• ກອງປະຊຸມ ຄະນະຮັບຜິດຊອບດ້ານວິຊາການ ສຳລັບແຜນງານ FLEGT

    Vientiane Plaza Hotel Vientiane Capital, Vientiane Capital, Lao People's Democratic Republic

    ຈຸດປະສົງກອງປະຊຸມ: ເພື່ອປະກອບຄໍາເຫັນ ແລະ ສົນທະນາ ກ່ຽວກັບ ນິຍາມໄມ້ທີ່ຖືກກົດໝາຍ (ໄມ້ທີ່ຂຸດຄົ້ນມາຈາກເຂດການຫັນປ່ຽນທີ່ດິນປ່າໄມ້  ເພື່ອນຳໃຊ້ເຂົ້າໃນເປົ້າໝາຍການພັດທະນາ ແລະ ການປຸງແຕ່ງໄມ້ ແລະ ການຄ້າໄມ້), ລວມທັງ ຂອບເຂດຂອງ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ສົນທະນາ ແລະ ກະກຽມ ບາດກ້າວຕ່າງໆ ໃນການຈັດກອງປະຊຸມ Joint Expert Meeting

  • ກອງປະຊຸມເຜີຍແຜ່ ຂໍ້ຕົກລົງວ່າດ້ວຍການຮັບຮອງ ເອົາລາຍການບັນຊີຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ

    Lao Plaza Hotel Chanthabouly District, Vientiane Capital, Lao People's Democratic Republic

    ຈຸດປະສົງ: ເພື່ອເຜີຍແຜ່ນິຕິກຳ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັນ ທາງດ້ານການຈັດຕັ້ງປະຕິບັດ ຂອງຂະແໜງການພາກລັດທີ່ກ່ຽວຂ້ອງທາງດ້ານຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ພາກທຸລະກິດ ທີ່ເປັນຜູ້ຜະລິດ ແລະ ຄ້າຂາຍໂດຍກົງ; ເພື່ອເພີ່ມທະວີ ການຕິດຕາມຊຸກຍູ້ອຸດສາຫະກຳໄມ້ຢ່າງເປັນລະບົບ ໂດຍຜ່ານການພັດທະນາລະບົບຄຸ້ມຄອງ ສົ້ນເຂົ້າ-ສົ້ນອອກ; ເພື່ອກຳນົດທິດທາງ ໃນການພັດທະນາອຸດສາຫະກຳໄມ້ ໂດຍສະເພາະປັບປຸງທາງດ້ານຄຸນນະພາບ, ເພີ່ມຈຳນວນການຜະລິດ ແລະ ຄວາມຫຼາກຫຼາຍຂອງຜະລິດຕະພັນ ຈາກການຜະລິດເປັນກຸ່ມ.

  • ກອງປະຊຸມປຶກສາຫາລືກ່ຽວກັບຂໍ້ຕົກລົງດ້ານການຄຸ້ມຄອງ ແລະ ຕິດຕາມໄມ້ສົ້ນເຂົ້າ-ສົ້ນອອກ ໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້ ແລະ ການຄ້າ

    Vientiane Plaza Hotel Vientiane Capital, Vientiane Capital, Lao People's Democratic Republic

    ຈຸດປະສົງ: ເພື່ອນໍາສະເໜີຮ່າງຂໍ້ຕົກລົງດ້ານການຄຸ້ມຄອງ ແລະ ຕິດຕາມໄມ້ສົ້ນເຂົ້າ-ສົ້ນອອກ ໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້ ແລະ ການຄ້າ ເພື່ອປຶກສາຫາລື ແລະ ປັບປຸງຮ່າງຂໍ້ຕົກລົງດ້ານການຄຸ້ມຄອງ ແລະ ຕິດຕາມໄມ້ສົ້ນເຂົ້າ-ສົ້ນອອກ ໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້ ແລະ ການຄ້າ

  • ກອງປະຊຸມຊ່ຽວຊານສະເພາະດ້ານ ສໍາລັບ ໄມ້ທີ່ມາຈາກເຂດຫັນປ່ຽນທີ່ດິນປ່າໄມ້ເພື່ອເປົ້າໝາຍການພັດທະນາ

    Vientiane Plaza Hotel Vientiane Capital, Vientiane Capital, Lao People's Democratic Republic

    ຈຸດປະສົງ: ເພື່ອນຳສະເໜີ ແລະ ປຶກສາຫາລື ກ່ຽວກັບ ຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ສຳລັບໄມ້ທີ່ມາຈາກເຂດຫັນປ່ຽນທີ່ດິນປ່າໄມ້ ເພື່ອເປົ້າໝາຍການພັດທະນາ ສະບັບທີ 1. ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບ ເຫດຜົນ ໃນການປັບປຸງລະບຽບການຂອງ ກະຊວງກະສິກຳ ແລະ ປ່າໄມ້ ກ່ຽວກັບຕ່ອງໂສ້ການສະໜອງໄມ້ ແລະ ບົດແນະນຳທີ່ກ່ຽວຂ້ອງ ຂອງກົມປ່າໄມ້ ແລະ ປຶກສາຫາລືແຜນການໃນການປັບປຸງ: ລະບຽບການ ສະບັບເລກທີ 0112/ກປ. 2008, ວ່າດ້ວຍ ການຂຸດຄົ້ນໄມ້ ແລະ ອານະໄມຫຼັງການຂຸດຄົ້ນ ໃນຂອບເຂດອ່າງເກັບນ້ຳ ເຂື່ອນໄຟຟ້ານໍ້າຕົກ, ລົງວັນທີ 25 ພະຈິກ 2008 ຂໍ້ຕົກລົງລັດຖະມົນຕີ ສະບັບເລກທີ 0116/ກປ. 2007, ວ່າດ້ວຍ ລະບຽບການວັດແທກ ໄມ້ທ່ອນ, ຕໍໄມ້, ປູດໄມ້ ແລະ ການຈັດຊັ້ນຄຸນນະພາບທ່ອນໄມ້, ລົງວັນທີ 17 ພຶດສະພາ 2007 ບົດແນະນຳ ສະບັບເລກທີ 0962/ກປມ, […]