
- This event has passed.
ກອງປະຊຸມເຜີຍແຜ່ ຂໍ້ຕົກລົງວ່າດ້ວຍການຮັບຮອງ ເອົາລາຍການບັນຊີຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ
February 16, 2017
ຈຸດປະສົງ:
- ເພື່ອເຜີຍແຜ່ນິຕິກຳ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັນ ທາງດ້ານການຈັດຕັ້ງປະຕິບັດ ຂອງຂະແໜງການພາກລັດທີ່ກ່ຽວຂ້ອງທາງດ້ານຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ພາກທຸລະກິດ ທີ່ເປັນຜູ້ຜະລິດ ແລະ ຄ້າຂາຍໂດຍກົງ;
- ເພື່ອເພີ່ມທະວີ ການຕິດຕາມຊຸກຍູ້ອຸດສາຫະກຳໄມ້ຢ່າງເປັນລະບົບ ໂດຍຜ່ານການພັດທະນາລະບົບຄຸ້ມຄອງ ສົ້ນເຂົ້າ-ສົ້ນອອກ;
- ເພື່ອກຳນົດທິດທາງ ໃນການພັດທະນາອຸດສາຫະກຳໄມ້ ໂດຍສະເພາະປັບປຸງທາງດ້ານຄຸນນະພາບ, ເພີ່ມຈຳນວນການຜະລິດ ແລະ ຄວາມຫຼາກຫຼາຍຂອງຜະລິດຕະພັນ ຈາກການຜະລິດເປັນກຸ່ມ.
