ສປປ ລາວ ແລະ ສະຫະພາບເອີຣົບ ຮ່ວມສະຫຼຸບຜົນການເຈລະຈາຊ່ອງໜ້າ ຄັ້ງທີ 2 ສຳລັບ ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອກາຍເປັນຄູ່ສັນຍາການຄ້າໄມ້ແບບສະໝັກໃຈ ໃນວັນທີ່ 7 ມິຖຸນາ 2018

Jun 28, 2018 | ຂ່າວສານ, ບົດຂ່າວ

“ລັດ​ຖະ​ບານ​ແຫ່ງ ສ​ປ​ປ ລາວ ມີ​ຄວາມ​ຕັ້ງ​ໃຈ ແລະ ໃຫ້​ຄຳ​ໝັ້ນໃນ​ການ​ສະ​ກັດ​ກັ້ນ​ການ​ຕັດ​ໄມ້​ທີ່​ຜິດ​ກົດ​ໝາຍ ແລະ ​ເອົາ​ໃຈ​ໃສ່ແກ້​ໄຂ​ບັນ​ດາຜົນ​ກະ​ທົບ​​ທີ່​ສົ່ງ​ຜົນ​ຕໍ່ດ້ານ​ສັງ​ຄົມ, ເສດ​ຖະ​ກິດ ແລະ ສິ່ງ​ແວດ​ລ້​ອມ,” ທ່ານ ປອ, ພວງ​ປ​າ​ຣິສັກ ປ​ຣະ​ວົງ​ວຽງ​ຄຳ, ຮອງ​ລັດ​ຖະມົນ​ຕີ ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ກ່າວ. “ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຄຳ​ສັ່ງຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະບັບເລກ​ທີ 15/ນຍ ທີ່​ກຳ​ລັງ​ດຳ​ເນີນ​ຢູ່ ​ເຊິ່ງ​ໄດ້ສຸມ​ໃສ່​ການ​ເພີ່ມທະ​ວີ​ຄວາມ​ເຂັ້ມ​ງວດ ໃນ​ການຄຸ້ມ​ຄອງ​ການ​ຂຸດ​ຄົ້ນໄມ້, ການກວດ​ກາ, ການ​ຂົນ​ສົ່ງ ແລະ ການ​ຄ້າ​ໄມ້, ແມ່ນ​ເຫັນ​ໄດ້​ເຖິງຄວາມ​ຄືບ​ໜ້າຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ດັ່ງ​ກ່າວ’ ທ່ານ​ກ່າວ​ຕື່ມ. ‘ໃນຕົວຈິງ, ຂ້າພະເຈົ້າເຊື່ອໝັ້ນຢ່າງຍິ່ງວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຄຳ​ສັ່ງຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະບັບເລກ​ທີ 15/ນຍ ແລະ ແຜນ​ງານການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ປ່າ​ໄມ້, ການ​ຄຸ້ມ​ຄອງ ແລະ ການ​ຄ້າ​ໄມ້ ເພື່ອ​ກາຍ​ເປັນ​ຄູ່​ສັນ​ຍາ​ການ​ຄ້າ​ໄມ້​ແບບ​ສະ​ໝັກ​ໃຈ (FLEGT VPA) ເປັນສອງວຽກ ທີ່ມີການເຊື່ອມໂຍງ ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ “

“ການ​ເຈ​ລະ​ຈາ​ຊ່ອງ​ໜ້າ​ຄັ້ງ​ທີ​ 2 ຮ່ວມ​ກັບ EU ​ຄັ້ງນີ້ ໄດ້​ເປັນ​ຂີດ​ໝາຍ​ໃນ​ການຜັນ​ຂະ​ຫຍາຍ ນະ​ໂຍ​ບາຍການ​ຄຸ້ມ​ຄອງ​ປ່າ​ໄມ້ ລວມ​ທັງ​ການ​ປັບ​ປຸງຕ່ອງ​ໂສ້​ການສະ​ໜອງໄມ້, ນອກ​ຈາກນັ້ນ ຍັງ​ເປັນ​ການສະຫຼຸບ​ຜົນ ບັນ​ດາ​ນະ​ໂຍ​ບາຍ ແລະ ໜ້າ​ວຽກ​ທີ່​ເປັນ​ບຸ​ລິ​ມະ​ສິດ​ຂອງ ສ​ປ​ປ ລາວ ເພື່ອ​ກະ​ກຽມ​ໃຫ້​ແກ່ VPA” ​ທ່ານ ປອ ພວງ​ປ​ຣາ​ຣີ​ສັກ ກ່າວ.

ການ​ເຈ​ລະ​ຈາ​ຊ່ອງ​ໜ້າ​ຄັ້ງ​ທີ​ 2 ສຳ​ລັບ​ແຜນ​ງານ VPA ລະ​ຫວ່າງ ສ​ປ​ປ ລາວ ແລະ EU ​ໄດ້​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 4 ຫາ 7 ມິ​ຖຸ​ນາ 2018. ການ​ເຈ​ລະ​ຈ​າ​ ແມ່ນ​ປະ​ກອບ​ດ້ວຍ ສອງວາ​ລະການ​ດຳ​ເນີນກອງ​ປະ​ຊຸມ, ເຊິ່ງ​ປະ​ກອບ​ດ້ວຍ ກອງ​ປະ​ຊ​ຸມ​ຮ່ວມ​ດ້ານ​ວິ​ຊາ​ການ (JEM) ເປັນ​ເວ​ລາສອງວັນ ໂດຍການ​ເປັນ​ປະ​ທານ​ຮ່ວມ ຂອງ ທ່ານ ຊູ​ຊາດ ໄຊ​ຍະ​ກຸມ​ມານ, ຫົວ​ໜ້າ​ກົມ​ປ່າ​ໄມ້, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ແລະ ທ່ານ​ ນາງ ກໍດານາ ທອບປິກ (Gordana Topic), ເຈົ້າ​ໜ້າ​ທີ່​ດ້ານ​ນະ​ໂຍ​ບາຍ ທັງ​ເປັນ​ຫົວ​ໜ້າ​ຮັບ​ຜິດ​ຊອບ​ວຽກ​ງານ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ, ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ (EC). ຫຼັງ​ຈາກນັ້ນ, ແມ່ນ​ວາ​ລະ​ຂອງກອງ​ປະ​ຊຸມ​ເຈ​ລະ​ຈາ​ຊ່ອງ​ໜ້າ (TWG) ດ້ວຍ​ການ​ເປັນ​ປະ​ທານ​​ຮ່ວມໂດຍ ທ່ານ ປອ. ພວງ ​ປ​າ​ຣິສັກ ປ​ຣະ​ວົງ​ວຽງ​ຄຳ, ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້ ແລະ ທ່ານ ໂຣເຮ ຣອດຣີເກັດສ໌ (Jorge Rodriguez Romero), ຮອງ​ຫົວ​ໜ້າ​ໜ່ວຍ​ງານ ທັງ​ເປັນ​ຫົວ​ໜ້າ ຮັບ​ຜິດ​ຊອບ​ວຽກ​ງານ​ທາງ​ດ້ານ​ສິ່ງ​ແວດ​ລ້ອມ, ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ (EC).

ຄະ​ນະ​ເຈ​ລະ​ຈາ​ທັງ​ສອງ​ຝ່າຍ ໄດ້​ປຶກ​ສາ​ຫາ​ລື​ເຖິງຄວາມ​ຄືບ​ໜ້າຂອງ​ການ​ສ້າງ ແລະ ປັບ​ປຸງ ລະ​ບົບ​ຄ້ຳ​ປະ​ກັນ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດໝາຍ (TLAS) ເຊິ່ງ​ຈະ​ເປັນ​ລະ​ບົບ​ທີ່​ນຳ​ໃຊ້​ເພື່ອຢັ້ງ​ຢືນກວດ​ກາ​ຄວາມ​ຖືກ​ຕ້ອງ​ຂອງໄມ້ ແລະ ຜະ​ລິດ​ຕະພັນ​ໄມ້ຕາມ​ລະ​ບຽບ ແລະ ກົດ​ໝາຍ​ ໃນ ສ​ປ​ປ ລາວ. ພາຍຫລັງກອງປະຊຸມເຈ​ລະ​ຈາ​ຊ່ອງ​ໜ້າ​ຄັ້ງ​ທີ 1 ທີ່ໄດ້ຈັດຂຶ້ນ ໃນ​ເດືອນ​ເມ​ສາ 2017 ທີ່​ຜ່ານ​ມາ, ສ​ປ​ປ ລາວ ໄດ້​ສຸມ​ໃສ່​ ​ປັບ​ປຸງບັນ​ດາ​ອົງ​ປະ​ກອບ​ຂອງ​ລະ​ບົບ​ດັ່ງ​ກ່າວ ແລະ ເຫັນ​ໄດ້​ເຖິງ​ຄວາມ​ຄືບ​ໜ້າຂອງ​ການ​ປັບ​ປຸງ ນິ​ຍາມ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ (TLD) ເຊິ່ງ​ເປັນ​ການ​ວິ​ເຄາະ, ໄຈ້​ແຍກ​ບັນ​ດາ​ນິ​ຕິ​ກຳ​ທີ່​ກ່ຽວ​ຂ້ອງ​ໃນ ສ​ປ​ປ ລາວ ເພື່ອ​ເລືອກ​ເຟັ້ນ​ເອົາ​ເນື້ອ​ໃນສຳ​ຄັນ​ທີ່​ມີ​ຄວາມ​ກ່ຽວ​ຂ້ອງ ໃນ​ການ​ກຳ​ນົດ ແລະ ອ້າງ​ອີງ​ເຖິງ​ຄວາມ​ຖືກ​ຕ້ອງ​​ຕາມ​ກົດ​ໝາຍ​ຂອງ​ໄມ້. ​ນອກ​ຈາກນີ້, ສ​ປ​ປ ລາວ ໄດ້ມີ​ຄວາມ​ຄືບ​ໜ້າ​ໃນ​ການ​ປັບ​ປຸງ​ລະ​ບົບ​ຄຸ້ມ​ຄອງ​ຕ່ອງ​ໂສ້​ການ​ສະ​ໜອງ​ໄມ້ (TLAS) ໂດຍ​ມີ​ການ​ອະ​ທິ​ບາຍ​ຂັ້ນ​ຕອນ ແລະ ຂໍ້​ກຳ​ນົດ​ຕ່າງໆ​ທີ່​ກ່ຽວ​ຂ້ອງ ຕັ້ງ​ແຕ່​ຈຸດ​ຕັດ​ປ້ຳ ຈົນ​ເຖິງ​ຂັ້ນ​ຕອນ​ຂອງ​ການ​ສົ່ງ​ອອກ, ລວ​ມ​ທັງ ມີ​ຄວາມ​ຄືບ​ໜ້າ​ໃນ​ການສ້າງ​ລະ​ບົບ​ຢັ້ງ​ຢືນກວດ​ກາ​ຄວາມ​ຖືກ​ຕ້ອງ​ຂອງ​ໄມ້ ເຊິ່ງ​ເປັນ​ການກວດ​ກາ ໄມ້ ແລະ ຜະ​ລິດ​ຕະ​ພັນ​ໄມ້ ເພື່ອ​ຮັບ​ປະ​ກັນ​ຄວາມ​ຖືກ​ຕ້ອງ​ຕາມ​ລະ​ບຽບ​ການ​ທີ່​ກຳ​ນົດ​ໄວ້​ໃນ ນິ​ຍາມ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ (TLD) ໃນ​ແຕ່​ບາດ​ກ້າວ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ​ໄມ້.

ຜ່ານ​ການ​ປຶກ​ສາ​ຫາ​ລື ແລະ ສົນ​ທະ​ນາ, EU ແລະ ສ​ປ​ປ ລາວ ໄດ້​ມີ​ການ​ທົບ​ທວນ​ບັນ​ດາ​ຮ່າງ​ນິ​ຍາມ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ (TLD), ເຊິ່ງ​ຮ່າງ​ເຫຼົ່າ​ນີ້ ໄດ້​ອະ​ທິ​ບາຍ ເຖິງ​ລາຍ​ລະ​ອຽດ​ຂອງ​ໄມ້ ແລະ ຜະ​ລິດ​ຕະ​ພັນ​ໄມ້ ທີ່​ຈະ​ກຳ​ນົດ​ໄວ້​ໃນ ສັນ​ຍາ​ການ​ຄ້າ​ແບບ​ສະ​ໝັກ​ໃຈ (VPA). ໃນທາງຫລັກການແລ້ວ, ເຖິງແມ່ນວ່າ ນິ​ຍາມ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ເປັນເອກກະສານທີ່ສາມາດດັດປັບໄດ້, ແຕ່ທັງສອງຝ່າຍໄດ້ຮັບຮອງເອົາ ສະບັບຮ່າງທີ່ສົມບຸນ ຂອງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ຂອງ  (1) ປ່າຜະລິດ (2) ພັນທະແຮງງານ ແລະ (3) ການປຸງແຕ່ງໄມ້ ແລະ ການຄ້າ ທີ່ໄດ້ບັນລຸຄວາມສຳເລັດ ແລະ ສາມາດນຳໃຊ້ໄດ້.  ໃນເມື່ອ ຊ່ອງຫ່ວາງ ໃນກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ ໄດ້ມີການປັບປຸງແລ້ວ , ບັນດານິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍດັ່ງກ່າວຈະໄດ້ ຈັດຕັ້ງທົດລອງຕົວຈິງ ແລະ ເຜີຍແຜ່ ໃນບັນດາແຂວງທົດລອງ ແລະ ໃນທົ່ວປະເທດ ເພື່ອກວດກາຢັ້ງຢືນຄວາມຖືກຕ້ອງ ທາງດ້ານຄວາມສົມບຸນ ແລະ ການດຳເນີນງານຂອງນິຍາມໄມ້ດັ່ງກ່າວ.   ຫຼັງຈາກນັ້ນ, ຈະໄດ້ປັບປຸງກົດຫມາຍ ແລະ ລະບຽບການ ເພື່ອໃຫ້ນິຍາມໄມ້ນີ້ ສາມາດດຳເນີນງານໄດ້.  ນອກ​ຈາກນັ້ນ, ທັງ​ສອງ​ຝ່າຍ​ ຍັງ​ໄດ້ຕົກ​ລົງ​ເຫັນ​ດີ ທາງ​ດ້ານ​ຂອບ​ແຜນ​ວຽກ (roadmap) ສຳ​ລັບ​ການປັບ​ປຸງ ບັນ​ດາ​ນິ​ຍາມ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດໝາຍ (TLD) ແລະ ລະ​ບົບ​ຄ້ຳ​ປະ​ກັນ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ (TLAS) ​ໃນ​ຕໍ່​ໜ້າ.

“ຄຽງ​ຄູ່​ກັນ​ນັ້ນ, EU ແລະ ສ​ປ​ປ ລາວ ພວມ​ເຮັດ​ວຽກ​ຮ່ວມ​ກັນ​ ໃນ​ຂົງ​ເຂດ​ວຽກງານການ​ຄຸ້ມ​ຄອງ​ທີ່​ດີ ແລະ ການ​ຄ້າ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ເຊິ່ງ​ບໍ່​ພຽງ​ແຕ່ຈະ​ສົ່ງ​ຜົນ​ອັນ​ດີ​ໃຫ້​ແກ່​ຂະ​ແໜງ​​ການປ່າ​ໄມ້​ໃນ ສ​ປ​ປ ລາວ ເທົ່າ​ນັ້ນ, ​ແຕ່​ຫາກ​ຍັງ​ສົ່ງ​ຜົນ​ອັນ​ດີ​ໃຫ້​ແກ່ການ​ຄຸ້ມ​ຄອງ​ປ່າ​ໄມ້​ໃນ​ລະ​ດັບ​ສາ​ກົນ​ອີກ​ດ້ວຍ” ທ່ານ ເລອົງ ຟາ​ແບ​ຣ໌ (Leo Faber), ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພາບ​ເອີ​ຣົບ ປະ​ຈຳ ສ​ປ​ປ ລາວ, ກ່າວ. “ ສ​ປ​ປ ລາວ ​ໄດ້ມີ​ບົດ​ບາດ​ສຳ​ຄັນ ໃນ​​ຖາ​ນະ​ເປັນ​ຜູ້​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ໄມ້​ໃຫ້​ແກ່​ຕະຫຼາດສຳຄັນ​ໃນ​ຂົງ​ເຂດ​ພາກ​ພື້ນ ເຊັ່ນ: ​ ປະ​ເທດຈີນ ແລະ ຫວຽດ​ນາມ, ເຊິ່ງ​ທັງ​ສອງ​ປະ​ເທດ​ ກໍພວມຮ່ວມມື ກັບ​ EU ທາງ​ດ້ານ​ການ​ຄຸ້ມ​ຄອງ​ປ່າ​ໄມ້ ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ປ່າ​ໄມ້. ພວ​ກ​ເຮົາ​ຈຶ່ງ​ໃຫ້​ຄວາມ​ສຳ​ຄັນ​ກັບ ຄວາມຕັ້ງອົກຕັ້ງໃຈ  ແລະ  ເຈດ​ຈຳ​ນົງ​ອັນ​ຈະ​ແຈ້ງ ຂອງ ສປປ ລາວ ໃນ​ການ​ຄຸ້ມ​ຄອງ​ປ່າ​ໄມ້​ແບບ​ຍືນ​ຍົງ ເຊິ່ງການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງານ​ດັ່ງ​ກ່າວ ​ເປັນ​ການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນໃຫ້​ແກ່​ການ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​”

EU ຍັງ​ໄດ້​ເນັ້ນ​ຢ້ຳ​ເຖິງ ການ​ເປັນແບບ​ຢ່າງ​ອັນ​ດີ ທີ່ ສ​ປ​ປ ລາວ ໄດ້​ມີ​ການ​ຈັດ​ຕັ້ງ​ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ເພື່​ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງານ VPA. ເວົ້າ​ສະ​ເພາະ, ສ​ປ​ປ ລາວ ໄດ້​ໃຫ້​ຄຳ​ໝັ້ນ ແລະ ສະ​ແດງ​ເຈດ​ຈຳ​ນົງ​ອັນ​ຈະ​ແຈ້ງ ໃນ​ການ​ສືບ​ຕໍ່​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງານ VPA ພ້ອມ​ທັງ​ເສີມ​ຂະ​ຫຍາຍ​ການ​ມີ​ສ່ວນ​ຮ່ວມ ແລະ ຄວາມ​ໂປ່ງ​ໃສ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງານ ລະ​ຫວ່າງ ຂະ​ແໜງ​ການ​ລັດ, ພາກ​ສ່ວນ​ເອ​ກະ​ຊົນ ແລະ ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ. EU ແລະ ສ​ປ​ປ ລາວ ໄດ້ເຫັນດີ ຕໍ່ຄວາມສໍາຄັນ ໃນການຫຼຸດຜ່ອນ ທ່າແຮ່ງຜົນກະທົບ ໃນການປັບປຸງຂະແຫນງການປ່າໄມ້ ທີ່ກ່ຽວຂ້ອງກັບ ທຸລະກິດຄອບຄົວ ແລະ ຜູ້ປະກອບການ ຂະໜາດນ້ອຍ.

ພາຍຫຼັງ​ສຳ​ເລັດ​ການ​ເຈ​ລະ​ຈາ​ຄັ້ງ​ນີ້ແລ້ວ, ກໍ​ຈະ​ໄດ້​ມີ​ການ​ສືບ​ຕໍ່​ປັບ​ປຸງ ນິ​ຍາມ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ (TLD) ໂດຍ​ສະ​ເພາະ​ແມ່ນ​ການ​ສຸມ​ໃສ່ ການ​ປັບ​ປຸງ ນິ​ຍາມ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ສຳ​ລັບໄມ​້​ທີ່​ມາ​ຈາກ​ເຂດ​ຫັນ​ປ່ຽນ​ທີ່​ດິນ​ປ່າ​ໄມ້, ສວນ​ປູກ​ໄມ້, ປ່າ​ໄມ້​ບ້ານ, ໄມ້​ຖືກ​ຮິບ ແລະ ໄມ້​ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ ລວມ​ທັງ ອົງ​ປະ​ກອບ​ອື່ນໆ​ຂອງ​ລະ​ບົບ​ຄ້ຳ​ປະ​ກັນ​ໄມ້​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ (TLAS). ​ສຳ​ລັບ ProFLEGT ເຊິ່ງ​ເປັນ​ໜ່ວຍ​ງານ ຂອງ ​ ແຜນ​ງານ ​ການ​ຮ່ວມ​ມື ເຢຍ​ລະ​ມັນ ເພື່ອ​ການ​ພັດ​ທະ​ນາ ‘ແຜນ​ງານ​ການ​ປົກ​ປັກ​ຮັກ​ສາ ແລະ ​ນຳ​ໃຊ້​ລະ​ບົບ​ນິ​ເວດ​ປ່າ​ໄມ້​ ແລະ ຊີ​ວະ​ນາໆ​ພັນ ແບບ​ຍືນ​ຍົງ (ProFEB)‘, ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ  GIZ (Deutsche Gesellschaft fuer Internationale Zusammenarbeit), ແລະ ພາຍໃຕ້ການຊີ້ນຳນາຂອງຫ້ອງການປະສານງານ FLEGT , ກົມກວດກາປ່າໄມ້, ແມ່ນ​ຈະ​ໄດ້​ສືບ​ຕໍ່​​ໃຫ້​ການສະ​ໜັບ​ສະ​ໜູນ​​ແກ່ ລັດ​ຖະ​ບານ​ລາວ ແລະ ບັນ​ດາ​ພາກ​ສ່ວນ​ທີ່​ກ່​ຽວ​ຂ້ອງ ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ທີ່ກຳ​ນົດໄວ້ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແຜ​ນ​ງານ VPA ຮ່ວມ​ກັບ EU.

ແຜນ​ງານ FLEGT ໄດ້​ສ້າງ​​ເງື່ອນ​ໄຂ ແລະ ໂອ​ກາດ​ອັນ​ດີໃຫ້​ແກ່ ສ​ປ​ປ ລາວ ໃນ​ການ​ປະ​ກອບ​ສ່ວນ ແລະ ​ຮ່ວມ​ມື​ກັບຫຼາຍ​ປະ​ເທດທີ່​ມີ​ເປົ້າ​ໝາຍ​ອັນຕັ້ງ​ໜ້າ​ ໃນ​ການ​ຕໍ່​ສູ້ ແລະ ສະ​ກັດ​ກັ້ນ​ກັບ​ການ​ຄ້າ​ໄມ້​ທີ່​ຜິດ​ກົດ​ໝາຍ, ພ້ອມ​ທັງ​ເປັນ​ສ່ວນ​ໜຶ່ງ ໃນ​ການ​ປັບ​ປຸງ​ລະ​ບົບ​ການ​ຄຸ້ມ​ຄອງ​ປ່າ​ໄມ້ຂອບ​ເຂດ​ທົ່ວ​ໂລກ, ເຊິ່ງປັດ​ຈຸ​ບັນ​ນີີ້ ມີ 15 ປະ​ເທດ​ໃນ​ຂອບ​ເຂດ​ທົ່ວ​ໂລກ ທີ່​ພວມ​ດຳ​ເນີນ​ການ​ເຈ​ລະ​ຈາ ຫຼື ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງານ VPAs ຮ່ວມ​ກັບ EU.

ສາມາດດາວໂຫລດໄດ້ ຢູ່ທີ່ນີ້