ເພື່ອລາຍງານຄວາມຄືບໜ້າຂອງແຜນງານ FLEGT ທີ່ໄດ້ເຮັດທີ່ຜ່ານມາ. ເພື່ອລາຍງານກ່ຽວກັບການຈັດຕັ້ງປະຕິບັດ ການຕິດຕາມກວດກາການເຄື່ອນຍ້າຍໄມ້ຢູ່ແຂວງ ອັດຕະປື. ທົບທວນແຜນວຽກປະຈຳປີ 2017 ແລະ ສົນທະນາກ່ຽວກັບກິດຈະກຳທີ່ຈະປະຕິບັດໃນຕໍ່ໜ້າ

ກອງປະຊຸມ ຄະນະຮັບຜິດຊອບເຮັດວຽກດ້ານວິຊາການ ໃນແຜນງານ Lao-EU FLEGT

ໂຮງແຮມ Vientiane Plaza

ຈຸດປະສົງຂອງກອງປະຊຸມແມ່ນເພື່ອສົນທະນາ ແລະ ທົບທວນ: (1) ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ກ່ຽວກັບ ປ່າຜະລິດ; (2) ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ກ່ຽວກັບ ໄມ້ທີ່ມາຈາກເຂດຫັນປ່ຽນທີ່ດິນເພື່ອເປົ້າໝາຍການພັດທະນາ; (3) ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ກ່ຽວກັບ ຂະແໜງປຸງແຕ່ງໄມ້ ແລະ ການຄ້າ; (4) ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ກ່ຽວກັບ ປ່າປູກ; ແລະ (5) ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ກ່ຽວກັບ ພັນທະຕໍ່ດ້ານແຮງງານໃນວຽກງານປ່າໄມ້ ແລະ ການປຸງແຕ່ງໄມ້.