Calendar of Events

Latest Past Events

ກອງປະຊຸມຊ່ຽວຊານສະເພາະດ້ານ ສໍາລັບ ໄມ້ທີ່ມາຈາກເຂດຫັນປ່ຽນທີ່ດິນປ່າໄມ້ເພື່ອເປົ້າໝາຍການພັດທະນາ

Vientiane Plaza Hotel Vientiane Capital

ຈຸດປະສົງ: ເພື່ອນຳສະເໜີ ແລະ ປຶກສາຫາລື ກ່ຽວກັບ ຮ່າງນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ ສຳລັບໄມ້ທີ່ມາຈາກເຂດຫັນປ່ຽນທີ່ດິນປ່າໄມ້ ເພື່ອເປົ້າໝາຍການພັດທະນາ ສະບັບທີ 1. ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບ ເຫດຜົນ ໃນການປັບປຸງລະບຽບການຂອງ ກະຊວງກະສິກຳ ແລະ ປ່າໄມ້ ກ່ຽວກັບຕ່ອງໂສ້ການສະໜອງໄມ້ ແລະ ບົດແນະນຳທີ່ກ່ຽວຂ້ອງ ຂອງກົມປ່າໄມ້ ແລະ ປຶກສາຫາລືແຜນການໃນການປັບປຸງ: ລະບຽບການ ສະບັບເລກທີ 0112/ກປ. 2008, ວ່າດ້ວຍ ການຂຸດຄົ້ນໄມ້ ແລະ ອານະໄມຫຼັງການຂຸດຄົ້ນ ໃນຂອບເຂດອ່າງເກັບນ້ຳ ເຂື່ອນໄຟຟ້ານໍ້າຕົກ, ລົງວັນທີ 25 ພະຈິກ 2008 ຂໍ້ຕົກລົງລັດຖະມົນຕີ ສະບັບເລກທີ 0116/ກປ. 2007, ວ່າດ້ວຍ ລະບຽບການວັດແທກ ໄມ້ທ່ອນ, ຕໍໄມ້, ປູດໄມ້ ແລະ ການຈັດຊັ້ນຄຸນນະພາບທ່ອນໄມ້, ລົງວັນທີ 17 ພຶດສະພາ 2007 ບົດແນະນຳ ສະບັບເລກທີ 0962/ກປມ, […]

Thematic Expert Group (TEG) Meeting on Conversion Area

Vientiane Plaza Hotel Vientiane Capital

Objectives: Present and discuss the 1st draft Timber Legality Definition (TLD) for Conversion Area (1st draft version 1.2). Understand the rationale for the revision of Ministry of Agriculture and Forestry (MAF) regulations on supply chain control and a respective guideline from Department of Forestry (DOF) and discuss the revision plan: Regulation No.0112/MAF 2008, on Logging […]

ກອງປະຊຸມປຶກສາຫາລືກ່ຽວກັບຂໍ້ຕົກລົງດ້ານການຄຸ້ມຄອງ ແລະ ຕິດຕາມໄມ້ສົ້ນເຂົ້າ-ສົ້ນອອກ ໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້ ແລະ ການຄ້າ

Vientiane Plaza Hotel Vientiane Capital

ຈຸດປະສົງ: ເພື່ອນໍາສະເໜີຮ່າງຂໍ້ຕົກລົງດ້ານການຄຸ້ມຄອງ ແລະ ຕິດຕາມໄມ້ສົ້ນເຂົ້າ-ສົ້ນອອກ ໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້ ແລະ ການຄ້າ ເພື່ອປຶກສາຫາລື ແລະ ປັບປຸງຮ່າງຂໍ້ຕົກລົງດ້ານການຄຸ້ມຄອງ ແລະ ຕິດຕາມໄມ້ສົ້ນເຂົ້າ-ສົ້ນອອກ ໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້ ແລະ ການຄ້າ