Loading Events

« All Events

  • This event has passed.

ກອງປະຊຸມຊ່ຽວຊານສະເພາະດ້ານ ສໍາລັບ ໄມ້ທີ່ມາຈາກເຂດຫັນປ່ຽນທີ່ດິນປ່າໄມ້ເພື່ອເປົ້າໝາຍການພັດທະນາ

March 17, 2017

ຈຸດປະສົງ:

  1. ເພື່ອນຳສະເໜີ ແລະ ປຶກສາຫາລື ກ່ຽວກັບ ຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ສຳລັບໄມ້ທີ່ມາຈາກເຂດຫັນປ່ຽນທີ່ດິນປ່າໄມ້ ເພື່ອເປົ້າໝາຍການພັດທະນາ ສະບັບທີ 1.
  2. ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບ ເຫດຜົນ ໃນການປັບປຸງລະບຽບການຂອງ ກະຊວງກະສິກຳ ແລະ ປ່າໄມ້ ກ່ຽວກັບຕ່ອງໂສ້ການສະໜອງໄມ້ ແລະ ບົດແນະນຳທີ່ກ່ຽວຂ້ອງ ຂອງກົມປ່າໄມ້ ແລະ ປຶກສາຫາລືແຜນການໃນການປັບປຸງ:
  • ລະບຽບການ ສະບັບເລກທີ 0112/ກປ. 2008, ວ່າດ້ວຍ ການຂຸດຄົ້ນໄມ້ ແລະ ອານະໄມຫຼັງການຂຸດຄົ້ນ ໃນຂອບເຂດອ່າງເກັບນ້ຳ ເຂື່ອນໄຟຟ້ານໍ້າຕົກ, ລົງວັນທີ 25 ພະຈິກ 2008
  • ຂໍ້ຕົກລົງລັດຖະມົນຕີ ສະບັບເລກທີ 0116/ກປ. 2007, ວ່າດ້ວຍ ລະບຽບການວັດແທກ ໄມ້ທ່ອນ, ຕໍໄມ້, ປູດໄມ້ ແລະ ການຈັດຊັ້ນຄຸນນະພາບທ່ອນໄມ້, ລົງວັນທີ 17 ພຶດສະພາ 2007
  • ບົດແນະນຳ ສະບັບເລກທີ 0962/ກປມ, ວ່າດ້ວຍ ການຄຸ້ມຄອງການເຄື່ອນຍ້າຍໄມ້ທ່ອນ ແຕ່ຈຸດຕັດປ້ຳຫາສະໜາມ II, ລົງວັນທີ 09 ເມສາ 2010
  1. ເພື່ອກະກຽມຄວາມພ້ອມ ໃຫ້ແກ່ ກອງປະຊຸມຄະນະຊ່ຽວຊານຮ່ວມ (JEM) ແລະ ກອງປະຊຸມເຈລະຈາແບບຊ່ອງໜ້າຄັ້ງທຳອິດ ກັບ ສະຫະພາບເອີຣົບ ຂອງແຜນງານ FLEGT VPA.

Details

  • Date: March 17, 2017
  • Event Category:

Organizer

Venue

  • Vientiane Plaza Hotel
  • Vientiane Capital,Vientiane CapitalLao People's Democratic Republic+ Google Map