ແຜນວຽກຂອງ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ຂອງ ສະຫະພາບເອີຣົບ (EU) ໄດ້ເລັງເຫັນວ່າ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPAs) ເປັນເຄື່ອງມືໃນການປັບປຸງການຄຸ້ມຄອງປ່າໄມ້ທີ່ດີ, ໂດຍສະເພາະແລ້ວ ຂໍ້ຕົກລົງດັ່ງກ່າວແມ່ນໄດ້:
- ສ້າງໂອກາດໃນຂະບວນການຕັດສິນໃຈແບບມີສ່ວນຮ່ວມ ໃນຂະແໜງປ່າໄມ້ ຂອງປະເທດຄູ່ຮ່ວມການຄ້າໄມ້
- ສົ່ງເສີມເຈດຈໍານົງໃນການສ້າງຄວາມໂປ່ງໃສໃຫ້ເກີດຂຶ້ນ
- ໃຫ້ຄວາມກະຈ່າງແຈ້ງທາງດ້ານກົດໝາຍ ແລະ ລະບຽບການຕ່າງໆທີ່ຈໍາເປັນ ທີ່ເຮັດໃຫ້ກົດໝາຍ, ການຈັດຕັ້ງປະຕິບັດ ແລະ ຄວາມຮັບຜິດຊອບຕໍ່ກົດໝາຍ ແລະ ລະບຽບການຕ່າງໆຖືກຈໍາກັດ
- ເສີມສ້າງຄວາມອາດສາມາດຂອງໜ່ວຍງານພາກລັດ ແລະ ບັນດາພາກສ່ວນກ່ຽວຂ້ອງ ເພື່ອຜັນຂະຫຍາຍ ແລະ ພັດທະນາແນວທາງຮ່ວມໃນການແກ້ໄຂການຕັດໄມ້ທີ່ຜິດກົດໝາຍ.
ຮອດເດືອນ ມິຖຸນາ 2015, ໃນແຜນງານດັ່ງກ່າວນີ້ ມີ 6 ປະເທດ ທີ່ໄດ້ເຊັນ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ກັບ ສະຫະພາບເອີຣົບ ເຊິ່ງລວມມີ ປະເທດ ຄາເມລູນ, ສາທາລະນະລັດ ອາຟຣິກາກາງ, ການາ, ອິນໂດເນເຊຍ, ໄລບີເລຍ ແລະ ສາທາລະນະລັດ ຄ່ອງໂກ. ນອກຈາກນັ້ນ ຍັງມີອີກ 9 ປະເທດ ທີ່ຢູ່ໃນຂັ້ນຕອນການກະກຽມການເຈລະຈາ ກັບ ສະຫະພາບເອີຣົບ ເຊິ່ງລວມມີ ປະເທດ ໂຄເຕໂວ, ສາທາລະນະລັດ ປະຊາທິປະໄຕ ຄ່ອງໂກ, ກາບອນ, ກີຢານາ, ຮອນດູຣັດ, ລາວ, ມຽນມ້າ, ໄທ ແລະ ຫວຽດນາມ.
